ຕອນ​ຄ່ຳ​ວັນ​ທີ 22 ມິຖຸນາ​ນີ້, ​ໂຄສົກ​ກະຊວງ ​ການ​ຕ່າງປະ​ເທດ​ຫວຽດນາມ Pham Thu Hang ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ການ​ຕອບ​ໂຕ້​ຂອງ​ຫວຽດນາມ​ຕໍ່​ການ​ບຸກ​ໂຈມ​ຕີ​ຂອງ​ອາ​ເມ​ລິ​ກາ​ໃສ່​ສະຖານ​ທີ່​ນິວ​ເຄຼຍອີຣານຫຼາຍ​ແຫ່ງ​ໃນ​ຕອນ​ເຊົ້າ​ວັນ​ທີ 22/6 (ຕາມ​ເວລາ​ຫວຽດນາມ).

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ກ່າວ​ວ່າ: “ຫວຽດນາມ​ມີ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ສະຖານະ​ການ​ການ​ປະ​ທະ​ກັນ​ທີ່​ເພີ່ມ​ຂຶ້ນ​ແລະ​ສັບສົນ​ຢູ່​ຕາ​ເວັນ​ອອກ​ກາງ, ​ໄດ້​ຂົ່ມຂູ່​ຢ່າງ​ຮ້າຍ​ແຮງ​ຕໍ່​ຊີວິດ​ແລະ​ຄວາມ​ປອດ​ໄພ​ຂອງ​ພົນລະ​ເຮືອນ, ​ແລະ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ​ແລະ ​ໂລກ .

ຫວຽດນາມ ຮຽກຮ້ອງບັນດາຝ່າຍກ່ຽວຂ້ອງຢຸດຕິການກະທຳ ທາງທະຫານ ໃນທັນທີ, ໃນນັ້ນມີການໂຈມຕີດ້ວຍນິວເຄຼຍ, ສືບຕໍ່ມານະພະຍາຍາມເຈລະຈາ, ແກ້ໄຂບັນດາຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນກົດບັດສະຫະປະຊາຊາດ, ເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ກົດໝາຍມະນຸດສະທຳສາກົນ ແລະ ລະບຽບການຂອງອົງການພະລັງງານປະລະມານູສາກົນ (IAEA).

ວັນ​ທີ 21 ມິຖຸນາ​ນີ້, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Donald Trump ​ໄດ້​ປະກາດ​ວ່າ, ກອງທັບ​ອາ​ເມ​ລິ​ກາ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ໃສ່ 3 ສະຖານ​ທີ່​ນິວ​ເຄຼຍຂອງ​ອີຣານຄື: Fordow, Natanz ​ແລະ Esfahan.

ສະຫະລັດ​ໄດ້​ສົ່ງ​ເຮືອບິນ​ຖິ້ມ​ລະ​ເບີດ B-2 ​ເພື່ອ​ບິນ​ເປັນ​ເວລາ 37 ຊົ່ວ​ໂມງ​ຕໍ່​ເນື່ອງ​ຈາກ​ຖານ​ທັບ​ໃນ​ລັດ Missouri ຂ້າມ​ມະຫາ​ສະໝຸດ​ປາຊີ​ຟິກ ​ເພື່ອ​ຖິ້ມ​ລະ​ເບີດ GBU-57 MOP 12 ລຳ ນ້ຳໜັກ 14 ໂຕນ ໃສ່​ຖານ​ທີ່​ໝັ້ນ​ນິວ​ເຄຼຍ Fordow ຂອງ​ອີຣານ. ເຮືອ​ດຳ​ນ້ຳ​ຂອງ​ອາ​ເມ​ລິ​ກາ​ຍັງ​ໄດ້​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ Tomahawk 30 ລູກ​ຢູ່​ສອງ​ບ່ອນ​ທີ່​ຍັງ​ເຫຼືອ.

ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ອາ​ເມ​ລິ​ກາ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ໃສ່​ບັນດາ​ສະຖານ​ທີ່​ນິວ​ເຄຼຍຢູ່​ອີຣານ, ​ເປັນ​ຂີດ​ໝາຍ​ການ​ເຂົ້າ​ຮ່ວມ​ໂດຍ​ກົງ​ຂອງ​ວໍ​ຊິງ​ຕັນ​ໃນ​ການ​ປະ​ທະ​ກັນ​ລະຫວ່າງ​ເຕ​ເຮຣານ ​ແລະ Tel Aviv.

ປະຊາ​ຄົມ​ໂລກ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ການ​ຜັນ​ແປ​ທີ່​ສັບສົນ​ທີ່​ເພີ່ມ​ຂຶ້ນ​ຢູ່​ຕາ​ເວັນ​ອອກ​ກາງ.

ທີ່ມາ: https://vietnamnet.vn/phan-ung-cua-viet-nam-truoc-viec-my-tan-cong-co-so-nhat-nhan-iran-2413929.html