Sconnect International Animation Training Academy (Sconnect Academy) ຫວ່າງມໍ່ໆມານີ້ ໄດ້ລົງນາມໃນສັນຍາຮ່ວມມືກັບມະຫາວິທະຍາໄລ CMC (CMCU) - ມະຫາວິທະຍາໄລດິຈິຕອລແຫ່ງທຳອິດຂອງຫວຽດນາມ ເພື່ອສ້າງລະບົບນິເວດການຝຶກອົບຮົມ ແລະການເຮັດວຽກທີ່ມີຄຸນນະພາບສູງ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາແຫຼ່ງຊັບພະຍາກອນມະນຸດເຕັກໂນໂລຢີສ້າງສັນຢູ່ຫວຽດນາມ.
ການຮ່ວມມືລະຫວ່າງ Sconnect Academy ແລະ CMCU ມີຈຸດປະສົງເພື່ອແບ່ງປັນຈຸດແຂງຂອງແຕ່ລະຝ່າຍໃນການຂະຫຍາຍ ແລະ ສົ່ງເສີມການຝຶກອົບຮົມຊັບພະຍາກອນມະນຸດໄວໜຸ່ມ. ຈາກນັ້ນ, ໄດ້ສ້າງໂອກາດໃນການຮຽນຮູ້ ແລະ ວຽກເຮັດງານທຳຫຼາຍຢ່າງໃຫ້ແກ່ນັກຮຽນຫຼັງຮຽນຈົບ. ໂຄງການຝຶກອົບຮົມພາກປະຕິບັດທີ່ Sconnect Academy ເປັນພື້ນຖານທີ່ແຂງເພື່ອສະຫນອງທັກສະວິຊາຊີບທີ່ດີສໍາລັບໄວຫນຸ່ມທີ່ຕ້ອງການເຂົ້າຮ່ວມອຸດສາຫະກໍາສ້າງສັນ.
ທ່ານ ໂຮ່ຈຸ່ນຫາຍ, ຮອງຜູ້ອຳນວຍການມະຫາວິທະຍາໄລ CMC ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າຕີລາຄາສູງການຮ່ວມມືນີ້, ນີ້ແມ່ນໂອກາດທີ່ຫາຍາກເພື່ອໃຫ້ນັກຮຽນຂອງໂຮງຮຽນໄດ້ຮັບການເປີດເຜີຍໃຫ້ແກ່ການຮຽນຮູ້ ແລະ ການເຮັດວຽກທີ່ມີມາດຕະຖານສາກົນໃນເບື້ອງຕົ້ນ, ສ້າງຄວາມຮູ້ດ້ານວິຊາຊີບເພື່ອສາມາດສ້າງຫຼາຍຄຸນຄ່າຕົວຈິງພາຍຫຼັງຮຽນຈົບ”.
ຜູ້ຕາງຫນ້າຂອງ Sconnect International Animation Training Academy (ກາງ) ແລະ CMCU (ທີ 3 ຈາກຊ້າຍ) ໄດ້ລົງນາມໃນສັນຍາການຮ່ວມມື.
ທ່ານນາງ ວູທ້ວນ, ຜູ້ອຳນວຍການສະຖາບັນ Sconnect ຢືນຢັນວ່າ: “ສະຖາບັນພ້ອມແລ້ວທີ່ຈະສະເໜີໂຄງການສຶກ ສາ ຮອບດ້ານໃຫ້ບັນດານັກສຶກສາທີ່ມີຫົວຄິດປະດິດສ້າງ, ພວກຂ້າພະເຈົ້າສ້າງພື້ນຖານຄວາມຮູ້ ແລະ ວິຊາຊີບທີ່ຕະຫຼາດຕ້ອງການ ດ້ວຍມາດຖານຄຸນນະພາບສູງ.
ພາຍຫຼັງພິທີໄຂ, ການນຳຂອງສອງຫົວໜ່ວຍໄດ້ສະແດງຄວາມເຊື່ອໝັ້ນວ່າ ການພົວພັນຮ່ວມມືຈະເປີດກາລະໂອກາດຫຼາຍຢ່າງໃຫ້ສອງຝ່າຍ. ນີ້ແມ່ນບາດກ້າວບຸກທະລຸຢ່າງແຂງແຮງເພື່ອໃຫ້ທັງສອງຝ່າຍຊຸກຍູ້ບັນດາໂຄງການຄື: ຖ່າຍທອດເຕັກໂນໂລຊີການສຶກສາ; ກໍ່ສ້າງການຮຽນໄວຮຽນ - ໂຄງການຝຶກງານໃຫ້ນັກສຶກສາ...
ປະຈຸບັນ, ລັດຖະບານ ໃຫ້ບຸລິມະສິດພັດທະນາການຮ່ວມມືລະຫວ່າງບັນດາວິສາຫະກິດ ແລະ ບັນດາສະຖາບັນການສຶກສາໃນທົ່ວປະເທດ, ສ້າງຈຸດໝາຍຍົກສູງຄຸນນະພາບຊັບພະຍາກອນມະນຸດຫວຽດນາມ. ສືບຕໍ່ຜັນຂະຫຍາຍບັນດາໂຄງການຮ່ວມມືສາກົນ, ບຳລຸງສ້າງໄລຍະສັ້ນ ແລະ ໄລຍະຍາວ, ຊຸກຍູ້ໃຫ້ບັນດາອົງການສຶກສາສຸມໃສ່ພັດທະນາວິຊາຊີບໃນທົ່ວປະເທດ.
ຊຸກຍູ້ການຮ່ວມມືຮອບດ້ານດ້ານການສຶກສາພາຍໃນ ແລະ ຕ່າງປະເທດ
ຫວຽດນາມ ພວມກາຍເປັນໜຶ່ງໃນບັນດາປະເທດເຄື່ອນໄຫວເຊື່ອມໂຍງເຂົ້າກັບເສດຖະກິດໂລກ. ພິເສດແມ່ນຂະແໜງການສຶກສາໄດ້ຮັບຖືວ່າເປັນກຸນແຈສຳຄັນໃນການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ.
ຕາມກະຊວງສຶກສາ ແລະ ບຳລຸງສ້າງ, ຫວຽດນາມ ມີ 500 ກວ່າໂຄງການຮ່ວມກັບ 30 ປະເທດ, ມີນັກຮຽນຫວຽດນາມ ປະມານ 190.000 ຄົນພວມດຳລົງຊີວິດ ແລະ ຮຽນຢູ່ຕ່າງປະເທດ ແລະ ນັກສຶກສາຕ່າງປະເທດກວ່າ 21.000 ຄົນພວມຮ່ຳຮຽນຢູ່ບັນດາສະຖາບັນການສຶກສາຢູ່ ຫວຽດນາມ.
ກ່າວຄຳເຫັນທີ່ເວທີປາໄສການສຶກສາ ຫວຽດນາມ - ນິວຊີແລນ ໃນຕົ້ນປີ 2022, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເນັ້ນໜັກວ່າ: “ການສຶກສາ ແລະ ບຳລຸງສ້າງແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືທີ່ສຳຄັນ ແລະ ມີປະສິດທິຜົນ”.
ຕາມນັ້ນແລ້ວ, ການເອົາໃຈໃສ່ ແລະ ຊຸກຍູ້ການແລກປ່ຽນດ້ານວິຊາການ ແລະ ເຕັກໂນໂລຊີບຳລຸງສ້າງ ແມ່ນໜຶ່ງໃນບັນດາຈຸດໝາຍສຳຄັນຂອງຂະແໜງການສຶກສາ. ບໍ່ພຽງແຕ່ແມ່ນການຮ່ວມມືສາກົນລະຫວ່າງ ຫວຽດນາມ ກັບບັນດາປະເທດເທົ່ານັ້ນ, ຫາກຍັງແມ່ນການຮ່ວມມືໃນພາກພື້ນ, ລະຫວ່າງບັນດາວິສາຫະກິດ ແລະ ບັນດາສະຖາບັນການສຶກສາ ແລະ ລະຫວ່າງບັນດາສະຖາບັນການສຶກສາ.
ໃນໄຕມາດທີ 4 ປີ 2023 ແລະ ໄຕມາດທີ 1 ປີ 2024 ດ້ວຍຫົວຂໍ້ “ສາມັກຄີ, ມີລະບຽບວິໄນ, ມີຫົວຄິດປະດິດສ້າງ, ສືບຕໍ່ປະດິດສ້າງຢ່າງເລິກເຊິ່ງ, ກວ້າງຂວາງ, ຍົກສູງຄຸນນະພາບການສຶກສາ ແລະ ບຳລຸງສ້າງ”, ຂະແໜງການສຶກສາທັງໝົດໄດ້ສຸມໃສ່ 12 ໜ້າທີ່ຈຸດສຸມເພື່ອຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ໃນນັ້ນມີວຽກງານເຊື່ອມໂຍງເຂົ້າກັບສາກົນດ້ານການສຶກສາ.
ສະເພາະແມ່ນກະຊວງເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ, ເປີດກວ້າງການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍລະຫວ່າງບັນດາສະຖາບັນການສຶກສາ ແລະ ວິສາຫະກິດ; ດຶງດູດ ແລະ ນຳໃຊ້ແຫຼ່ງທຶນຕ່າງປະເທດຢ່າງມີປະສິດທິຜົນໃນການສຶກສາ ແລະ ບຳລຸງສ້າງ. ກະຊວງຍັງໃຫ້ບຸລິມະສິດຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ບັນດາສະຖາບັນການສຶກສາພາຍໃນປະເທດຮ່ວມມືກັບບັນດາສະຖາບັນການສຶກສາສາກົນໃນການຝຶກອົບຮົມ ແລະ ຄົ້ນຄວ້າວິທະຍາສາດ; ຊຸກຍູ້ການດຶງດູດນັກສຶກສາ ແລະ ນັກວິທະຍາສາດທີ່ມີຊື່ສຽງຈາກຕ່າງປະເທດມາຮ່ຳຮຽນ, ສອນ ແລະ ດຳເນີນການຄົ້ນຄວ້າວິທະຍາສາດຢູ່ ຫວຽດນາມ.
Tra Khanh
ທີ່ມາ
(0)