ໃນງານປີນີ້, Masan ໄດ້ນຳເອົາພື້ນທີ່ປະສົບການດ້ານການປຸງອາຫານ ແລະ ເຄື່ອງດື່ມຄົບວົງຈອນ, ແນະນຳບັນດາຍີ່ຫໍ້ຊັ້ນນຳຂອງ Masan Consumer ເຊັ່ນ Chin-Su, Nam Ngu, Omachi, Vinacafé. ນີ້ແມ່ນເຄື່ອງໝາຍທີ່ຄຸ້ນເຄີຍທີ່ໄດ້ຮັບໃຊ້ ແລະ ປະກອບສ່ວນປັບປຸງຊີວິດປະຈຳວັນຂອງຫຼາຍລ້ານຄອບຄົວຫວຽດນາມ.
ເຂົ້າຮ່ວມກິດຈະກຳຄັ້ງນີ້, ທ່ານ Masan ຍັງໄດ້ແນະນຳ WinEco - ເຄື່ອງໝາຍການບຸກເບີກໃນການເຄື່ອນໄຫວສັງຄົມຜັກສະອາດຢູ່ ຫວຽດນາມ. WinEco ພວມໝູນໃຊ້ບັນດາເຕັກໂນໂລຢີ ກະສິກຳ ທັນສະໄໝເຂົ້າໃນການຜະລິດຢ່າງຕໍ່ເນື່ອງ ເພື່ອນຳເອົາຜະລິດຕະພັນທີ່ໄດ້ມາດຕະຖານ VietGAP ແລະ GlobalGAP ມາສູ່ຜູ້ບໍລິໂພກພາຍໃນ ແລະ ຕ່າງປະເທດ.
Masan ດຳເນີນຍຸດທະສາດເອົາໃຈໃສ່ຜູ້ບໍລິໂພກເປັນໃຈກາງ ດ້ວຍທິດທາງອັນຍາວນານຂອງ “ເຮັດໃຫ້ອາຫານຫວຽດນາມເປັນອາຫານທົ່ວໂລກ” - ນຳອາຫານ ແລະ ຜະລິດຕະພັນຂອງຫວຽດນາມ ອອກ ສູ່ໂລກ . ເປັນທີ່ໜ້າສັງເກດ, ຍີ່ຫໍ້ນ້ຳປານ້ຳງູໄດ້ມີຢູ່ຕະຫຼາດໃຫຍ່ຄື: ອາເມລິກາ, ຍີ່ປຸ່ນ, ອົດສະຕາລີ, ຣັດເຊຍ, ໄຕ້ຫວັນ (ຈີນ)... ແລະ ຈຳໜ່າຍຢ່າງເປັນທາງການໃນລະບົບຊຸບເປີມາເກັດ Costco ຢູ່ ສ.ເກົາຫຼີ. ນີ້ແມ່ນການພິສູດໃຫ້ເຫັນຄວາມສາມາດແກ່ງແຍ້ງໃນທົ່ວໂລກຂອງບັນດາຜະລິດຕະພັນຂອງຫວຽດນາມ - ບໍ່ພຽງແຕ່ມີຄຸນນະພາບເທົ່ານັ້ນ ຫາກຍັງມີມາດຕະຖານພັດທະນາແບບຍືນຍົງ.
ເຂົ້າຮ່ວມງານ VietFood & Propack VietNam 2025 ເປັນຄັ້ງທຳອິດ, WinEco ແນະນຳບັນດາສາຍພັນໝາກໄມ້ ແລະ ຜັກປອດສານພິດ ທີ່ໄດ້ມາດຕະຖານ VietGAP ແລະ GlobalGap.
ກ່າວຄຳເຫັນນະທີ່ນີ້, ຜູ້ຕາງໜ້າບໍລິສັດ Masan ແບ່ງປັນວ່າ: “ພວກເຮົາພວມມີການປະດິດສ້າງຢ່າງບໍ່ຢຸດຢັ້ງ ເພື່ອຮັບໃຊ້ຜູ້ບໍລິໂພກຫວຽດນາມ 100 ລ້ານຄົນໃຫ້ດີຂຶ້ນ, ພະຍາຍາມສົ່ງເສີມອາຫານຫວຽດນາມ ໄປທົ່ວໂລກ ເພື່ອຮັບໃຊ້ຜູ້ບໍລິໂພກ 8 ຕື້ຄົນໃນທົ່ວໂລກ.
ການເຂົ້າຮ່ວມ Vietfood & Propack 2025 ແມ່ນການຢັ້ງຢືນວິໄສທັດຍຸດທະສາດຂອງກຸ່ມບໍລິສັດ Masan ໃນການຊຸກຍູ້ຮູບພາບຂອງບໍລິສັດຢ່າງກ້ວາງຂວາງ ແລະ ນຳໜ້າຜະລິດຕະພັນໃຫ້ແກ່ຜູ້ບໍລິໂພກ ແລະ ວິສາຫະກິດທັງພາຍໃນ ແລະ ຕ່າງປະເທດ, ຊຸກຍູ້ຍຸດທະສາດ “ເຮັດໃຫ້ອາຫານຫວຽດນາມ ເປັນອາຫານທົ່ວໂລກ”.
Vietfood & Beverage - Propack Vietnam 2025 ມີຮ້ານວາງສະແດງ 1.400 ແຫ່ງ ໂດຍມີການເຂົ້າຮ່ວມຂອງ 1.000 ວິສາຫະກິດທີ່ມາຈາກ 20 ປະເທດ ແລະ ເຂດແຄວ້ນ, ເປີດກາລະໂອກາດຊຸກຍູ້ການລົງທຶນ ແລະ ເພີ່ມທະວີການຮ່ວມມືດ້ານການຄ້າແບບຍືນຍົງ.
ທີ່ມາ: https://nhandan.vn/masan-tai-vietfood-propack-vietnam-2025-khang-dinh-vi-the-doanh-nghiep-hang-tieu-dung-hang-dau-viet-nam-post899473.html
(0)