ໂຄງການວັນຊາດຫວຽດນາມໂລກໄດ້ຮັບການສ້າງຕັ້ງໃນປີ 2015 ໂດຍນັກວິທະຍາສາດ, ປັນຍາຊົນ, ການນຳສະມາຄົມຊາວຫວຽດນາມຢູ່ຕ່າງປະເທດທີ່ມາຈາກ 7 ປະເທດ. ມາຮອດປະຈຸບັນ, ຄະນະໂຄງການມີນັກວິທະຍາສາດ, ປັນຍາຊົນ, ນັກວັດທະນະທຳ, ນັກການເມືອງ, ນັກການທູດ , ນັກຂຽນ, ນັກຂ່າວ, ການນຳບັນດາປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ນັກທຸລະກິດ, ເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າຈາກ 30 ປະເທດໃນໂລກເກືອບ 100 ຄົນ.
ໂຄງການປີນີ້ມີຫົວຂໍ້ວ່າ “ອະນຸລັກຮັກສາ ແລະ ເຊີດຊູບັນດາຄຸນຄ່າວັດທະນະທຳຫວຽດນາມ ໃນຍຸກໃໝ່ແຫ່ງການພັດທະນາປະເທດຊາດ”. ພິທີສະເຫຼີມສະຫຼອງວັນເສຍຊີວິດຂອງກະສັດ Hung 2025 ແລະ ການເຊີດຊູບັນດາລູກຫລານທົ່ວໂລກຈະມີຫຼາຍການເຄື່ອນໄຫວຄື: ສົມທົບກັບສະຖາບັນ ໂຮ່ຈິມິນ , ມະຫາວິທະຍາໄລ Saint Petersburg ແລະ ປະຊາຄົມຊາວຫວຽດນາມ ຢູ່ Saint Petersburg (ສະຫະພັນລັດເຊຍ) ຈັດຕັ້ງກອງປະຊຸມສາກົນດ້ວຍຫົວຂໍ້ວ່າ “ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ ຫວຽດນາມ ໃນຍຸກໃໝ່ແຫ່ງການພັດທະນາປະເທດຊາດ” ແລະ ຖະຫວາຍທູບທຽນ.
ລາຍການດັ່ງກ່າວຈະໄດ້ຮັບການຖ່າຍທອດສົດຢູ່ເທິງເວທີ Facebook ຂອງຄະນະໂຄງການ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນທົ່ວໂລກ. ນີ້ແມ່ນເຫດການວັດທະນະທຳທີ່ມີຄວາມໝາຍເປັນພິເສດ, ບໍ່ພຽງແຕ່ໃຫ້ປະຊາຄົມຊາວຫວຽດນາມ ອາໄສ, ຮ່ຳຮຽນ ແລະ ເຮັດວຽກຢູ່ຕ່າງປະເທດເທົ່ານັ້ນ ຫາກຍັງປະກອບສ່ວນຊຸກຍູ້ການພົວພັນມິດ ຕະພາບທີ່ເປັນ ມູນເຊື້ອລະຫວ່າງ ຫວຽດນາມ ແລະ ເພື່ອນມິດສາກົນ.
ຫວຽດນາມ.vn
(0)