ວັນທີ 27 ມິຖຸນານີ້, ຍີ່ປຸ່ນໄດ້ປະກາດການຕັດສິນໃຈຈັດວາງສ.ເກົາຫຼີກັບຄືນສູ່ "ບັນຊີຂາວ" ຂອງຄູ່ຮ່ວມມືການຄ້າທີ່ໄວ້ເນື້ອເຊື່ອໃຈ, ເປັນຂີດໝາຍການສິ້ນສຸດການຂັດແຍ້ງດ້ານການຄ້າລະຫວ່າງສອງປະເທດເປັນເວລາ 4 ປີ, ແມ່ນການເຄື່ອນໄຫວຫຼ້າສຸດເພື່ອປັບປຸງການພົວພັນ ດ້ານເສດຖະກິດ ຂອງສອງປະເທດ.
ກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານຂອງຍີ່ປຸ່ນ ກ່າວວ່າ ຕົນໄດ້ປັບປຸງລະບຽບການເພື່ອສົ່ງຄືນເກົາຫຼີໃຕ້ ເຂົ້າສູ່ກຸ່ມ A (ກຸ່ມຄູ່ຄ້າທີ່ໄວ້ໃຈໄດ້), ອະນຸຍາດໃຫ້ ເຊອຸນ ໄດ້ຮັບແຮງຈູງໃຈດ້ານການສົ່ງອອກທີ່ຕົນມັກກ່ອນປີ 2019. ການຕັດສິນໃຈນີ້ຈະມີຜົນຕັ້ງແຕ່ວັນທີ 21 ກໍລະກົດເປັນຕົ້ນໄປ.
ຕາມນັ້ນແລ້ວ, ດ້ວຍການຈັດຕັ້ງຄືນໃໝ່ຂອງ ສ.ເກົາຫຼີ ເຂົ້າໃນ “ບັນຊີຂາວ”, ເວລາກວດກາຄືນໃບອະນຸຍາດສົ່ງອອກຂອງບັນດາບໍລິສັດພາຍໃນປະເທດທີ່ສົ່ງອອກວັດຖຸຍຸດທະສາດໄປ ສ.ເກົາຫຼີ ໄດ້ຫຼຸດລົງຈາກ 2 – 3 ເດືອນເປັນປະມານ 1 ອາທິດ.
ກ່ອນໜ້ານີ້, ໃນປີ 2019, ຍີ່ປຸ່ນ ໄດ້ຫຼຸດລະດັບເກົາຫຼີໃຕ້ ມາເປັນກຸ່ມ B, ຫຼັງຈາກໄດ້ວາງຂໍ້ຈຳກັດການສົ່ງອອກຂອງ 3 ວັດສະດຸຍຸດທະສາດຈາກເກົາຫຼີໃຕ້, ລວມທັງ fluorinated polyimide, photoresists ແລະ hydrogen fluoride ສໍາລັບການຜະລິດ semiconductors ແລະຈໍສະແດງຜົນ. ການເຄື່ອນໄຫວນີ້ຖືວ່າເປັນການຕອບສະໜອງຕໍ່ຄຳຕັດສິນກ່ອນໜ້ານີ້ຂອງສານສູງສຸດຂອງສ.ເກົາຫຼີ ທີ່ສັ່ງໃຫ້ສອງບໍລິສັດຂອງຍີ່ປຸ່ນ ໃຫ້ການຊົດເຊີຍແກ່ຊາວສ.ເກົາຫຼີທີ່ຖືກບັງຄັບໃຊ້ແຮງງານໃນໄລຍະທີ່ຍີ່ປຸ່ນຍຶດຄອງແຫຼມເກົາຫຼີ (1910 - 1945).
ເດືອນມີນາຜ່ານມາ, ສອງຝ່າຍໃຫ້ຄຳໝັ້ນສັນຍາຈະຟື້ນຟູການພົວພັນດ້ານການຄ້າ ພາຍຫຼັງ ສ.ເກົາຫຼີ ປະກາດແຜນການຊົດເຊີຍຜູ້ຖືກເຄາະຮ້າຍຈາກການບັງຄັບໃຊ້ແຮງງານໂດຍບໍ່ໄດ້ຮຽກຮ້ອງໃຫ້ຍີ່ປຸ່ນປະກອບສ່ວນ.
ໃນເດືອນມີນາຜ່ານມາ, ໂຕກຽວໄດ້ຍົກເລີກຂໍ້ຈຳກັດດ້ານການສົ່ງອອກຂອງກຸງໂຊລ ຫຼັງຈາກປະທານາທິບໍດີສ.ເກົາຫຼີ Yoon Suk Yeol ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Fumio Kishida ໄດ້ເຫັນດີຮ່ວມກັນປັບປຸງການພົວພັນລະຫວ່າງສອງປະເທດໃນການເຈລະຈາລະຫວ່າງການນຳສອງປະເທດຢູ່ນະຄອນຫຼວງໂຕກຽວ. ຫຼັງຈາກນັ້ນ, ໃນເດືອນເມສາ, ເກົາຫຼີໃຕ້ໄດ້ຟື້ນຟູຍີ່ປຸ່ນເປັນຄູ່ຮ່ວມມືການຄ້າທີ່ເຊື່ອຖືໄດ້.
ກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານ ສ.ເກົາຫຼີ ໃນຖະແຫຼງການໄດ້ຊົມເຊີຍການຕັດສິນໃຈຂອງຍີ່ປຸ່ນ ແລະ ເນັ້ນໜັກວ່າ ຈະຮ່ວມມືຢ່າງແໜ້ນແຟ້ນກັບ ໂຕກຽວ ເພື່ອຊຸກຍູ້ບັນດາບັນຫາການຄ້າສອງຝ່າຍ ແລະ ຫຼາຍຝ່າຍ.
ເກົາຫຼີ ຄາດວ່າຈະເພີ່ມການສົ່ງອອກໄປຍັງຍີ່ປຸ່ນ 2,69 ຕື້ USD, ເຮັດໃຫ້ການສົ່ງອອກກັບຄືນສູ່ລະດັບປີ 2017 ແລະ 2018 - ກ່ອນທີ່ຍີ່ປຸ່ນຈະມີການຈຳກັດການສົ່ງອອກເຂົ້າປະເທດ, ຕາມການລາຍງານຂອງສະພາການຄ້າ ແລະ ອຸດສາຫະກຳ ສ.ເກົາຫຼີ ເມື່ອເດືອນມີນາຜ່ານມາ.
ໃນຂະນະນັ້ນ, ທ່ານ Choo Kyung-ho ລັດຖະມົນຕີກະຊວງການເງິນ ສ.ເກົາຫຼີ ມີກຳນົດຈະພົບປະກັບຄູ່ຕຳແໜ່ງຍີ່ປຸ່ນໃນວັນທີ 29 ມິຖຸນານີ້ ເພື່ອປຶກສາຫາລືບັນດາບັນຫາຮ່ວມມືໃນຂົງເຂດການເງິນ ແລະ ການຄ້າ.
ໜັງສືພິມເອເລັກໂຕຼນິກ ຂອງພັກກອມມູນິດຫວຽດນາມ
ແຫຼ່ງທີ່ມາ
(0)