ເຂົ້າຮ່ວມໂຄງການມີທ່ານ ຟ້າມຫວຽດດຶກ, ຜູ້ອໍານວຍການ Sacombank Nghe An ແລະຜູ້ຕາງໜ້າສະຫະພັນການຄ້າ Sacombank Nghe An. ເຂົ້າຮ່ວມມີຜູ້ແທນຄະນະກຳມະການແນວໂຮມປະເທດຊາດເມືອງກຸ້ຍຮັອບ ແລະ ການນຳຂອງຕາແສງ ເຈົາລີ.
ທີ່ໂຄງການ, ການນຳສາ ຂາ Sacombank Nghe An ໄດ້ລົງຢ້ຽມຢາມ, ຊຸກຍູ້ ແລະ ມອບຂອງຂວັນໂດຍກົງ 100 ພູດ ດ້ວຍມູນຄ່າ 50 ລ້ານດົ່ງໃຫ້ບັນດາຄອບຄົວຢູ່ບັນດາຄອບຄົວທຸກຍາກທີ່ສຸດຢູ່ຕາແສງ ເຈົາລີ.

ໂຄງການ “ລະດູໃບໄມ້ປົ່ງທີ່ອົບອຸ່ນ” ຄັ້ງທີ 21 ໂດຍ Sacombank ຈັດຕັ້ງຢູ່ 51 ແຂວງ, ນະຄອນໃນທົ່ວປະເທດ ດ້ວຍງົບປະມານ 8,5 ຕື້ດົ່ງ. ພາຍຫຼັງ 21 ປີແຫ່ງການຜັນຂະຫຍາຍ, Sacombank ໄດ້ໃຊ້ເງິນກວ່າ 94 ຕື້ດົ່ງສົມທົບກັບບັນດາອົງການຈັດຕັ້ງສັງຄົມແບ່ງປັນຄວາມຫຍຸ້ງຍາກ, ລະດົມກຳລັງໃຈ ແລະ ນຳມາເຊິ່ງຄວາມເບີກບານມ່ວນຊື່ນໃຫ້ແກ່ຜູ້ປະສົບເຄາະຮ້າຍ.

ດ້ວຍຄຳຂວັນທີ່ວ່າ “ຄຽງຄູ່ກັບການພັດທະນາ” ນອກຈາກຜົນສຳເລັດ ແລະ ບາດກ້າວບຸກທະລຸຂອງທຸລະກິດ, Sacombank ຍາມໃດກໍ່ຖືເອົາການເຜີຍແຜ່ຄວາມຮັກ ແລະ ການແບ່ງປັນກັບຊຸມຊົນເປັນພາລະກິດ. ຄຽງຄູ່ກັບໂຄງການ “ລະດູໃບໄມ້ປົ່ງທີ່ອົບອຸ່ນ” ທຸກໆວັນບຸນເຕັດ, ລະດູໃບໄມ້ປົ່ງກັບຄືນ, ຢ່າງຕໍ່ເນື່ອງຕະຫຼອດປີ, Sacombank ຍັງປະຕິບັດຫຼາຍກິດຈະກຳທີ່ມີຄວາມໝາຍຄື: “ແບ່ງປັນຈາກຫົວໃຈ” ການບໍລິຈາກເລືອດມະນຸດສະທຳ; ທຶນການສຶກສາ "ບຳລຸງຝັນ"...

ພິເສດ, ງານແຂ່ງຂັນແລ່ນ “ ກ້າວເຂົ້າສູ່ຊຸມຊົນ ” ໂດຍ Sacombank ສົມທົບກັບຄະນະຊາວໜຸ່ມ ຫວຽດນາມ ໄດ້ຜ່ານ 14 ໄລຍະ, ໄດ້ດຶງດູດພະນັກງານ, ສະມາຊິກສະຫະພັນ ແລະ ຊາວໜຸ່ມ Sacombank ນັບພັນຄົນເຂົ້າຮ່ວມ; ລະດົມ ແລະ ປະກອບສ່ວນບັນດາແຫຼ່ງກຳລັງກໍ່ສ້າງບັນດາເຮືອນວັດທະນະທຳຊຸມຊົນ ແລະ ວຽກງານປະຊາຊົນບັນດາເຜົ່າໃນທົ່ວປະເທດຢ່າງສຳເລັດຜົນ./.
ທີ່ມາ






(0)