
ຕາມທີ່ປຶກສາ ເລໄທຮວ່າ, ປີທຳອິດຂອງການປະຕິບັດ VIFTA ໄດ້ນຳມາເຊິ່ງບັນດາຜົນກະທົບຢ່າງຈະແຈ້ງ, ກ່ອນອື່ນໝົດໄດ້ສະທ້ອນເຖິງລະດັບເປີດກ້ວາງການຕະຫຼາດຢ່າງແຂງແຮງຂອງສອງຝ່າຍ. ອິດສະຣາແອນ ຍົກເລີກກວ່າ 66% ເສັ້ນອັດຕາພາສີໃນທັນທີທີ່ຂໍ້ຕົກລົງມີຜົນສັກສິດ ແລະ ຈະເພີ່ມອັດຕາເສລີພາບຂຶ້ນເຖິງເກືອບ 93%, ໃນຂະນະທີ່ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາຈະເປີດປະຕູພາສີໃຫ້ໄດ້ເກືອບ 86% ໃນທ້າຍແຜນທີ່ເສັ້ນທາງດັ່ງກ່າວ. ຍ້ອນແນວນັ້ນ, ຫຼາຍກຸ່ມຜະລິດຕະພັນທີ່ສຳຄັນຂອງຫວຽດນາມເຊັ່ນ: ອາຫານທະເລ, ເກີບໜັງ, ແຟຊັນ , ກາເຟ, ໝາກມ່ວງຫິມະພານ, ຜະລິດຕະພັນກະສິກຳປຸງແຕ່ງ ຫຼື ວັດສະດຸກໍ່ສ້າງໄດ້ເປີດກວ້າງການເຂົ້າສູ່ຕະຫຼາດ.
ວົງເງິນສົ່ງອອກໄປອິດສະລາແອນໃນ 10 ເດືອນຕົ້ນປີ 2025 ບັນລຸກວ່າ 700 ລ້ານ USD ແລະ ຄາດວ່າບັນລຸປະມານ 880 ລ້ານ USD ຕະຫຼອດປີ, ເພີ່ມຂຶ້ນກວ່າ 10% ເມື່ອທຽບໃສ່ປີ 2024, ຖ້າຕະຫຼາດບໍ່ມີການປ່ຽນແປງຢ່າງຜິດປົກກະຕິ. ອາຫານທະເລຍັງຄົງແມ່ນກຳລັງແຮງ, ກວມ 12-13% ຍອດນຳເຂົ້າອາຫານທະເລທັງໝົດຂອງ ອິດສະຣາແອນ ແລະ ໃນຊຸມປີມໍ່ໆມານີ້, ອິດສະຣາແອນ ມີບົດບາດເປັນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ພາກພື້ນຕາເວັນອອກກາງ - ອາຟຣິກາ. ສິນຄ້າເຊັ່ນ: ເມັດໝາກມ່ວງຫິມະພານ, ກາເຟທັນທີ, ເຂົ້າຫອມ ຫຼື ຜະລິດຕະພັນອາຫານ - ສິນຄ້າກະປ໋ອງຍັງຮັກສາການເຕີບໂຕຢ່າງໝັ້ນຄົງຍ້ອນຄວາມເໝາະສົມກັບລົດຊາດຂອງຜູ້ບໍລິໂພກ ແລະ ມາດຕະຖານເຕັກນິກຂອງຊາວອິດສະຣາແອນ.
ຕາມທີ່ປຶກສາ ເລໄທຮວ່າ, ທ່າໄດ້ປຽບອັນໃຫຍ່ຫຼວງຂອງຕະຫຼາດ ອິດສະຣາແອນ ແມ່ນຢູ່ໃນລັກສະນະການບໍລິໂພກຄື: ກຳລັງຊື້ສູງ, ການຫັນເປັນສິນຄ້າໄວ ແລະ ຄວາມມັກໃນບັນດາຜະລິດຕະພັນປຸງແຕ່ງ ແລະ ຫຸ້ມຫໍ່ຢ່າງຄົບຖ້ວນ - ເໝາະສົມກັບກຳລັງການຜະລິດຂອງວິສາຫະກິດ ຫວຽດນາມ. ຢ່າງໃດກໍ່ຕາມ, ສິ່ງທ້າທາຍບໍ່ນ້ອຍ, ນອກຈາກຄວາມສ່ຽງຂອງສົງຄາມ, ມີຂໍ້ກໍານົດສໍາລັບການຢັ້ງຢືນ Kosher ຫຼື Halal ສໍາລັບບາງລາຍການອາຫານ, ມາດຕະຖານເຕັກນິກທີ່ເຄັ່ງຄັດຕາມສະຫະພາບເອີຣົບ (EU) ຫຼືສະຫະລັດແລະການປະຕິບັດທຸລະກິດທີ່ຮຽກຮ້ອງໃຫ້ມີການເຮັດທຸລະກໍາໂດຍກົງກັບຜູ້ຜະລິດ. ບາງບັນຫາທາງດ້ານເຕັກນິກ, ເຊັ່ນ: ຄວາມແຕກຕ່າງຂອງຊື່ ວິທະຍາສາດ ຂອງປານິນ, ຍັງສ້າງຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດໃນເວລາຍື່ນຂໍໃບອະນຸຍາດນໍາເຂົ້າ.
ໃນຊຸມປີມໍ່ໆມານີ້, ຫ້ອງການການຄ້າຫວຽດນາມ ປະຈຳ ອິດສະຣາແອນ ໄດ້ປະຕິບັດບົດບາດເປັນຂົວຕໍ່, ນັບແຕ່ການລະດົມອຳນາດການປົກຄອງທ້ອງຖິ່ນເພື່ອສຳເລັດບັນດາຂັ້ນຕອນການອະນຸມັດ ແລະ ຕົກລົງວັນສ້າງຕັ້ງ VIFTA ທີ່ມີຜົນສັກສິດ, ແກ້ໄຂບັນດາການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຢ່າງທັນການ ເພື່ອໃຫ້ບັນດາວິສາຫະກິດໄດ້ຮັບການໜູນຊ່ວຍດ້ານພາສີນັບແຕ່ການສົ່ງອອກຄັ້ງທຳອິດ. ຫ້ອງການການຄ້າຍັງໄດ້ສັງລວມ ແລະ ຈັດພິມປຶ້ມຄູ່ມືຫຼາຍຊຸດກ່ຽວກັບມາດຕະຖານການນຳເຂົ້າ, TBT, SPS ແລະ ປັບປຸງລະບຽບການໃໝ່ຢ່າງເປັນປົກກະຕິ; ພ້ອມກັນນັ້ນ, ໄດ້ຈັດຕັ້ງຄະນະຜູ້ແທນວິສາຫະກິດ ອິດສະຣາແອນ ຫຼາຍຄົນມາຫວຽດນາມ ເພື່ອຊອກຫາບັນດາແຫຼ່ງສະໜອງອື່ນໃນສະພາບທີ່ຕ່ອງໂສ້ການສະໜອງຂອງພາກພື້ນຖືກສະກັດກັ້ນ.
ກ່ຽວກັບແງ່ຫວັງໃນອະນາຄົດ, ທີ່ປຶກສາ ເລ ໄທຮວ່າ ໄດ້ຕີລາຄາວ່າ VIFTA ແມ່ນສັນຍາທີ່ມີຄວາມໝາຍຍຸດທະສາດ, ເພາະວ່າ ນີ້ແມ່ນ FTA ຄັ້ງທຳອິດທີ່ ຫວຽດນາມ ໄດ້ລົງນາມກັບປະເທດຕາເວັນອອກກາງ ແລະ ກໍ່ແມ່ນ FTA ຄັ້ງທຳອິດທີ່ ອິດສະຣາແອນ ໄດ້ລົງນາມກັບບັນດາປະເທດ ອາຊຽນ. ດ້ວຍພື້ນຖານດັ່ງກ່າວ, ການຮ່ວມມືດ້ານເສດຖະກິດການຄ້າສອງຝ່າຍຄາດວ່າຈະມີບາດກ້າວບຸກທະລຸຢ່າງແຂງແຮງໃນໄລຍະ 2025-2030. ບັນດາຂະແໜງການຄາດຄະເນຈະເຕີບໂຕຢ່າງແຂງແຮງລວມມີບັນດາຜະລິດຕະພັນກະເສດ - ອາຫານປຸງແຕ່ງ, ເຄື່ອງອຸປະໂພກບໍລິໂພກ, ເຄື່ອງກໍ່ສ້າງ, ອຸດສາຫະກຳເຕັກໂນໂລຊີສູງຄື: ກະສິກຳສະຫຼາດ, ຄຸ້ມຄອງນ້ຳ, ພະລັງງານທົດແທນ, ບຳລຸງສ້າງ ແລະ ນະວັດຕະກຳ - ເຊິ່ງແມ່ນກຳລັງແຮງຂອງ ອິດສະຣາແອນ ແລະ ແມ່ນຄວາມຕ້ອງການພັດທະນາຂອງ ຫວຽດນາມ.
ທ່ານ ເລໄທຮ່ວາ ໃຫ້ຮູ້ວ່າ: ຖ້າວິສາຫະກິດ 2 ປະເທດຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວຊຸກຍູ້, ເຄື່ອນໄຫວສຳຫຼວດຕະຫຼາດ, ເຂົ້າຮ່ວມງານວາງສະແດງ, ເພີ່ມທະວີການເຊື່ອມໂຍງໂດຍກົງ ແລະ ບັນລຸມາດຖານເຕັກນິກໃໝ່ຂອງ ອິດສະຣາແອນ ຕາມ “ຫຼັກການ EU/ອາເມລິກາ”, ວົງເງິນການຄ້າສອງຝ່າຍຈະບັນລຸກວ່າ 4 ຕື້ USD ໃນອະນາຄົດ. ນອກຈາກນັ້ນ, ຫ້ອງການການຄ້າຈະສືບຕໍ່ຊຸກຍູ້ການເຄື່ອນໄຫວ, ສະໜອງຂໍ້ມູນຂ່າວສານ, ຈັດຕັ້ງກອງປະຊຸມສຳມະນາ, ເຊື່ອມຕໍ່ການຄ້າ, ສົມທົບກັນເພື່ອລົບລ້າງບັນດາຂໍ້ຄົງຄ້າງດ້ານເຕັກນິກເຊັ່ນ: ການຢັ້ງຢືນ, ມາດຕະຖານ ຫຼື ຊື່ຜະລິດຕະພັນ ເພື່ອຮັບປະກັນໃຫ້ວິສາຫະກິດຫວຽດນາມ ສາມາດນຳໃຊ້ບັນດາກາລະໂອກາດທີ່ VIFTA ນຳມາໃຫ້ຢ່າງມີປະສິດທິຜົນທີ່ສຸດ.
ທີ່ມາ: https://baotintuc.vn/kinh-te/mot-nam-vifta-nhieu-cua-mo-rong-cho-hang-viet-nam-vao-israel-20251121215251839.htm






(0)