ຕາມກຸ່ມນັກວິທະຍາສາດທີ່ດຳເນີນບົດລາຍງານປະຈຳປີ ເສດຖະກິດ ແລະ ການຄ້າຫວຽດນາມ ປີ 2024 ທີ່ມະຫາວິທະຍາໄລການຄ້າປະກາດໃນວັນທີ 3 ເມສານີ້, ການຂາດຜູ້ຊ່ຽວຊານຢ່າງໜັກໜ່ວງແມ່ນສິ່ງທ້າທາຍໃຫຍ່ທີ່ສຸດໃນການນຳໃຊ້ ແລະ ພັດທະນາເຕັກໂນໂລຊີ AI ຢູ່ຫວຽດນາມ.
ດັດຊະນີສູງຂອງທຸລະກິດທີ່ມີຄວາມສົນໃຈໃນ AI
ດ້ວຍຫົວຂໍ້ຂອງບົດລາຍງານ “ເຕັກໂນໂລຊີ AI ໃນຍຸກດີຈີຕອນ”, ບັນດານັກວິທະຍາສາດຂອງມະຫາວິທະຍາໄລການຄ້າ ໄດ້ຕີລາຄາລວມກ່ຽວກັບພື້ນຖານເສດຖະກິດຫວຽດນາມ ໃນຊຸມປີມໍ່ໆມານີ້ ໃນສະພາບການຂອງ AI ໄດ້ສົ່ງຜົນກະທົບຢ່າງແຮງໃນທຸກດ້ານຂອງຊີວິດ. ຜ່ານຫຼາຍແຫຼ່ງຂໍ້ມູນຂອງນັກວິທະຍາສາດນຳສະເໜີ, ສະແດງໃຫ້ເຫັນວ່າ, ຫວຽດນາມ ແມ່ນປະເທດທີ່ພົ້ນເດັ່ນເມື່ອທຽບໃສ່ພາກພື້ນອາຊີ - ປາຊີຟິກ ກ່ຽວກັບຄວາມພ້ອມດ້ານທຸລະກິດສຳລັບການນຳໃຊ້ AI.
ທ່ານຮອງສາດສະດາຈານ Phan The Cong, ເລຂາທິການໃຫຍ່ ວິທະຍາສາດ , ຜູ້ຕາງໜ້າກຸ່ມປະກອບບົດລາຍງານເສດຖະກິດການຄ້າຫວຽດນາມ ປະຈຳປີ 2024 ໃຫ້ຮູ້ວ່າ: ການຂາດແຄນນັກຊ່ຽວຊານແມ່ນສິ່ງທ້າທາຍໃຫຍ່ທີ່ສຸດໃນການພັດທະນາ AI ຢູ່ ຫວຽດນາມ. ພາບ: ຫວຽດອຽນ
74% ຂອງວິສາຫະກິດຫວຽດນາມ ມີຍຸດທະສາດດິຈິຕອນ, ສູງກວ່າສະເລ່ຍຂອງພາກພື້ນ 63%. ສິ່ງດັ່ງກ່າວປະກອບສ່ວນປັບປຸງລະດັບການນຳໃຊ້ເຕັກໂນໂລຊີຂອງວິສາຫະກິດ ຫວຽດນາມ ແລະ ນຳມາເຊິ່ງຜົນປະໂຫຍດຫລາຍຢ່າງຄື: ເພີ່ມທະວີປະສິດທິຜົນການດຳເນີນທຸລະກິດ, ປັບປຸງຄວາມເພິ່ງພໍໃຈຂອງພະນັກງານ ແລະ ເພີ່ມທະວີຄວາມໝັ້ນຄົງທາງອິນເຕີແນັດ.
ເຖິງ 98% ຂອງວິສາຫະກິດຫວຽດນາມ ໃຫ້ຮູ້ວ່າ: ໄດ້ຮັບຜົນປະໂຫຍດຕົ້ນຕໍຈາກການລົງທຶນໃນການນຳໃຊ້ເຕັກໂນໂລຊີແມ່ນການປັບປຸງຢ່າງຈະແຈ້ງໃນການດຳເນີນທຸລະກິດ, 91% ເຫັນໄດ້ຄວາມປອດໄພທາງອິນເຕີແນັດທີ່ດີຂຶ້ນ ແລະ 87% ໄດ້ຮັບຮູ້ເຖິງການປັບປຸງປະສົບການຂອງລູກຄ້າ.
ເກືອບ 80% ວິສາຫະກິດຫວຽດນາມ ໄດ້ນຳໃຊ້ AI ໃນ 12 ເດືອນຜ່ານມາ, ລື່ນກາຍລະດັບສະເລ່ຍຂອງພາກພື້ນ 69%. 46% ວິສາຫະກິດຫວຽດນາມ ໄດ້ລົງທຶນຍົກລະດັບຄວາມສາມາດດ້ານເຕັກໂນໂລຢີໃຫ້ແກ່ບັນດາທິມງານ, ໃນນັ້ນມີຄະນະນຳ, ທຽບໃສ່ລະດັບສະເລ່ຍຂອງພາກພື້ນແມ່ນ 40%.
ບັນດາຕົວເລກດັ່ງກ່າວສະແດງໃຫ້ເຫັນວ່າ, ບັນດາວິສາຫະກິດ ຫວຽດນາມ ພວມຕັ້ງໜ້ານຳໃຊ້ເຕັກໂນໂລຢີ AI ເພື່ອຍົກສູງປະສິດທິຜົນ ແລະ ຄວາມສາມາດແກ່ງແຍ້ງ, ພ້ອມທັງສຸມໃສ່ພັດທະນາແຫຼ່ງຊັບພະຍາກອນມະນຸດດ້ານເຕັກໂນໂລຢີ ເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນ.
ຂາດຜູ້ຊ່ຽວຊານເພື່ອພັດທະນາ AI ຢູ່ຫວຽດນາມ
ຕາມບົດລາຍງານເສດຖະກິດການຄ້າຫວຽດນາມ 2024 ຂອງມະຫາວິທະຍາໄລການຄ້າແລ້ວ, ສິ່ງທ້າທາຍໃຫຍ່ທີ່ສຸດໃນການນຳໃຊ້ ແລະ ພັດທະນາ AI ຢູ່ ຫວຽດນາມ ແມ່ນຂາດເຂີນແຫຼ່ງຊັບພະຍາກອນມະນຸດເຕັກໂນໂລຊີສູງ, ໃນຂະນະທີ່ແຫຼ່ງຊັບພະຍາກອນມະນຸດແມ່ນຕົວຈິງໃນການແຂ່ງຂັນ AI.
ບໍ່ພຽງແຕ່ມີບັນດາວິສາຫະກິດຫວຽດນາມ ທີ່ຈະແຂ່ງຂັນເອົານັກວິສະວະກອນ AI ຂອງຫວຽດນາມທີ່ດີທີ່ສຸດເທົ່ານັ້ນ, ແຕ່ບັນດາວິສາຫະກິດສາກົນ ແລະ ບັນດາວິສາຫະກິດ AI ຊັ້ນນຳຂອງໂລກ ກໍ່ປາດຖະໜາຢາກຍາດແຍ່ງເອົາກຳລັງແຮງອັນນີ້.
ສົງຄາມເພື່ອພອນສະຫວັນໄດ້ດຶງດູດແຫຼ່ງຊັບພະຍາກອນມະນຸດ AI ຂອງ ຫວຽດນາມ ເປັນຈຳນວນຫຼວງຫຼາຍ, ໃນຂະນະທີ່ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ AI ຍັງອ່ອນດ້ອຍ ແລະ ຂາດເຂີນ. ເຖິງວ່າບັນດາມະຫາວິທະຍາໄລພວມເລັ່ງລັດ, ເຖິງແມ່ນໄດ້ລົງນາມໃນສັນຍາຮ່ວມມືກັບບັນດາຄູ່ຮ່ວມມືເຕັກໂນໂລຊີໃຫຍ່ຈາກ ສ.ເກົາຫຼີ, ຍີ່ປຸ່ນ, ອາເມລິກາ, ອົດສະຕາລີ… ເພື່ອເປີດສູນຄົ້ນຄວ້າ AI ສາກົນຢູ່ຫວຽດນາມ, ແຕ່ຄວາມໄວ ແລະ ຄຸນນະພາບຂອງການຝຶກອົບຮົມຍັງຖືກຕີລາຄາວ່າ “ຍາກທີ່ຈະຕອບສະໜອງຄວາມຕ້ອງການ” ເພາະວ່າຈຳນວນມະຫາວິທະຍາໄລທີ່ຝຶກຝົນໄດ້ດີໃນດ້ານນີ້ແມ່ນນັບແຕ່ມື.
ເຖິງແມ່ນວ່າການຝຶກອົບຮົມຊັບພະຍາກອນມະນຸດດ້ານເຕັກໂນໂລຢີຂໍ້ມູນຂ່າວສານ, ເຊິ່ງຖືວ່າເປັນ "ວົງນອກ" ສໍາລັບການພັດທະນາແລະການນໍາໃຊ້ເຕັກໂນໂລຢີດິຈິຕອນໃຫມ່, ຍັງຂາດປະມານ 100,000 - 200,000 ຄົນໃນແຕ່ລະປີ.
“ຕາມບົດລາຍງານຂອງ Nexus FrontierTech ປີ 2019, ແຫຼ່ງຊັບພະຍາກອນມະນຸດ AI ຂອງຫວຽດນາມ ຕອບສະໜອງໄດ້ 1/10 ຂອງຄວາມຕ້ອງການຂອງຕະຫຼາດເທົ່ານັ້ນ, ຕາມບົດລາຍງານຂອງອົງການຊັບສິນທາງປັນຍາໂລກ (WIPO ປີ 2024), ຫວຽດນາມ ມີວິສະວະກອນ AI ສະເພາະ 700 ຄົນ ແຕ່ມີຜູ້ຊ່ຽວຊານດ້ານ AI ປະມານ 300 ຄົນເທົ່ານັ້ນ.
ສະນັ້ນ, ໜຶ່ງໃນບັນດາສິ່ງທ້າທາຍໃຫຍ່ທີ່ສຸດຂອງການພັດທະນາ AI ຢູ່ຫວຽດນາມ ແມ່ນຂາດແຫຼ່ງຊັບພະຍາກອນມະນຸດພິເສດ ແລະ ຄຸນນະພາບສູງ”, ຮອງສາສະດາຈານ Phan The Cong, ເລຂາທິການວິທະຍາສາດ ແລະ ຜູ້ຕາງໜ້າຄະນະສັງລວມບົດລາຍງານ ໄດ້ແບ່ງປັນ.
ບົດລາຍງານຍັງກ່າວວ່າ, ໃນໄລຍະມໍ່ໆມານີ້, ບັນດາຜູ້ຊ່ຽວຊານໄດ້ແນະນຳຫຼາຍເທື່ອວ່າ, ເພື່ອຕອບສະໜອງຄວາມຕ້ອງການຢ່າງໃຫຍ່ຫຼວງຂອງແຫຼ່ງຊັບພະຍາກອນມະນຸດ AI ໃນ 10 ປີຈະມາເຖິງ, ຫວຽດນາມ ຕ້ອງໃຊ້ເງິນລົງທຶນຢ່າງໃຫຍ່ຫຼວງເພື່ອພ້ອມກັນຜັນຂະຫຍາຍຫຼາຍວິທີທາງຢ່າງກວ້າງຂວາງ, ໃນນັ້ນມີການຝຶກອົບຮົມຢ່າງເປັນທາງການ, ສົມທົບກັບວິສາຫະກິດ ແລະ ມະຫາວິທະຍາໄລ, ການອົບຮົມຊຸມຊົນ ແລະ ການສຶກສາທາງອອນລາຍ.
ທີ່ມາ: https://thanhnien.vn/phat-trien-ai-tai-viet-nam-thieu-tram-trong-chuyen-gia-185250403192649075.htm
(0)