ທ່ານນາຍົກລັດຖະມົນຕີ ນິວຊີແລນ ພວມຢ້ຽມຢາມ ຍີ່ປຸ່ນ ເປັນເວລາ 4 ວັນ ແຕ່ວັນທີ 17 ມິຖຸນາ ຈະມາເຖິງ. ຈຸດສຳຄັນຂອງການເດີນທາງຄັ້ງນີ້ ແມ່ນແນໃສ່ຊຸກຍູ້ການພົວພັນດ້ານການຄ້າ ແລະ ການລົງທຶນກັບ ຍີ່ປຸ່ນ ແລະ ສ້າງສາຍສຳພັນກັບຜູ້ນຳປະເທດ.

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ຕີລາຄາວ່າ: ສະພາບແວດລ້ອມຍຸດທະສາດຢູ່ພາກພື້ນອິນໂດ ປາຊີຟິກ ພວມມີຄວາມທ້າທາຍນັບມື້ນັບເພີ່ມຂຶ້ນ. ສະນັ້ນ, ຍີ່ປຸ່ນ ແລະ ນິວຊີແລນ ຕ້ອງເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ.
ສ່ວນທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ເນັ້ນໜັກວ່າ, ປະຈຸບັນແມ່ນເວລາສຳຄັນຂອງ 2 ປະເທດເພື່ອເພີ່ມທະວີຄວາມເຂົ້າໃຈ, ຮ່ວມມື, ຕອບສະໜອງບັນດາສິ່ງທ້າທາຍລວມໃນພາກພື້ນ.
ທ່ານນາຍົກລັດຖະມົນຕີ Luxon ກ່າວວ່າ ທ່ານຍັງຊອກຫາກາລະໂອກາດຮ່ວມມືລະຫວ່າງ ນິວຊີແລນ ແລະ ຍີ່ປຸ່ນ ໃນບັນດາຂົງເຂດເຊັ່ນ: ເສດຖະກິດ , ພະລັງງານທົດແທນ ແລະ ວິທະຍາສາດອະວະກາດ.
ການນຳສອງທ່ານໄດ້ສິ້ນສຸດການເຈລະຈາກ່ຽວກັບຂໍ້ຕົກລົງຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານ ແລະ ເຫັນດີດຳເນີນບັນດາການເຄື່ອນໄຫວຊຸກຍູ້ຄວາມໝັ້ນຄົງທາງທະເລໂດຍຜ່ານການຊ້ອມຮົບຮ່ວມ.
ທີ່ມາ
(0)