AES, ບໍລິສັດພະລັງງານຊັ້ນນໍາຂອງສະຫະລັດ, ໄດ້ສໍາເລັດການຂາຍຮຸ້ນ 51% ຂອງຕົນໃນໂຮງງານໄຟຟ້າຄວາມຮ້ອນ Mong Duong 2 ໃຫ້ແກ່ຄູ່ຮ່ວມງານຈາກສາທາລະນະລັດເຊັກ.
ຄ່າທຳນຽມການໂອນເງິນສຳລັບທຸລະກຳນີ້ບໍ່ໄດ້ຖືກເປີດເຜີຍ. ຕາມການປະກາດຂອງ AES ໃນວັນທີ 30 ພະຈິກນີ້, ການຖອນອອກຈາກໂຮງໄຟຟ້າພະລັງຄວາມຮ້ອນ ມົງເຢືອງ 2 ( ກວາງນິງ ) ແມ່ນບາດກ້າວບຸກທະລຸເພື່ອບັນລຸເປົ້າໝາຍການລະບາຍອາຍພິດຕ່ຳທີ່ “ຍັກໃຫຍ່” ນີ້ພວມມຸ່ງໄປເຖິງ.
ຂໍ້ຕົກລົງການຍົກຍ້າຍຄັ້ງນີ້ຈະໃຫ້ສຳເລັດໃນປີ 2025, ພາຍຫຼັງໄດ້ຮັບການອະນຸມັດຈາກ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ລັດຖະບານ.
ທ່ານ Juan Ignacio Rubiolo, ຮອງປະທານຜູ້ບໍລິຫານ AES ໃຫ້ຮູ້ວ່າ: ບໍລິສັດໃຫ້ຄຸນຄ່າການພົວພັນດ້ານທຸລະກິດທີ່ເຂັ້ມແຂງກັບ ຫວຽດນາມ, ໃນນັ້ນ, ເປັນຄູ່ຮ່ວມມືຍຸດທະສາດສະໜອງກຳລັງທີ່ໜ້າເຊື່ອຖື, ພ້ອມກັບການໜູນຊ່ວຍບັນດາເປົ້າໝາຍຫັນປ່ຽນດ້ານພະລັງງານໄລຍະຍາວຂອງ ຫວຽດນາມ.
ໃນຂະນະນັ້ນ, ບໍລິສັດ Se.ven Global Investments - ວິສາຫະກິດຂະໜາດໃຫຍ່ໃນຂົງເຂດພັດທະນາ ແລະ ດຳເນີນງານໂຮງງານໄຟຟ້າ ແລະ ການຂຸດຄົ້ນບໍ່ແຮ່ຢູ່ ສາທາລະນະລັດ ເຊັກໂກ ໃຫ້ຮູ້ວ່າ: ການຊື້ຫຸ້ນໃນບໍລິສັດ Mong Duong 2 ແມ່ນສ່ວນໜຶ່ງຂອງແຜນການເຂົ້າຕະຫຼາດອາຊີ.
ໂຮງໄຟຟ້າພະລັງຄວາມຮ້ອນ Mong Duong 2 ມີກຳລັງການຜະລິດ 1.242 MW ແລະ ຍອດຈຳນວນເງິນລົງທຶນ 2 ຕື້ USD ແມ່ນໂຄງການໄຟຟ້າຖ່ານຫີນ BOT ແຫ່ງທຳອິດຢູ່ຫວຽດນາມ. ໂຄງການດັ່ງກ່າວໄດ້ດໍາເນີນມາແຕ່ປີ 2015 ໂດຍມີສາມຜູ້ຖືຫຸ້ນຕົ້ນຕໍຄື: ບໍລິສັດ AES (51%), ບໍລິສັດ Posco Energy (ເກົາຫຼີໃຕ້) ແລະ ບໍລິສັດການລົງທຶນຈີນ (CIC) ຖືຫຸ້ນ 30% ແລະ 19% ຕາມລໍາດັບ.
ສັນຍາຊື້-ຂາຍໄຟຟ້າ (PPA) ທີ່ລົງນາມກັບ EVN ແມ່ນມີອາຍຸ 25 ປີ. ໂຮງງານດັ່ງກ່າວຈະໂອນໃຫ້ ລັດຖະບານ ຫວຽດນາມ ພາຍຫຼັງ 25 ປີແຫ່ງການດຳເນີນງານ.
ໃນຂະນະທີ່ຖອນຕົວອອກຈາກໂຮງງານໄຟຟ້າຖ່ານຫີນ, AES ໃຫ້ຮູ້ວ່າ: ຈະສືບຕໍ່ລົງທຶນໃສ່ພະລັງງານອາຍແກັສຢູ່ຫວຽດນາມ, ດ້ວຍ 2 ໂຄງການຮ່ວມມືກັບບໍລິສັດຍ່ອຍຂອງ PVN ຄື: ໂຄງການສະຖານີ LNG Son My ມູນຄ່າ 1.3 ຕື້ໂດລາສະຫະລັດ ແລະ ໂຮງງານໄຟຟ້າພະລັງງານອາຍແກັສ Son My 2.250 MW ຢູ່ແຂວງ Binh Thuan. ບັນດາໂຄງການນີ້ໄດ້ຮັບການອະນຸມັດລົງທຶນຈາກແຂວງ ບິ່ງທ້ວນ ໃນເດືອນກໍລະກົດປີນີ້.
ແຫຼ່ງທີ່ມາ










(0)