ຕ້ອນຮັບທ່ານປະທານສະພາແຫ່ງຊາດ ຮົງກາຣີ Kover Laszlo, ທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມກັບ ຮຸງກາຣີ, ຄູ່ຮ່ວມມືຮອບດ້ານທຳອິດຂອງຫວຽດນາມ ຢູ່ເອີລົບຕາເວັນອອກກາງ.
ທ່ານປະທານສະພາແຫ່ງຊາດຮຸງກາຣີ ເນັ້ນໜັກວ່າ 2 ຝ່າຍຍັງມີຊ່ອງຫວ່າງຫຼາຍຢ່າງໃນການຮ່ວມມື ດ້ານເສດຖະກິດ , ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາ ແລະ ບຳລຸງສ້າງ; ຢືນຢັນວ່າໃນນະໂຍບາຍການຕ່າງປະເທດຕາເວັນອອກຂອງຕົນ, ຮຸງກາຣີ ຍາມໃດກໍ່ຖືຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດສຳຄັນທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ປາດຖະໜາຢາກເພີ່ມທະວີການພົວພັນ 2 ຝ່າຍໃນທຸກຂົງເຂດ./.
ທີ່ມາ: https://www.vietnamplus.vn/tang-cuong-hop-tac-nghi-vien-giua-viet-nam-va-hungary-post1071495.vnp






(0)