ວັນທີ 22 ພຶດສະພານີ້, ຢູ່ນະຄອນຫຼວງ Port Moresby ປະເທດປາປົວນິວກີເນ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken ໄດ້ລົງນາມໃນສັນຍາປ້ອງກັນປະເທດແລະເຝົ້າລະວັງທາງທະເລກັບປະເທດເກາະ ປາຊີຟິກ ນີ້.
ລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken ແລະ ລັດຖະມົນຕີປ້ອງກັນປະເທດ Papua New Guinea Win Bakri Daki ໄດ້ຈັບມືກັນພາຍຫຼັງລົງນາມໃນຂໍ້ຕົກລົງປ້ອງກັນປະເທດ, ວັນທີ 22 ພຶດສະພາ. |
ຂໍ້ຕົກລົງດັ່ງກ່າວໄດ້ອະນຸຍາດໃຫ້ກຳລັງສະຫະລັດສາມາດເຂົ້າເຖິງສະໜາມບິນ ແລະ ທ່າເຮືອຂອງ Papua New Guinea, ແລະອະນຸຍາດໃຫ້ກຳລັງຂອງທັງສອງປະເທດຝຶກຊ້ອມຮ່ວມກັນ. ສອງປະເທດຍັງສາມາດແບ່ງປັນຄວາມຊ່ຽວຊານດ້ານເຕັກນິກ ແລະ ດຳເນີນການລາດຕະເວນທາງທະເລຮ່ວມ.
ກ່າວຄຳເຫັນທີ່ພິທີລົງນາມ, ທ່ານລັດຖະມົນຕີການຕ່າງປະເທດ Blinken ເນັ້ນໜັກວ່າ: “ສັນຍາຮ່ວມມືດ້ານປ້ອງກັນປະເທດໄດ້ຮັບການຮ່າງໂດຍອາເມລິກາ ແລະ ປາປົວນິວກີເນເປັນຄູ່ຮ່ວມມືທີ່ສະເໝີພາບ ແລະ ມີອະທິປະໄຕ ”.
ສ່ວນ ທ່ານນາຍົກລັດຖະມົນຕີ ປາປົວນິວກີເນຍ ທ່ານ James Marape ໄດ້ປະກາດວ່າ ປະເທດຂອງທ່ານພວມ “ຍົກລະດັບຄວາມສຳພັນອັນໜຶ່ງທີ່ເຄີຍເປັນສາຍສຳພັນທົ່ວໄປ... ໄປສູ່ຈຸດພິເສດສະເພາະກັບສະຫະລັດ”.
ຕາມກະຊວງການຕ່າງປະເທດອາເມລິກາແລ້ວ, ຂໍ້ຕົກລົງດັ່ງກ່າວຈະຊ່ວຍເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງ, ເພີ່ມທະວີການພົວພັນລະຫວ່າງສອງປະເທດ, ເພີ່ມທະວີກຳລັງຄວາມສາມາດຂອງກຳລັງປ້ອງກັນປະເທດ ປາປົວນິວກີເນ, ປະກອບສ່ວນຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.
ນອກນີ້, ອາເມລິກາຍັງຈະສະໜອງບ້ວງເງິນ 45 ລ້ານ USD ໃຫ້ປາປົວນິວກີເນເພື່ອສະໜອງອຸປະກອນປ້ອງກັນປະເທດໃຫ້ແກ່ກອງທັບ, ຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ແກ້ໄຂອາດຊະຍາກຳຂ້າມຊາດ ແລະ HIV/AIDS.
ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Blinken ພວມຢ້ຽມຢາມປາປົວນິວກີເນແຕ່ວັນທີ 21-22 ພຶດສະພາ. ທ່ານຍັງຈະພົບປະກັບບັນດາຜູ້ນຳປະເທດເກາະປາຊີຟິກ ທີ່ປະເທດ Papua New Guinea ເພື່ອເຂົ້າຮ່ວມເວທີປາໄສກັບນາຍົກລັດຖະມົນຕີອິນເດຍ Narendra Modi.
ທີ່ມາ
(0)