ທ່ານຮອງ ນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານນາງ Carolyn Turk ຜູ້ອຳນວຍການທະນາຄານໂລກ ປະຈຳຫວຽດນາມ. (ທີ່ມາ: ຂ່າວ VGP) |
ທ່ານຮອງນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ປາດຖະໜາວ່າ ໃນໄວໆນີ້ ລັດຖະບານ ຈະສ້າງຕັ້ງຄະນະເຮັດວຽກລະຫວ່າງຂະແໜງການ ໂດຍທ່ານຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ເຈີ່ນກວກເຟືອງ ເປັນຫົວໜ້າເພື່ອລົບລ້າງຄວາມຫຍຸ້ງຍາກ ແລະ ອຸປະສັກໃນການປະຕິບັດບັນດາໂຄງການທີ່ໄດ້ຮັບທຶນຈາກ WB ຢູ່ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ຊີ້ນຳຜັນຂະຫຍາຍບັນດາລາຍຊື່ໂຄງການໃນຂະບວນການກະກຽມ. ໂຄງການໃດໜຶ່ງທີ່ບໍ່ປະຕິບັດວຽກງານກະກຽມໃຫ້ສຳເລັດພາຍໃນ 24 ເດືອນຕາມລະບຽບການຂອງທະນາຄານໂລກປະຈຸບັນຈະຖືກຕັດສິດ.
ທ່ານນາງ Carolyn Turk ໄດ້ຕີລາຄາສູງແຜນການສ້າງຕັ້ງຄະນະເຮັດວຽກຂອງລັດຖະບານ, ຢືນຢັນຄວາມມຸ່ງມາດປາດຖະໜາຢາກສົມທົບຢ່າງແໜ້ນແຟ້ນກັບຄະນະເຮັດວຽກເພື່ອແກ້ໄຂບັນດາບັນຫາພົ້ນເດັ່ນໃນບັນດາໂຄງການທີ່ພວມດຳເນີນຢູ່ຫວຽດນາມ.
ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ແລະ ຜູ້ອຳນວຍການປະເທດ WB ປະຈຳຫວຽດນາມ ໄດ້ເຫັນດີຮັກສາກົນໄກຈັດຕັ້ງກອງປະຊຸມປະຈຳໄຕມາດ ເພື່ອທົບທວນຄວາມຄືບໜ້າຂອງບັນດາໂຄງການ WB.
ນັບແຕ່ປີ 1993 ເປັນຕົ້ນມາ, WB ໄດ້ສະໜອງທຶນບຸລິມະສິດໃຫ້ ຫວຽດນາມ ປະມານ 25 ຕື້ USD ພ້ອມກັບການໜູນຊ່ວຍດ້ານເຕັກນິກ ແລະ ຄຳແນະນຳນະໂຍບາຍ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.
ໃນສະພາບການໂລກປະສົບກັບຄວາມຫຍຸ້ງຍາກ, ສັບສົນ ແລະ ທ້າທາຍໃນປະຈຸບັນ, ການໜູນຊ່ວຍ ແລະ ການຊ່ວຍເຫຼືອຂອງ WB ໃຫ້ແກ່ຫວຽດນາມ ແມ່ນສຳຄັນກວ່າ. ການນຳລັດຖະບານຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖື WB ແມ່ນເພື່ອນມິດທີ່ດີ ແລະ ເປັນຄູ່ຮ່ວມມືພັດທະນາສຳຄັນທີ່ສຸດ; ພ້ອມກັນນັ້ນ, ທ່ານປາດຖະໜາຢາກເຫັນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - WB ສືບຕໍ່ພັດທະນາກວ່າອີກໃນໄລຍະຈະມາເຖິງ.
ທີ່ມາ
(0)