Vietnam.vn - Nền tảng quảng bá Việt Nam

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ບຸຍ​ແທງ​ເຊີນ ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ

ຕອນ​ບ່າຍ​ວັນ​ທີ 23/10, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ບຸ່ຍ​ແທງ​ເຊີນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ Marc E. Knapper.

Báo Tin TứcBáo Tin Tức23/10/2025

ຄຳບັນຍາຍຮູບ
ທ່ານ​ຮອງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ບຸ່ຍ​ແທງ​ເຊີນ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ​ຫວຽດ​ນາມ Marc E. Knapper. ພາບ: ອານດັງ/VNA

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ການ​ພັດ​ທະ​ນາ​ໃນ​ທາງ​ບວກ​ຂອງ​ການ​ພົວ​ພັນ​ສອງ​ປະ​ເທດ, ດ້ວຍ​ຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ​ການ​ພົວ​ພັນ ​ທາງ​ການ​ທູດ ​ຄົບ​ຮອບ 30 ປີ. ບົນ​ຈິດ​ໃຈ​ນັ້ນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້​ສອງ​ຝ່າຍ​ຮັກ​ສາ​ການ​ພັດ​ທະ​ນາ​ອັນ​ດີ​ງາມ​ຂອງ​ການ​ພົວ​ພັນ​ສອງ​ປະ​ເທດ, ໃນ​ນັ້ນ​ມີ​ການ​ພົວ​ພັນ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ຂັ້ນ​ສູງ.

ທ່ານ​ຮອງ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ ຫວຽດນາມ ປາດ​ຖະໜາ​ຢາກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ​ກັບ ອາ​ເມ​ລິ​ກາ ​ໃນ​ຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ພິ​ເສດ​ແມ່ນ​ດ້ານ ​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ຄຸນ​ນະພາ​ບສູງ, ພະລັງງານ, semiconductors ​ແລະ ອື່ນໆ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ການ​ຮ່ວມ​ມື ແລະ ແລກ​ປ່ຽນ​ອັນ​ສະ​ໜິດ​ສະ​ໜົມ​ຂອງ​ຄະ​ນະ​ຜູ້​ແທນ​ສອງ​ປະ​ເທດ, ສະ​ເໜີ ອາ​ເມ​ລິ​ກາ ສືບ​ຕໍ່​ພິ​ຈາ​ລະ​ນາ​ບັນ​ດາ​ປັດ​ໄຈ​ສະ​ເພາະ​ຂອງ​ເສດ​ຖະ​ກິດ​ຫວຽດ​ນາມ ໃນ​ຂະ​ບວນ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ເກັບ​ພາ​ສີ​ລະ​ຫວ່າງ 2 ປະ​ເທດ.

ທ່ານ​ຮອງ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຊື້​ສິນຄ້າ​ຂອງ ອາ​ເມ​ລິ​ກາ, ພິ​ເສດ​ແມ່ນ​ບັນດາ​ຜະລິດ​ຕະພັນ​ເຕັກ​ໂນ​ໂລ​ຢີສູງ​ຄື: ​ເຮືອບິນ ​ແລະ ສິນຄ້າ semiconductor, ​ເປີດ​ກວ້າງ​ຕະຫຼາດ​ສິນຄ້າ ອາ​ເມ​ລິ​ກາ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ.

ທ່ານ​ເອກ​ອັກຄະ​ລັດຖະທູດ Knapper ​ເນັ້ນ​ໜັກ​ວ່າ: ປີ 2025 ​ແມ່ນ​ປີ​ສຳຄັນ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ, ​ໃນ​ຂະນະ​ທີ່ 2 ຝ່າຍ​ສະ​ເຫຼີມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ. ສະຖານທູດ​ອາ​ເມ​ລິ​ກາ​ປະຈຳ​ຮ່າ​ໂນ້ຍ ມີ​ແລະ​ຈະ​ສືບ​ຕໍ່​ສົມທົບ​ກັບ​ບັນດາ​ອົງການ, ທ້ອງ​ຖິ່ນ​ຂອງ​ຫວຽດນາມ ​ເພື່ອ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ລະນຶກ​ທີ່​ແທດ​ຈິງ, ມຸ່ງ​ໄປ​ເຖິງ​ອະນາຄົດ​ທີ່​ສົດ​ໃສ​ລະຫວ່າງ 2 ປະ​ເທດ ​ແລະ ປະຊາຊົນ. ທ່ານ​ເອກ​ອັກຄະ​ລັດຖະທູດ Knapper ຢືນຢັນ​ວ່າ ທ່ານ​ຖື​ເປັນ​ສຳຄັນ​ພິ​ເສດ​ເຖິງ​ການ​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ​ໃນ​ນັ້ນ​ມີ​ການ​ນຳ​ຂັ້ນ​ສູງ, ຜ່ານ​ນັ້ນ​ໄດ້​ຮັກສາ​ຂະ​ບວນການ​ພັດທະນາ​ຢ່າງ​ແທດ​ຈິງ ​ແລະ ດີງາມ​ຂອງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.

ຄຳບັນຍາຍຮູບ
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ບຸ່ຍ​ແທງ​ເຊີນ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ​ຫວຽດ​ນາມ Marc E. Knapper. ພາບ: ອານດັງ/VNA

ທ່ານ​ເອກ​ອັກຄະ​ລັດຖະທູດ Knapper ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່ ຫວຽດນາມ ​ໃນ​ແງ່​ດີ, ​ເຂົ້າ​ໃຈ​ຄວາມ​ເປັນ​ຫ່ວງ​ຂອງ ອາ​ເມ​ລິ​ກາ, ​ແລະ ຕັ້ງໜ້າ​ຊຸກຍູ້​ການ​ເຈລະຈາ​ແຕ່​ຂັ້ນ​ຕົ້ນ, ຢືນຢັນ​ວ່າ ຝ່າຍ ອາ​ເມ​ລິ​ກາ ປາດ​ຖະໜາ​ວ່າ 2 ຝ່າຍ​ຈະ​ສຳ​ເລັດ​ການ​ເຈລະຈາ​ໂດຍ​ໄວ ​ເພື່ອ​ປະຕິບັດ​ຂໍ້​ຕົກລົງ​ພາສີ​ເຊິ່ງກັນ​ແລະ​ກັນ, ຜ່ານ​ນັ້ນ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້ 2 ປະ​ເທດ.

ທ່ານ​ເອກ​ອັກຄະ​ລັດຖະທູດ Knapper ກໍ່​ຢືນຢັນ​ວ່າ ສະຖານທູດ ອາ​ເມ​ລິ​ກາ ຈະ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ອື່ນ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ດ້ວຍ​ຄວາມ​ຫວັງ​ໃຫ້ ຫວຽດນາມ ​ເຂັ້ມ​ແຂງ, ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ວັດທະນາ​ຖາວອນ, ພັດທະນາ​ຢ່າງ​ແຮງ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອາ​ເມ​ລິ​ກາ.

ທີ່ມາ: https://baotintuc.vn/thoi-su/pho-thu-tuong-bui-thanh-son-tiep-dai-su-hoa-ky-20251023203228334.htm


(0)

No data
No data

ທົ່ງນາລະບຽງທີ່ສວຍງາມທີ່ສວຍງາມໃນຮ່ອມພູ Luc Hon
ດອກ​ໄມ້ 'ອຸດົມສົມບູນ' ດ້ວຍ​ລາ​ຄາ 1 ລ້ານ​ດົ່ງ​ແຕ່​ລະ​ດອກ ຍັງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ໃນ​ວັນ​ທີ 20/10
ຮູບເງົາຫວຽດນາມ ແລະການເດີນທາງໄປສູ່ Oscars
ໜຸ່ມ​ສາວ​ໄປ​ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ​ເພື່ອ​ເຊັກ​ອິນ​ໃນ​ລະດູ​ການ​ເຂົ້າ​ທີ່​ງາມ​ທີ່​ສຸດ​ຂອງ​ປີ

ມໍລະດົກ

ຮູບ

ທຸລະກິດ

ໜຸ່ມ​ສາວ​ໄປ​ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ​ເພື່ອ​ເຊັກ​ອິນ​ໃນ​ລະດູ​ການ​ເຂົ້າ​ທີ່​ງາມ​ທີ່​ສຸດ​ຂອງ​ປີ

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ