
ໂຄງການແນໃສ່ສ້າງໂອກາດໃຫ້ບັນດານັກສຶກສາສາຂາການລ້ຽງສັດ ແລະ ສັດຕະວະແພດ ໄດ້ເຂົ້າເຖິງໂອກາດການປະກອບອາຊີບ ແລະ ຮັບຟັງການແບ່ງປັນແຮງບັນດາໃຈຈາກບັນດາຜູ້ຊ່ຽວຊານ ແລະ ຜູ້ຄຸ້ມຄອງ GreenFeed ຫວຽດນາມ.
ພ້ອມກັນນັ້ນ, ຍັງຊ່ວຍໃຫ້ນັກສຶກສາເຂົ້າໃຈໂອກາດການເຮັດວຽກ, ສະພາບແວດລ້ອມແຫ່ງການເຮັດວຽກທີ່ທັນສະໄໝ, ວັດທະນະທຳຂອງອົງການ ແລະ ຄວາມຕ້ອງການສີມືແຮງງານທີ່ຈຳເປັນເພື່ອເຊື່ອມໂຍງເຂົ້າກັບຕະຫຼາດແຮງງານໃນຍຸກໃໝ່.
ຕາມທ່ານຮອງສາດສະດາຈານ, ດຣ ຫວູທິເຟືອງແອງ, ອໍານວຍການວິທະຍາໄລ ກວ໋າງນາມ ແລ້ວ , ການຮ່ວມມືກັບບໍລິສັດຫຸ້ນສ່ວນ GreenFeed ຫວຽດນາມ ບໍ່ພຽງແຕ່ນຳມາເຊິ່ງກາລະໂອກາດຮ່ຳຮຽນ ແລະ ວຽກເຮັດງານທຳທີ່ໝັ້ນຄົງໃຫ້ແກ່ນັກສຶກສາຢູ່ວິສາຫະກິດເທົ່ານັ້ນ, ຫາກຍັງປະກອບສ່ວນເຊື່ອມຕໍ່ການສຶກສາກັບວິສາຫະກິດອີກດ້ວຍ. ພິເສດແມ່ນຊ່ວຍໃຫ້ໂຮງຮຽນດັດສົມການເຄື່ອນໄຫວຝຶກອົບຮົມໃຫ້ເໝາະສົມກັບຄວາມຕ້ອງການຕົວຈິງ, ປະກອບສ່ວນຍົກສູງຄຸນນະພາບ ແລະ ຮັບປະກັນຜະລິດຕະພັນແຫຼ່ງຊັບພະຍາກອນມະນຸດຂອງໂຮງຮຽນ.
ເນື່ອງໃນໂອກາດນີ້, ບັນດານັກສຶກສາສາຂາລ້ຽງສັດ ແລະ ສັດຕະວະແພດ ໄດ້ເຂົ້າຮ່ວມການຄັດເລືອກໂຄງການ “ແກ່ນພອນສະຫວັນ” ຫຼັກສູດ 6. ດ້ວຍເຫດນັ້ນ, ເຂົາເຈົ້າໄດ້ມີໂອກາດເຂົ້າເປັນນັກຝຶກງານຢູ່ລະບົບກະສິກຳ ແລະ ໂຮງງານຂອງ GreenFeed ຫວຽດນາມ ໃນທົ່ວປະເທດ.
ທີ່ມາ: https://baodanang.vn/lien-ket-dao-tao-hat-giong-tai-nang-khoa-6-cho-hoc-sinh-sinh-vien-3308630.html






(0)