ທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈີ໋ວີ້ງ, ປະທານ VAVA ຖືວ່າ, ນີ້ແມ່ນໂອກາດສຳຄັນເພື່ອກວດກາຄືນບັນດາຄວາມມານະພະຍາຍາມຂອງສະມາຄົມໃນປີ 2025 ແລະ ມຸ່ງໄປເຖິງບັນດາການເຄື່ອນໄຫວໃນຕໍ່ໜ້າ, ຢັ້ງຢືນຈິດໃຈ “ສາມັກຄີ - ຄວາມເມດຕາ - ຄວາມຮັບຜິດຊອບ - ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ”.
ໃນປີ 2025, ເຖິງວ່າຈະປະເຊີນກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ສະມາຄົມຍັງໄດ້ຮັບຄວາມເອົາໃຈໃສ່ຢ່າງເລິກເຊິ່ງຈາກພັກ, ລັດ ແລະ ການຮ່ວມມືຂອງທົ່ວສັງຄົມ, ຍ້ອນໄດ້ສຳເລັດທຸກດ້ານຂອງວຽກງານຂອງຕົນ. ພິເສດ, ວຽກງານສຳເລັດຜົນທີ່ສຸດແມ່ນການລະດົມແຫຼ່ງກຳລັງເມື່ອທົ່ວລະບົບສະມາຄົມໄດ້ມານະພະຍາຍາມລະດົມທຶນກວ່າ 323 ຕື້ດົ່ງ.

ແຫຼ່ງທຶນດັ່ງກ່າວໄດ້ຫັນເປັນການປະຕິບັດຕົວຈິງ, ແກ້ໄຂຄວາມເຈັບປວດຂອງທາດພິດສີສົ້ມໂດຍກົງ, ເປັນຕົ້ນແມ່ນ: ໜູນຊ່ວຍກໍ່ສ້າງ, ສ້ອມແປງເຮືອນຊານ 317 ຫຼັງ, ປັບປຸງທີ່ຢູ່ອາໄສໃຫ້ໝັ້ນຄົງໃຫ້ແກ່ຜູ້ປະສົບໄພ; ຈັດຕັ້ງຫຼາຍໂຄງການເພື່ອເບິ່ງແຍງ ແລະ ໜູນຊ່ວຍສຸຂະພາບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.

ທ່ານພົນໂທ ຫງວຽນຈີ໋ວີ້ງ ໃຫ້ຮູ້ວ່າ: ໃນປີ 2026, VAVA ຈະສືບຕໍ່ລະດົມແຫຼ່ງກຳລັງເພື່ອຮັກສາ, ຍົກສູງຄຸນນະພາບການເບິ່ງແຍງດູແລ, ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ; ສືບຕໍ່ຕິດຕາມ ແລະ ຕໍ່ສູ້ເພື່ອຄວາມຍຸຕິທຳໃຫ້ຜູ້ປະສົບເຄາະຮ້າຍໃນຄະດີຂອງທ່ານນາງ ເຈີ່ນດ້າຍກວາງ.
ພ້ອມກັນນັ້ນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນເກີດໄພພິບັດທາດພິດສີສົ້ມ, VAVA ຈະຈັດຕັ້ງລາຍການດ້ວຍຄຳວ່າ “ຈາກໄພພິບັດສູ່ການເດີນທາງຮ່ວມມືແກ້ໄຂຄວາມເຈັບປວດຈາກທາດພິດສີສົ້ມ”, ເພື່ອສ້າງຄວາມເຫັນດີເຫັນພ້ອມໃນສັງຄົມທັງຢູ່ພາຍໃນ ແລະ ຕ່າງປະເທດເພື່ອສະໜັບສະໜູນການຕໍ່ສູ້ເພື່ອຄວາມຍຸດຕິທຳໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.
ທີ່ມາ: https://www.sggp.org.vn/no-luc-xoa-diu-noi-dau-da-cam-va-kien-tri-cuoc-dau-tranh-doi-cong-ly-post827778.html










(0)