ທ່ານເລຂາທິການໃຫຍ່ To Lam ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ Slovakia Robert Kalinak.
ທ່ານເລຂາທິການໃຫຍ່ ຢືນຢັນວ່າ: ສະໂລວາເກຍ ຍາມໃດກໍ່ແມ່ນເພື່ອນມິດທີ່ສະໜິດສະໜົມຂອງຫວຽດນາມ; ແລະ ຂອບໃຈລັດຖະບານ ແລະ ປະຊາຊົນ Slovakia ຍາມໃດກໍ່ສະໜັບສະໜູນ ແລະ ສາມັກຄີກັບປະຊາຊົນ ຫວຽດນາມ ໃນຕະຫຼອດ 75 ປີຜ່ານມາ.
ທ່ານເລຂາທິການໃຫຍ່ໄດ້ຕີລາຄາສູງໝາກຜົນການເຈລະຈາລະຫວ່າງທ່ານຮອງ ນາຍົກລັດຖະມົນຕີ , ລັດຖະມົນຕີກະຊວງປ້ອງກັນປະເທດ Robert Kalinak ແລະ ທ່ານພົນເອກ Phan Van Giang, ລັດຖະມົນຕີກະຊວງປ້ອງກັນປະເທດ. ການຮ່ວມມືດ້ານປ້ອງກັນປະເທດລະຫວ່າງສອງປະເທດບັນລຸໄດ້ໝາກຜົນອັນຕັ້ງໜ້າຫຼາຍຢ່າງ, ກາຍເປັນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນສອງປະເທດ.

ທ່ານເລຂາທິການໃຫຍ່ສະເໜີໃຫ້ສອງປະເທດສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນປະເທດ, ການຝຶກອົບຮົມການທະຫານ, ການຮັກສາສັນຕິພາບ ແລະ ອື່ນໆ.
ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ທ່ານເລຂາທິການໃຫຍ່ To Lam ໄດ້ສະເໜີໃຫ້ສອງຝ່າຍຍົກສູງປະສິດທິຜົນຂອງບັນດາກົນໄກປຶກສາຫາລື ແລະ ການຮ່ວມມືທີ່ມີຢູ່; ສ້າງເງື່ອນໄຂສະດວກໃຫ້ບັນດາກະຊວງ, ສາຂາ ແລະ ວິສາຫະກິດຂອງສອງປະເທດເຊື່ອມຕໍ່ ແລະ ເປີດກວ້າງການຮ່ວມມື, ເຮັດໃຫ້ເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຢີເປັນເສົາຄ້ຳໃນການພົວພັນລະຫວ່າງສອງປະເທດ, ຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ ແລະ ການແລກປ່ຽນປະຊາຊົນ.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ To Lam ໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ເຊີນທ່ານນາຍົກລັດຖະມົນຕີ ສະໂລວາເກຍ Robert Fico ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໂດຍໄວ.
ທ່ານຮອງນາຍົກລັດຖະມົນຕີ Robert Kalinak ແບ່ງປັນວ່າ ສະໂລວາເກຍ ມີຄວາມພາກພູມໃຈທີ່ໄດ້ຢືນຢູ່ຄຽງຂ້າງຫວຽດນາມ ໃນໄລຍະ 75 ປີທີ່ຜ່ານມາ, ແລະ ຖືວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງ Slovakia ໃນພາກພື້ນ.
ລັດຖະບານ ແລະ ປະຊາຊົນ Slovakia ຍາມໃດກໍ່ປາດຖະໜາຢາກເພີ່ມທະວີ ແລະ ຍົກສູງປະສິດທິຜົນການຮ່ວມມືຫຼາຍດ້ານກັບ ຫວຽດນາມ, ພິເສດແມ່ນດ້ານປ້ອງກັນປະເທດ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ Robert Kalinak ໄດ້ເຫັນດີກັບຄຳເຫັນຂອງທ່ານເລຂາທິການໃຫຍ່ To Lam, ຢືນຢັນຈະສົມທົບກັນຢ່າງຕັ້ງໜ້າກັບບັນດາກະຊວງ, ຂະແໜງການ ແລະ ຄູ່ຮ່ວມມືຂອງຫວຽດນາມ ເພື່ອພັດທະນາການພົວພັນລະຫວ່າງ ຫວຽດນາມ - ສະໂລວາເກຍ ໃຫ້ສົມກັບລະດັບ ແລະ ທ່າແຮງທີ່ມີຢູ່.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ Robert Kalinak ເນັ້ນໜັກວ່າ, 2 ປະເທດມີຄວາມສາມາດບົ່ມຊ້ອນຫລາຍຢ່າງເພື່ອເພີ່ມທະວີເຊິ່ງກັນແລະກັນໃນຂົງເຂດປ້ອງກັນປະເທດ. ສະໂລວາເກຍ ພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ ໃນການຄົ້ນຄວ້າ ແລະ ຜັນຂະຫຍາຍບັນດາໂຄງການຮ່ວມມື.
ທ່ານ Robert Kalinak ສະເໜີໃຫ້ສອງຝ່າຍສົມທົບກັນຊອກຫາຮ່ອງຮອຍປະຫວັດສາດຢູ່ສະໂລວາເກຍ - ບ່ອນທີ່ປະທານ ໂຮ່ຈີມິນ ເຄີຍໄປຢ້ຽມຢາມ - ປະກອບສ່ວນສຶກສາອົບຮົມລຸ້ນໜຸ່ມຂອງສອງປະເທດກ່ຽວກັບສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ສະໂລວາເກຍ ໄດ້ຕີລາຄາສູງບົດບາດຂອງຫວຽດນາມ ຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ.
ພ້ອມທັງຢືນຢັນວ່າ: ປະຊາຄົມຊາວ ຫວຽດນາມ ຢູ່ Slovakia ແມ່ນຂົວຕໍ່ທີ່ສຳຄັນ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ.
ເລຂາທິການໃຫຍ່ຊຸກຍູ້ກຸ່ມ AP Moller-Maersk ລົງທຶນໃນເສດຖະກິດທາງທະເລ
ຕອນບ່າຍມື້ນີ້, ທ່ານເລຂາທິການໃຫຍ່ To Lam ໄດ້ໃຫ້ການຕ້ອນຮັບທ່ານ Vincent Clerc, ຜູ້ອໍານວຍການກຸ່ມ APMoller-Maersk (ເດນມາກ).
ທ່ານເລຂາທິການໃຫຍ່ສະແດງຄວາມດີໃຈຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ແດນມາກ (ໄດ້ຮັບການສ້າງຕັ້ງໃນປີ 2013) ແລະ ຄູ່ຮ່ວມມືຍຸດທະສາດສີຂຽວລະຫວ່າງ 2 ປະເທດ (ໄດ້ຮັບການສ້າງຕັ້ງໃນເດືອນ 11/2023). ບັນດາຂອບການຮ່ວມມືນີ້ແມ່ນກຳລັງຊຸກຍູ້ການພັດທະນາຢ່າງແຂງແຮງຂອງການພົວພັນລະຫວ່າງສອງປະເທດໃນທຸກຂົງເຂດມຸ່ງໄປເຖິງການພັດທະນາຂຽວ ແລະ ຍືນຍົງ.

ທ່ານເລຂາທິການໃຫຍ່ ໃຫ້ຮູ້ວ່າ: ຫວຽດນາມ ສຸມໃສ່ພັດທະນາພື້ນຖານໂຄງລ່າງ, ໃນນັ້ນມີທ່າກຳປັ່ນທະເລ ດ້ວຍທິດສີຂຽວ ເພື່ອຮັບໃຊ້ເປົ້າໝາຍການພັດທະນາແບບຍືນຍົງ ແລະ ສະແດງຄວາມປິຕິຊົມຊື່ນຕໍ່ວິໄສທັດຂອງກຸ່ມກໍ່ສ້າງບັນດາທ່າເຮືອສີຂຽວ ແລະ ຄົມມະນາຄົມຂົນສົ່ງ.
ຊົມເຊີຍແຜນຂະຫຍາຍການລົງທຶນຂອງກຸ່ມບໍລິສັດຢູ່ຫວຽດນາມ ໃນການພັດທະນາລະບົບທ່າເຮືອສີຂຽວ, ອັດສະລິຍະ ແລະ ການບໍລິການຂົນສົ່ງສິນຄ້າ, ທ່ານເລຂາທິການໃຫຍ່ To Lam ຊຸກຍູ້ກຸ່ມລົງທຶນໃນຂົງເຂດຕ່າງໆເຊັ່ນ: ເສດຖະກິດທາງທະເລ.
ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະສ້າງຄວາມສະດວກໃຫ້ບັນດານັກລົງທຶນຕ່າງປະເທດພັດທະນາບັນດາໂຄງການຂົນສົ່ງ, ເຊື່ອມໂຍງເຂົ້າກັບພາກພື້ນ, ນະຄອນໃຫຍ່, ເຂດອຸດສາຫະກຳຂອງປະເທດ ແລະ ກັບໂລກ.
ທ່ານເລຂາທິການໃຫຍ່ເນັ້ນໜັກວ່າ: ຫວຽດນາມ ແມ່ນໜຶ່ງໃນ 20 ພື້ນຖານເສດຖະກິດທີ່ມີຂອບເຂດການຄ້າສາກົນໃຫຍ່ກວ່າໝູ່ໃນໂລກ ແລະ ພວມຊຸກຍູ້ການພັດທະນາພື້ນຖານໂຄງລ່າງຄົມມະນາຄົມທີ່ສອດຄ່ອງ, ກ້ວາງຂວາງ ແລະ ລຽບງ່າຍ ເພື່ອເພີ່ມທະວີກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ.
CEO ຂອງກຸ່ມບໍລິສັດ AP Moller-Maersk, ທ່ານ Vincent Clerc ເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງກຸ່ມ; ກຳປັ່ນຂອງກຸ່ມດັ່ງກ່າວໄດ້ເຂົ້າຈອດທ່າກຳປັ່ນຂອງຫວຽດນາມ ຄັ້ງທຳອິດເມື່ອຫຼາຍກວ່າໜຶ່ງສັດຕະວັດກ່ອນ.
ທ່ານ Vincent Clerc ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາການເຄື່ອນໄຫວ ແລະ ໝາກຜົນແຫ່ງການຮ່ວມມືກັບບັນດາຄູ່ຮ່ວມມືໃນຫວຽດນາມ ກໍ່ຄືຂະບວນການຫັນເປັນຍຸດທະສາດຂອງກຸ່ມຢູ່ ຫວຽດນາມ.
ກຸ່ມບໍລິສັດປາດຖະໜາຢາກຊອກຫາກາລະໂອກາດລົງທຶນກໍ່ສ້າງທ່າກຳປັ່ນຂົນສົ່ງສິນຄ້າຂະໜາດໃຫຍ່, ທັນສະໄໝ ແລະ ສີຂຽວ ແລະ ບັນດາໂຄງການຂົນສົ່ງຍຸດທະສາດຢູ່ ຫວຽດນາມ.
ທີ່ມາ: https://vietnamnet.vn/phoi-hop-tim-lai-nhung-di-tich-chu-pich-ho-chi-minh-tung-den-tham-tai-slovakia-2464054.html






(0)