ໃນຖະແຫຼງການຮ່ວມທີ່ຍົກອອກມາພາຍຫຼັງການເຈລະຈາ Shangri-La ຢູ່ສິງກະໂປ, ລັດຖະມົນຕີປ້ອງກັນປະເທດອາເມລິກາ Lloyd Austin, ລັດຖະມົນຕີປ້ອງກັນປະເທດຍີ່ປຸ່ນ Yasukazu Hamada ແລະ ທ່ານ Lee Jong-sup ລັດຖະມົນຕີປ້ອງກັນປະເທດ ສ.ເກົາຫຼີ ກ່າວວ່າ: ຈະມີຄວາມຄືບໜ້າຕື່ມອີກເພື່ອນຳໃຊ້ລະບົບແບ່ງປັນຂໍ້ມູນຂ່າວສານໃໝ່” ໃນຊຸມເດືອນຕໍ່ໜ້າ.
ລະບົບແບ່ງປັນຂໍ້ມູນໃໝ່ນີ້ຈະຊ່ວຍໃຫ້ສາມປະເທດສາມາດກວດພົບແລະຕິດຕາມລູກສອນໄຟທີ່ເກົາຫຼີເໜືອຍິງໄດ້ຢ່າງຖືກຕ້ອງ ແລະ ວ່ອງໄວກວ່າ, ແລະຈະເປັນ “ບາດກ້າວສຳຄັນເພື່ອສະກັດກັ້ນ, ສັນຕິພາບ ແລະ ສະຖຽນລະພາບ”.
ເກົາຫຼີເໜືອໄດ້ທົດລອງລູກສອນໄຟຂີປະນາວຸດຂ້າມທະວີບ Hwasong-18 ຈາກບ່ອນທີ່ບໍ່ໄດ້ເປີດເຜີຍ, ໃນຮູບພາບນີ້ໂດຍ KCNA ເຜີຍແຜ່ໃນວັນທີ 16 ພຶດສະພານີ້.
ລັດຖະມົນຕີປ້ອງກັນປະເທດຂອງ 3 ປະເທດຍັງໃຫ້ຄຳໝັ້ນສັນຍາຈະດຳເນີນການຊ້ອມຮົບປ້ອງກັນລູກສອນໄຟສາມຝ່າຍເປັນປະຈຳ ເພື່ອຕ້ານການກະທຳຂອງເກົາຫຼີເໜືອ ແລະ ເພີ່ມທະວີການສະກັດກັ້ນ.
ຍີ່ປຸ່ນ ແລະ ສ.ເກົາຫຼີ ຈະແບ່ງປັນຂໍ້ມູນໃນເວລາຕົວຈິງໂດຍຜ່ານອາເມລິກາ, ເພາະວ່າ 2 ປະເທດພັນທະມິດຄວາມໝັ້ນຄົງອາຊີຕາເວັນອອກບໍ່ມີກົນໄກສື່ສານໂດຍກົງ. ວໍຊິງຕັນມີລະບົບແຍກຕ່າງຫາກທີ່ເຊື່ອມຕໍ່ກັບໂຕກຽວ ແລະກຸງໂຊລ ເພື່ອຕິດຕາມລູກສອນໄຟທີ່ພຽງຢາງຍິງຂຶ້ນ.
ການຍິງສົ່ງດາວທຽມສອດແນມຂອງເກົາຫຼີເໜືອທີ່ບໍ່ສຳເລັດ, ນ້ອງສາວຂອງຜູ້ນຳ Kim Jong-un ເວົ້າແນວໃດ?
ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ທ່ານ Hamada ກ່າວຕໍ່ບັນດານັກຂ່າວ ຫຼັງຈາກກອງປະຊຸມສາມຝ່າຍວ່າ ລະບົບແບ່ງປັນຂໍ້ມູນ "ຈະປັບປຸງຄວາມສາມາດຂອງແຕ່ລະປະເທດໃນການກວດສອບ ແລະປະເມີນໄພຂົ່ມຂູ່ຈາກລູກສອນໄຟຂອງເກົາຫຼີເໜືອ." ຍັງບໍ່ທັນມີຄຳຕອບໃດໆກ່ຽວກັບການຕອບໂຕ້ຂອງພຽງຢາງ.
ລັດຖະມົນຕີປ້ອງກັນປະເທດຂອງສະຫະລັດ, ຍີ່ປຸ່ນ ແລະເກົາຫຼີໃຕ້ ໄດ້ເຈລະຈາສາມຝ່າຍ ຫຼັງຈາກການໂຈມຕີຈະຫຼວດຂອງເກົາຫຼີເໜືອລົ້ມເຫລວໃນວັນທີ 31 ພຶດສະພາ. ສະຫະລັດ, ຍີ່ປຸ່ນ ແລະເກົາຫຼີໃຕ້ ໄດ້ຕຳໜິຕິຕຽນການຍິງຈະຫຼວດດັ່ງກ່າວ ໂດຍກ່າວວ່າ ເກົາຫຼີເໜືອອາດໄດ້ນຳໃຊ້ເທັກໂນໂລຍີລູກສອນໄຟຂີປະນາວຸດ, ລະເມີດມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ຕາມຂ່າວກຽວໂດ.
ແຫຼ່ງທີ່ມາ






(0)