
ບູດຂອງກອງທຶນແມ່ນຕັ້ງຢູ່ທີ່ເດີ່ນ ກິລາ ກວາງຫງາຍ, ແມ່ນຈຸດເລີ່ມຕົ້ນ ແລະ ສິ້ນສຸດການແຂ່ງຂັນ.
ຄະນະຈັດຕັ້ງ Standard Chartered Marathon Heritage Hanoi 2025 ໃຫ້ຮູ້ວ່າ: ໄດ້ສຳເລັດການກະກຽມທຸກຢ່າງເພື່ອກຽມພ້ອມຕ້ອນຮັບນັກກິລາໃນວັນແຂ່ງຂັນເປັນທາງການແຕ່ວັນທີ 8-9 ພະຈິກ. ລະດູການ 2025 ຕ້ອນຮັບນັກກີລາສາກົນເພີ່ມຂຶ້ນຢ່າງກະທັນຫັນ, ມີນັກກິລາ 2.500 ຄົນຈາກເກືອບ 70 ປະເທດ, ເກືອບເທົ່າຕົວຂອງລະດູການ 2024.
ເປັນໜ້າສັງເກດ, ງານແຂ່ງຂັນ Standard Chartered Marathon Heritage Hanoi 2025 ແມ່ນງານແຂ່ງຂັນທຳອິດຂອງຫວຽດນາມ ເພື່ອສົມທົບກັບກອງທຶນປ້ອງກັນຄວາມເສຍຫາຍຈາກຢາສູບ ເພື່ອຜັນຂະຫຍາຍບັນດາຮູບແບບເຂດປອດການສູບຢາ. ຂໍ້ຄວາມ “ແລ່ນປອດຄວັນຢາສູບ” ຈະຖືກຖ່າຍທອດໄປຕາມເສັ້ນທາງແລ່ນທັງໝົດ, ຜ່ານບັນດາອາສາສະໝັກ, ຜ່ານບັນດານັກກິລາເຂົ້າຮ່ວມ ແລະລະບົບຈໍ LED ຢູ່ບັນດານະຄອນໃຫຍ່ຄື: ຮ່າໂນ້ຍ, ດ່າໜັງ ແລະ ນະຄອນ ໂຮ່ຈີມິນ . ນີ້ແມ່ນບາດກ້າວສຳຄັນເພື່ອປະກອບສ່ວນຍົກສູງຄວາມຮັບຮູ້ຂອງປະຊາຊົນ, ຫຼຸດຜ່ອນພາລະຂອງພະຍາດ, ຊຸກຍູ້ການດຳລົງຊີວິດທີ່ມີສຸຂະພາບເຂັ້ມແຂງ.
ທີ່ມາ: https://nhandan.vn/nhieu-van-dong-vien-tham-gia-giai-marathon-di-san-ha-noi-cam-ket-ung-ho-giai-chay-khong-khoi-thuoc-post921509.html






(0)