ຕ້ອນຮັບຢ່າງອົບອຸ່ນ ທ່ານ Kover Laszlo ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຮຸງກາຣີ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີລາຄາວ່າ ການຢ້ຽມຢາມແມ່ນມີຄວາມໝາຍສຳຄັນໃນສະພາບການທີ່ປີນີ້ ຫວຽດນາມ ແລະ ຮຸງກາຣີ ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນ ທາງການທູດ (1950-2025).
ທ່ານປະທານປະເທດ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຮຸງກາຣີ, ແມ່ນຄູ່ຮ່ວມມືບຸລິມະສິດອັນດັບໜຶ່ງ ແລະ ຄູ່ຮ່ວມມືຮອບດ້ານອັນດັບໜຶ່ງຂອງ ຫວຽດນາມ ຢູ່ເອີລົບຕາເວັນອອກກາງ.
ທ່ານປະທານສະພາແຫ່ງຊາດຮົງກາຣີ Kover Laszlo ໄດ້ສະແດງຄວາມດີໃຈຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນລະຫວ່າງຫວຽດນາມ - ຮຸງກາຣີ ໃນທຸກຂົງເຂດ. ພິເສດ, ເສດຖະກິດ ແລະ ການຄ້າສືບຕໍ່ແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງສອງປະເທດ ດ້ວຍວົງເງິນການຄ້າສອງສົ້ນແຕ່ປີ 2020-2024 ປະມານ 1 ຕື້ USD/ປີ./.
ທີ່ມາ: https://www.vietnamplus.vn/quan-he-viet-nam-hungary-phat-trien-tren-tat-ca-cac-linh-vuc-post1071500.vnp
(0)