

ຕາມໜັງສືພິມປະຊາຊົນລາຍງານວ່າ, ຕອນບ່າຍວັນທີ 20/10, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານ Kover Laszlo ປະທານສະພາແຫ່ງຊາດ ຮົງກາຣີ ທີ່ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ແລະ ທ່ານປະທານສະພາແຫ່ງຊາດ Kover Laszlo ໄດ້ດຳເນີນການເຈລະຈາ.

ທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ Kover Laszlo ຢ່າງອົບອຸ່ນໃນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ; ຕີລາຄາການຢ້ຽມຢາມແມ່ນມີຄວາມໝາຍສຳຄັນ, ໄດ້ດຳເນີນໃນໂອກາດທີ່ 2 ປະເທດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950-2025), ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ແລະ ເພີ່ມທະວີການຮ່ວມມືທາງລັດຖະສະພາ.

ທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ຢືນຢັນວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງ 2 ປະເທດມີມາແຕ່ດົນນານ. ຮຸງກາຣີ ແມ່ນໜຶ່ງໃນ 10 ປະເທດທຳອິດສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ. ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືແບບດັ້ງເດີມລະຫວ່າງ 2 ປະເທດໄດ້ຮັບການປູກຝັງ ແລະ ພັດທະນາຈາກການນຳ ແລະ ປະຊາຊົນສອງປະເທດນັບມື້ນັບພັດທະນາ.
ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຈົດຈຳ ແລະ ຮູ້ບຸນຄຸນບັນດາການໜູນຊ່ວຍອັນລ້ຳຄ່າທີ່ ຮຸງກາຣີ ໄດ້ມອບໃຫ້ ຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບໃນໄລຍະຜ່ານມາ, ໃນການກໍ່ສ້າງ ແລະ ພັດທະນາໃນປະຈຸບັນ; ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານອັນດີງາມກັບ ຮຸງກາຣີ, ຄູ່ຮ່ວມມືຮອບດ້ານອັນດັບໜຶ່ງຂອງຫວຽດນາມ ຢູ່ເອີລົບຕາເວັນອອກກາງ.

ທ່ານປະທານສະພາແຫ່ງຊາດ ຮຸງກາຣີ ໄດ້ຂອບອົກຂອບໃຈທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ, ການນຳ ແລະ ປະຊາຊົນ ຫວຽດນາມ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ແລະ ມີຄວາມຄິດເຫັນມາຍັງຄະນະຜູ້ແທນສະພາແຫ່ງຊາດ ຮຸງກາຣີ; ຕີລາຄາສູງ ແລະ ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງທີ່ຫວຽດນາມ ບັນລຸໄດ້ໃນພາລະກິດປ່ຽນໃໝ່, ພັດທະນາປະເທດຊາດ ກໍ່ຄືການເຊື່ອມໂຍງເຂົ້າກັບສາກົນ; ເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ຈະປະສົບຜົນສຳເລັດຢ່າງຈົບງາມ, ນຳຫວຽດນາມ ເຂົ້າສູ່ຍຸກໃໝ່ແຫ່ງການພັດທະນາ, ວັດທະນາຖາວອນ, ຮັ່ງມີ.
ທ່ານປະທານສະພາແຫ່ງຊາດ ຮຸງກາຣີ ຢືນຢັນວ່າ: ໃນນະໂຍບາຍການຕ່າງປະເທດມຸ່ງໄປສູ່ທິດຕາເວັນອອກຂອງຕົນ, ຮຸງກາຣີ ຍາມໃດກໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ປາດຖະໜາຢາກພັດທະນາການພົວພັນຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ.

ທ່ານປະທານສະພາແຫ່ງຊາດຮຸງກາຣີ ຕີລາຄາວ່າ: ເຖິງວ່າສອງປະເທດຫ່າງໄກກັນທາງດ້ານພູມສາດ, ວັດທະນະທຳ ແລະ ປະຫວັດສາດ, ແຕ່ຍັງມີບໍ່ເທົ່າໃດປະເທດທີ່ຮົງກາລີມີການພົວພັນທີ່ໃກ້ຊິດຄືກັບ ຫວຽດນາມ; ເນັ້ນໜັກວ່າ, 2 ຝ່າຍຍັງມີຊ່ອງຫວ່າງຫຼາຍຢ່າງໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາ ແລະ ບຳລຸງສ້າງ.
ໃນບັນຍາກາດທີ່ສະໜິດສະໜົມ, ຈິງໃຈ ແລະ ເປີດກວ້າງ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຢູ່ແຕ່ລະປະເທດ ແລະ ການເຄື່ອນໄຫວຂອງສອງສະພາແຫ່ງຊາດ; ຕີລາຄາສູງບັນດາການພັດທະນາອັນດີງາມຂອງການພົວພັນລະຫວ່າງສອງປະເທດໃນໄລຍະມໍ່ໆມານີ້, ໄດ້ສະແດງໃຫ້ເຫັນຜ່ານການພົບປະ ແລະ ການພົວພັນລະຫວ່າງການນຳຂັ້ນສູງທຸກຂັ້ນ, ແລະ ການຮ່ວມມືລະຫວ່າງສອງສະພາແຫ່ງຊາດໃນໄລຍະມໍ່ໆມານີ້, ດ້ວຍການແລກປ່ຽນຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ, ຄະນະກຳມະການ, ກຸ່ມສະມາຊິກລັດຖະສະພາມິດຕະພາບ ແລະ ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສະພາແຫ່ງຊາດ ແລະ ສາກົນ. (IPU).

ການນຳສອງທ່ານເຫັນດີເປັນເອກະສັນສືບຕໍ່ເພີ່ມທະວີການພົວພັນແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ຜ່ານທຸກຊ່ອງທາງຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ການແລກປ່ຽນປະຊາຊົນ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ເປັນພື້ນຖານເພື່ອຊຸກຍູ້ ແລະ ເປີດກວ້າງການຮ່ວມມືສອງຝ່າຍໃນທຸກຂົງເຂດ.
ທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ແລະ ທ່ານປະທານສະພາແຫ່ງຊາດຮົງກາຣີ Kover Laszlo ໄດ້ເຫັນດີລົງເລິກການຮ່ວມມືໃນບັນດາຂົງເຂດຄື: ວິທະຍາສາດ - ເຕັກໂນໂລຢີ, ສຶກສາ - ບຳລຸງສ້າງ, ຊັບພະຍາກອນສິ່ງແວດລ້ອມ, ສາທາລະນະສຸກ, ວັດທະນະທຳ - ທ່ອງທ່ຽວ...

ປຶກສາຫາລືກ່ຽວກັບສະພາບການຮ່ວມມືລະຫວ່າງສະພາແຫ່ງຊາດຂອງສອງປະເທດ, ທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ໄດ້ແບ່ງປັນບາງຈຸດພົ້ນເດັ່ນຂອງກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ 15; ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງສອງສະພາແຫ່ງຊາດໃນການພົວພັນສອງຝ່າຍ.
2 ຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ, ຄະນະວິຊາສະເພາະ ແລະ ບັນດາສະມາຊິກລັດຖະສະພາມິດຕະພາບ ເພື່ອແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານ ແລະ ປະສົບການໃນການເຄື່ອນໄຫວລັດຖະສະພາ; ສົມທົບກັນຕິດຕາມກວດກາ, ຊຸກຍູ້ ແລະ ໜູນຊ່ວຍລັດຖະບານປະຕິບັດບັນດາຂໍ້ຕົກລົງ ແລະ ຄຳໝັ້ນສັນຍາຂັ້ນສູງ; ເຫັນດີເປັນເອກະພາບກ່ຽວກັບຫົວຂໍ້ຕົ້ນຕໍຂອງກອງປະຊຸມສະພານິຕິບັນຍັດຄັ້ງທີ 6 ລະຫວ່າງສອງສະພາແຫ່ງຊາດ, ຄາດວ່າຈະດຳເນີນໃນເຄິ່ງປີທຳອິດຂອງປີ 2026; ຊຸກຍູ້ການສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສລະຫວ່າງສະພາພາກພື້ນ ແລະ ສາກົນຄື IPU ແລະ ຄູ່ຮ່ວມມືລັດຖະສະພາອາຊີ - ເອີລົບ ( ASEP) ເພື່ອປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ທີ່ການເຈລະຈາ, 2 ຝ່າຍໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ, ແກ້ໄຂການພິພາດໂດຍສັນຕິວິທີຕາມກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).
ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ໄດ້ຂອບອົກຂອບໃຈ ແລະ ຮຽກຮ້ອງໃຫ້ສະພາແຫ່ງຊາດ ແລະ ອຳນາດການປົກຄອງທຸກຂັ້ນຂອງ ຮຸງກາຣີ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ ຮຸງກາຣີ ເຊື່ອມໂຍງ ແລະ ໝັ້ນຄົງ.
ພາຍຫຼັງການເຈລະຈາ, ທ່ານປະທານສະພາແຫ່ງຊາດຮົງກາຣີ Kover Laszlo ແລະ ຄະນະຜູ້ແທນສະພາແຫ່ງຊາດຮຸງກາຣີ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງທີ 10 ຂອງສະພາແຫ່ງຊາດ. ຕອນຄ່ຳວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ຮຸງກາຣີ ແລະ ຄະນະຜູ້ແທນສະພາແຫ່ງຊາດ ຮຸງກາຣີ.
ທີ່ມາ: https://daibieunhandan.vn/tang-cuong-tin-cay-chinh-tri-lam-nen-tang-thuc-day-va-mo-rong-hop-tac-viet-nam-hungary-tren-moi-linh-vuc-10391116.html
(0)