ພື້ນທີ່ປະສົບການການອອກກຳລັງກາຍ "Dynamic Vietnam" ຂອງ Nestlé MILO ທີ່ງານມະຫະກຳມາຣາທອນ Tien Phong Marathon 2025 - ບ່ອນທີ່ຜູ້ເຂົ້າຮ່ວມສາມາດມີສ່ວນຮ່ວມໃນການແລ່ນ, ທົດສອບຄວາມອົດທົນ ແລະ ຮັບຂອງຂວັນຈາກຍີ່ຫໍ້ - ພາບ: VGP/PD
ນີ້ເປັນປີທີ 10 ທີ່ Nestlé MILO ໄດ້ເຂົ້າຮ່ວມການແຂ່ງຂັນໃນຖານະເປັນຜູ້ສະໜັບສະໜູນຫຼຽນຄຳ. ປີ 2025 ກໍ່ແມ່ນຂີດໝາຍພິເສດ - Nestlé ແລະ ຍີ່ຫໍ້ Nestlé MILO ໄດ້ສະເຫຼີມສະຫຼອງ 30 ປີແຫ່ງວັນມີໜ້າຢູ່ ຫວຽດນາມ ດ້ວຍພາລະກິດການຮ່ວມມືພັດທະນາຊີວິດການເປັນຢູ່ຂອງຊາວ ຫວຽດນາມ.
ໂດຍແມ່ນເຄື່ອງໝາຍການຄ້າທີ່ສະເໝີຕົ້ນສະເໝີປາຍກັບບັນດາການເຄື່ອນໄຫວ ກິລາ ໂຮງຮຽນ ແລະ ກິລາແຫ່ງຊາດໂດຍທົ່ວໄປ, ໃນໄລຍະ 30 ປີຜ່ານມາ, Nestlé MILO ໄດ້ຮ່ວມມືກັບບັນດາອົງການ, ກົມກອງ, ຂະແໜງການເພື່ອປະກອບສ່ວນເຂົ້າໃນການເຄື່ອນໄຫວບຳລຸງສ້າງຊາວໜຸ່ມຫວຽດນາມ ທີ່ມີຂະຫຍັນຂັນເຄື່ອນ ແລະ ແຂງແຮງຜ່ານໂຄງການ Active Vietnam.
ມາຮອດປະຈຸບັນ, ເດັກນ້ອຍນັບລ້ານຄົນໄດ້ເຂົ້າຮ່ວມການເຄື່ອນໄຫວກິລາໂດຍກົງໂດຍ Nestlé MILO ໄດ້ຈັດຕັ້ງຂຶ້ນເຊັ່ນ: ງານມະຫາກຳກິລາຟູດົງ, ບານເຕະ, ບານບ້ວງ, ແລ່ນ, ແອໂຣບິກ, ໂວວີນາມ ແລະ ພ້ອມກັບຄະນະຜູ້ແທນກິລາຫວຽດນາມ ເຂົ້າຮ່ວມບັນດາເຫດການສຳຄັນຢູ່ພາຍໃນ, ພາກພື້ນ ແລະ ສາກົນຄື: SEA Games, Olympic ແລະ ອື່ນໆ.
ຜູ້ຕາງໜ້າບໍລິສັດ Nestlé ຫວຽດນາມ , ທ່ານນາງ ເລບຸ່ຍທິມາຍອຽນ, ຜູ້ອຳນວຍການໃຫຍ່ MILO ແລະ ຜະລິດຕະພັນນົມ, ໃຫ້ຮູ້ວ່າ: ຜ່ານງານມະຫາກຳກິລາ Tien Phong Marathon 2025, Nestlé MILO ກໍ່ຫວັງວ່າຈະສ້າງແຮງບັນດານໃຈໃຫ້ນັກກິລາ ຫວຽດນາມ ແລະ ສາກົນເກືອບ 7.000 ຄົນບັນລຸໄດ້ໝາກຜົນດີທີ່ສຸດ, ດ້ວຍເຫດນີ້, ລະດົມກຳລັງໃຈໃຫ້ລຸ້ນໜຸ່ມ ຫວຽດນາມ.
ຄວາມຢືດຢຸ່ນບໍ່ພຽງແຕ່ມີຄວາມສໍາຄັນສໍາລັບຜູ້ໃຫຍ່ເທົ່ານັ້ນ, ແຕ່ຍັງມີຄວາມສໍາຄັນທີ່ສຸດສໍາລັບເດັກນ້ອຍ, ລວມທັງຄວາມອົດທົນທາງດ້ານຮ່າງກາຍແລະຈິດໃຈ. ຕາມການສຶກສາເມື່ອບໍ່ດົນມານີ້, 92% ຂອງແມ່ຫວຽດນາມຢາກປັບປຸງຄວາມອົດທົນຂອງລູກ, ໃຫ້ເຂົາເຈົ້າມີພະລັງງານພຽງພໍເພື່ອເຮັດວຽກປະຈຳວັນ.
Nestlé MILO ໄດ້ຮ່ວມມືກັບສະຖາບັນໂພຊະນາການແຫ່ງຊາດຂອງຫວຽດນາມ ໃນການທົດລອງທາງດ້ານຄລີນິກເປັນເວລາຫຼາຍກວ່າ 3 ເດືອນ ແລະ ຜົນການວິໄຈສະແດງໃຫ້ເຫັນວ່າ ການດື່ມ MILO ປະຈໍາວັນ ສົມທົບກັບການອອກກໍາລັງກາຍຊ່ວຍໃຫ້ເດັກນ້ອຍມີຄວາມຢືດຢຸ່ນຫຼາຍຂຶ້ນ.
“ພວກຂ້າພະເຈົ້າມີຄວາມກະຕືລືລົ້ນ ແລະ ສະໜັບສະໜູນຄະນະຈັດຕັ້ງ ດ້ວຍຄຳໝັ້ນສັນຍາຊຸກຍູ້ຂະບວນການກິລາ, ລະດົມກຳລັງໃຈໃຫ້ລຸ້ນໜຸ່ມຝຶກຝົນຫຼໍ່ຫຼອມກິລາ, ປັບປຸງຄວາມອົດທົນ, ສຸຂະພາບແຂງແຮງ ແລະ ແຂງແຮງຂອງລຸ້ນໜຸ່ມ ຫວຽດນາມ”.
ນອກຈາກເນື້ອໃນການແຂ່ງຂັນຢ່າງເປັນທາງການແລ້ວ, ພື້ນທີ່ກິດຈະກຳ Nestlé MILO ພາຍໃນງານຈະນຳເອົາປະສົບການທີ່ໜ້າສົນໃຈຫຼາຍຢ່າງໃຫ້ກັບນັກກິລາ, ພໍ່ແມ່ ແລະ ເດັກນ້ອຍ. ຜູ້ເຂົ້າຮ່ວມມີໂອກາດເຂົ້າຮ່ວມການທ້າທາຍທາງດ້ານຮ່າງກາຍ, ມີຄວາມມ່ວນ, ໄດ້ຮັບຂອງຂວັນທີ່ດຶງດູດໃຈແລະໄດ້ຮັບພະລັງກ່ອນທີ່ຈະເຂົ້າໄປໃນການແຂ່ງຂັນ. ພື້ນທີ່ປະສົບການ Nestlé MILO ທີ່ມີຂອງຂວັນທີ່ຫນ້າສົນໃຈຫຼາຍສໍາລັບຜູ້ເຂົ້າຮ່ວມແມ່ນເປີດຕັ້ງແຕ່ວັນທີ 28-30 ມີນາ 2025 ໃນງານ.
ພູວົງ
ທີ່ມາ: https://baochinhphu.vn/nestle-milo-tiep-tuc-dong-hanh-cung-tien-phong-marathon-2025-lan-toa-y-chi-ben-bi-102250330101810732.htm
(0)