ທ່ານນາຍົກລັດຖະມົນຕີ Mikhail Mishustin ຢືນຢັນວ່າ ລັດເຊຍ ຮ່ວມມືກັບຫຼາຍປະເທດພັດທະນາພະລັງງານນິວເຄຼຍ ແລະ ພ້ອມແລ້ວທີ່ຈະເຂົ້າຮ່ວມການກໍ່ສ້າງຂະແໜງໄຟຟ້ານິວເຄຼຍຂອງ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຕ້ອນຮັບທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin ທີ່ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງທຳອິດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນ ທາງການທູດ ລະຫວ່າງ 2 ປະເທດ.
ນາຍົກລັດຖະມົນຕີສອງປະເທດໄດ້ແຈ້ງໃຫ້ກັນແລະກັນກ່ຽວກັບສະພາບ ການການເມືອງ , ເສດຖະກິດ, ສັງຄົມຂອງແຕ່ລະປະເທດ; ໄດ້ກວດກາຄືນບັນດາໝາກຜົນທີ່ບັນລຸໄດ້ໃນການຮ່ວມມື ແລະ ໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບສະພາບການປະຈຸບັນ, ແງ່ຫວັງ ແລະ ໄດ້ເຫັນດີເປັນເອກະພາບກ່ຽວກັບທິດທາງ. 2 ຝ່າຍກໍ່ໄດ້ປຶກສາຫາລືບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານນາຍົກລັດຖະມົນຕີ ລັດເຊຍ ສະແດງຄວາມປະທັບໃຈຕໍ່ບັນດາຜົນງານພັດທະນາເສດຖະກິດ - ສັງຄົມ ທີ່ຫວຽດນາມ ບັນລຸໄດ້. ລັດເຊຍ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ, ຖືຫວຽດນາມແມ່ນຄູ່ຮ່ວມມືແຖວໜ້າຢູ່ອາຊີຕາເວັນອອກສ່ຽງໃຕ້. ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢືນຢັນວ່າ: ຍາມໃດຫວຽດນາມ ປະຕິບັດນະໂຍບາຍການຕ່າງປະເທດເປັນເອກະລາດ, ກຸ້ມຕົນເອງ, ມີຄວາມຫຼາກຫຼາຍ ແລະ ຫຼາຍຝ່າຍ, ຍາມໃດກໍຖືການພົວພັນມິດຕະພາບພື້ນຖານ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ລັດເຊຍ ເປັນໜຶ່ງໃນບັນດາບຸລິມະສິດອັນດັບໜຶ່ງ. ຫວຽດນາມ ປາດຖະໜາຢາກຮ່ວມມືກັບ ລັດເຊຍ ເພື່ອແນໃສ່ຊຸກຍູ້ຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການເຈລະຈາ, ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຊຸກຍູ້ການພົວພັນ ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ຜ່ານຊ່ອງທາງ, ສ້າງພື້ນຖານການຮ່ວມມືສອງຝ່າຍ, ພິເສດແມ່ນໃນຂົງເຂດ ເສດຖະກິດ - ການຄ້າ, ການລົງທຶນ, ພະລັງງານ - ນ້ຳມັນ ແລະ ອາຍແກັສ, ການສຶກສາ - ບຳລຸງສ້າງ, ວັດທະນະທຳ, ທ່ອງທ່ຽວ, ວິທະຍາສາດ-ເຕັກໂນໂລຊີ ແລະ ການຮ່ວມມືທ້ອງຖິ່ນ...ພາບລວມຂອງກອງປະຊຸມ.
2 ຝ່າຍໄດ້ຮັບຮູ້ວ່າ ວົງເງິນການຄ້າບັນລຸໄດ້ການເຕີບໂຕຢ່າງຕັ້ງໜ້າ, ແຕ່ຍັງມີຊ່ອງຫວ່າງຫຼາຍຢ່າງເພື່ອຂຸດຄົ້ນ; ເຫັນດີເປັນເອກະພາບວ່າ ຄວນມີບັນດາມາດຕະການແກ້ໄຂເພື່ອເພີ່ມທະວີມູນຄ່າການຄ້າ 2 ຝ່າຍ, ໃນນັ້ນມີການນຳໃຊ້ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພັນເສດຖະກິດເອີລົບ, ໃນນັ້ນ ລັດເຊຍ ເປັນສະມາຊິກຢ່າງມີປະສິດທິຜົນ. 2 ປະເທດສືບຕໍ່ສຶກສາ ແລະ ສ້າງເງື່ອນໄຂເປີດກ້ວາງສິນຄ້າຂອງແຕ່ລະປະເທດຄື: ຜະລິດຕະພັນກະເສດ, ການຢາ ແລະ ອື່ນໆ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ທ່ານນາຍົກລັດຖະມົນຕີ Mikhail Mishustin ຢືນຢັນບົດບາດສຳຄັນຂອງກົນໄກຮ່ວມມືລະຫວ່າງລັດຖະ ບານຫວຽດນາມ - ລັດເຊຍ , ຮັບຮູ້ບັນດາການປະກອບສ່ວນອັນດີຂອງບັນດາກະຊວງ, ຂະແໜງການ, ເປັນຕົ້ນ. ປາດຖະໜາຢາກສືບຕໍ່ຮ່ວມມືປະຕິບັດການກໍ່ສ້າງສູນຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຢີນິວເຄຼຍ ຫວຽດນາມ. ທ່ານນາຍົກລັດຖະມົນຕີ Mishustin ຢືນຢັນວ່າ ລັດເຊຍ ຮ່ວມມືກັບຫຼາຍປະເທດພັດທະນາພະລັງງານນິວເຄຼຍ ແລະ ພ້ອມແລ້ວທີ່ຈະເຂົ້າຮ່ວມການກໍ່ສ້າງອຸດສາຫະກຳໄຟຟ້ານິວເຄຼຍຂອງ ຫວຽດນາມ; ສະເໜີຊຸກຍູ້ການຮ່ວມມືໃນຂົງເຂດສາທາລະນະສຸກ, ແຮງງານ, ເຄມີການຢາ. 2 ຝ່າຍເນັ້ນໜັກເຖິງຄວາມປາດຖະໜາຢາກລົງເລິກການຮ່ວມມືດ້ານມະນຸດສະທຳ, ໄດ້ຮັບຮູ້ຄວາມສຳຄັນຂອງການຮ່ວມມືດ້ານ ການສຶກສາ ແລະ ບຳລຸງສ້າງ, ເພີ່ມທະວີການສອນພາສາຫວຽດນາມ ຢູ່ ສະຫະພັນລັດເຊຍ ແລະ ລັດເຊຍ ຢູ່ ຫວຽດນາມ, ຊຸກຍູ້ການຮ່ວມມືຜ່ານເຄືອຂ່າຍບັນດາມະຫາວິທະຍາໄລເຕັກນິກ ຫວຽດນາມ - ລັດເຊຍ. ລັດເຊຍ ສືບຕໍ່ສະໜອງທຶນສຶກສາບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ຫວຽດນາມ ໃນບັນດາຂົງເຂດວິທະຍາສາດ, ເຕັກໂນໂລຢີ, ສິລະປະ. 2 ຝ່າຍຍິນດີເພີ່ມທະວີການແລກປ່ຽນປະຊາຊົນ ແລະ ເປີດກວ້າງການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ; ຕົກລົງຈັດຕັ້ງການພົບປະແລກປ່ຽນວັດທະນະທຳ ແລະ ການສະແດງສິລະປະເປັນປະຈຳ. ນາຍົກລັດຖະມົນຕີ 2 ທ່ານກໍ່ປຶກສາຫາລືບັນດາມາດຕະການເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ. ການຟື້ນຟູຖ້ຽວບິນໂດຍກົງເປັນປົກກະຕິ ແລະ ຖ້ຽວບິນ charter ລະຫວ່າງສອງປະເທດໄດ້ປະກອບສ່ວນຊຸກຍູ້ຈຳນວນນັກທ່ອງທ່ຽວ. 2 ຝ່າຍເຫັນດີເປັນເອກະພາບການຮ່ວມມືດ້ານຄົມມະນາຄົມຂົນສົ່ງ, ໃນນັ້ນມີທາງທະເລ, ທາງລົດໄຟ ແລະ ການຂົນສົ່ງຕົວເມືອງ.ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ທ່ານນາຍົກລັດຖະມົນຕີ Mikhail Mishustin ໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບຜົນຂອງການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ລັດເຊຍ.
ກ່ຽວກັບບັນຫາທີ່ຍັງຄົງຄ້າງ, ທ່ານນາຍົກລັດຖະມົນຕີ 2 ທ່ານ ໄດ້ມອບໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງປຶກສາຫາລື, ຄົ້ນຄ້ວາ ແລະ ແນະນຳວິທີແກ້ໄຂບົນຈິດໃຈຮັບປະກັນຜົນປະໂຫຍດ. 2 ຝ່າຍກໍ່ໄດ້ປຶກສາຫາລືບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ຮ່ວມມືຢູ່ບັນດາເວທີປາໄສສາກົນ; ຢືນຢັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ... ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຂອບໃຈ ລັດເຊຍ ທີ່ຕັ້ງໃຈ ແລະ ເອົາໃຈໃສ່ເຖິງປະຊາຄົມຊາວຫວຽດນາມ ຢູ່ ລັດເຊຍ ແລະ ຫວັງວ່າຈະສືບຕໍ່ສ້າງເງື່ອນໄຂສະດວກ. ລັດຖະບານຫວຽດນາມ ຍາມໃດກໍເອົາໃຈໃສ່ ແລະ ຈະຮັບປະກັນເງື່ອນໄຂສະດວກໃຫ້ພົນລະເມືອງ ລັດເຊຍ ດຳລົງຊີວິດ ແລະ ຮ່ຳຮຽນຢູ່ ຫວຽດນາມ. ພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ທ່ານນາຍົກລັດຖະມົນຕີ Mikhail Mishustin ໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບຜົນຂອງການຢ້ຽມຢາມ ແລະ ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືຈຳນວນໜຶ່ງ...ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ທ່ານນາຍົກລັດຖະມົນຕີ ລັດເຊຍ Mishustin ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງພັດທະນາດິຈິຕອລ, ສື່ສານ ແລະສື່ສານມວນຊົນ ສະຫະພັນລັດເຊຍ ແລະ ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ທ່ານນາຍົກລັດຖະມົນຕີ ລັດເຊຍ Mishustin ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ສະຫະພັນລັດເຊຍ ແລະ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໃນຂົງເຂດວິທະຍຸເອເລັກໂຕນິກ ແລະ ເຕັກໂນໂລຊີດີຈີຕອນ.
Vietnamnet.vn
ທີ່ມາ: https://vietnamnet.vn/nga-san-sang-tham-gia-xay-dung-nganh-dien-hat-nhan-cua-viet-nam-2363346.html





(0)