
ນີ້ແມ່ນການຝຶກຊ້ອມຄັ້ງທຳອິດຂອງຍີ່ປຸ່ນທີ່ມີຈຸດປະສົງເພື່ອປະເມີນຄວາມສ່ຽງຕໍ່ລະບົບການຂົນສົ່ງ, ການສື່ສານ, ສະຖານທີ່ ສາທາລະນະສຸກ , ແລະອື່ນໆ, ພ້ອມທັງສ້າງກົນໄກສຳລັບການປະສານງານຂອງພາກລັດ ແລະ ເອກະຊົນໃນການຕອບສະໜອງຕໍ່ໄພຂົ່ມຂູ່ທີ່ເພີ່ມຂຶ້ນຈາກການໂຈມຕີທາງໄຊເບີ.
ການຝຶກຊ້ອມດັ່ງກ່າວ, ເຊິ່ງຈັດຮ່ວມກັນໂດຍອົງການຄວາມໝັ້ນຄົງແຫ່ງຊາດ ແລະ ລັດຖະບານໂຕກຽວ, ມີກຳນົດຈະຈັດຂຶ້ນໃນວັນທີ 18 ທັນວາ. ສະຖານະການຈຳລອງກ່ຽວຂ້ອງກັບໄຟຟ້າດັບຂະໜາດໃຫຍ່ທີ່ບໍ່ຮູ້ສາເຫດທີ່ເກີດຂຶ້ນໃນເຂດນະຄອນຫຼວງ.
ສະຖານະການຕ່າງໆເຊັ່ນ: ການຂາດນ້ຳຕິດຕໍ່ກັນ, ການລົບກວນອິນເຕີເນັດ ແລະ ໂທລະສັບ, ໄຟຈະລາຈອນຂັດຂ້ອງ, ແລະ ການປິດລົດໄຟ ເຮັດໃຫ້ເຄືອຂ່າຍການຂົນສົ່ງເປັນອຳມະພາດ, ບັງຄັບໃຫ້ພາກສ່ວນຕ່າງໆຕ້ອງຮັບມືກັບຄວາມເສຍຫາຍທີ່ແຜ່ຂະຫຍາຍ ແລະ ຕິດຕໍ່ກັນເປັນຊັ້ນໆ.
ຖ້າໄຟຟ້າດັບເປັນເວລາດົນ, ສະຖານທີ່ບໍລິການດ້ານສຸຂະພາບຈະຕ້ອງໄດ້ຕອບສະໜອງຢ່າງຮີບດ່ວນຕໍ່ຄົນເຈັບທີ່ກຳລັງຮັບການຟອກເລືອດ ຫຼື ໃຊ້ເຄື່ອງຊ່ວຍຫາຍໃຈ. ເມື່ອການຈະລາຈອນຕິດຂັດຍັງຄົງຢູ່, ການສະໜອງນໍ້າມັນເຊື້ອໄຟເຊັ່ນ: ນໍ້າມັນແອັດຊັງ ແລະ ນໍ້າມັນກາຊວນອາດຈະຖືກຊັກຊ້າ, ເຊິ່ງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຊີວິດ ແລະ ກິດຈະກຳ ທາງເສດຖະກິດ ຂອງປະຊາຊົນ.
ຄາດວ່າທຸລະກິດທີ່ກ່ຽວຂ້ອງກັບພື້ນຖານໂຄງລ່າງທີ່ສຳຄັນທີ່ຕັ້ງຢູ່ໃນເຂດນະຄອນຫຼວງ - ລວມທັງຂະແໜງໄຟຟ້າ, ອາຍແກັສ, ໂທລະຄົມມະນາຄົມ, ການດູແລສຸຂະພາບ ແລະ ການເງິນ - ຈະເຂົ້າຮ່ວມໃນການຝຶກຊ້ອມ. ເປົ້າໝາຍແມ່ນເພື່ອເສີມຂະຫຍາຍການປະສານງານເປັນປະຈຳ ແລະ ຄ່ອຍໆຊີ້ແຈງບັນຫາທີ່ມີຢູ່.
ແຫຼ່ງຂໍ້ມູນ: https://nhandan.vn/nhat-ban-dien-tap-ung-pho-tan-cong-mang-quy-mo-lon-post930144.html






(0)