ຕອນບ່າຍວັນທີ 29/5, ໃນບົດກ່າວປາໄສ ແລະ ຊີ້ແຈງຄຳເຫັນຂອງບັນດາຜູ້ແທນສະພາແຫ່ງຊາດທີ່ກອງປະຊຸມປຶກສາຫາລືກ່ຽວກັບສະພາບ ການເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ, ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ຖືວ່າ: ໝາກຜົນການພັດທະນາເສດຖະກິດ - ສັງຄົມປີ 2023, ພາຍຫຼັງການປະເມີນເພີ່ມເຕີມໄດ້ມີການປ່ຽນແປງຫຼາຍດ້ານກ່ວາໃນບົດລາຍງານຄັ້ງທີ 6.
ພົ້ນເດັ່ນແມ່ນອັດຕາການເຕີບໂຕ GDP, ການຄວບຄຸມໄພເງິນເຟີ້, ລາຍຮັບງົບປະມານແຫ່ງລັດ, ການນຳເຂົ້າ ແລະ ສົ່ງອອກ, ການດຶງດູດ FDI ແລະ ການເບີກຈ່າຍ. ສະພາບການເສດຖະກິດ-ສັງຄົມໃນຊຸມເດືອນຕົ້ນປີ 2024 ສືບຕໍ່ມີການປ່ຽນແປງຢ່າງຕັ້ງໜ້າ, ບັນລຸໄດ້ໝາກຜົນຫຼາຍກວ່າໄລຍະດຽວກັນຂອງປີ 2023 ໃນທຸກຂົງເຂດ, ສືບຕໍ່ໄດ້ຮັບການຕີລາຄາສູງຈາກອົງການຈັດຕັ້ງສາກົນ.
ຕາມທ່ານຮອງ ນາຍົກລັດຖະມົນຕີ , ພ້ອມກັບຢືນຢັນບັນດາໝາກຜົນທີ່ບັນລຸໄດ້ແມ່ນພື້ນຖານ, ຫຼາຍທ່ານຜູ້ແທນສະພາແຫ່ງຊາດຊີ້ອອກຢ່າງກົງໄປກົງມາກ່ຽວກັບຄວາມຫຍຸ້ງຍາກ, ອຸປະສັກ ແລະ ຂໍ້ຈຳກັດຂອງພື້ນຖານເສດຖະກິດ, ພິເສດແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ການຜະລິດ ແລະ ດຳເນີນທຸລະກິດ, ການເຂົ້າເຖິງແຫຼ່ງທຶນສິນເຊື່ອໃຫ້ແກ່ວິສາຫະກິດ, ຕະຫຼາດອະສັງຫາລິມະຊັບ, ຕະຫຼາດພັນທະບັດວິສາຫະກິດ, ຕະຫຼາດຄຳອື່ນໆ, ພິເສດແມ່ນຫຼາຍຂົງເຂດຟື້ນຟູ ແລະ ພັດທະນາເສດຖະກິດ.
ຊີ້ແຈ້ງວ່າ, ບັນດາຜູ້ແທນສະພາແຫ່ງຊາດ, ທ່ານຮອງນາຍົກລັດຖະມົນຕີ ເລມີງໄຄ ຖືວ່າ ບັນດາຜູ້ແທນໄດ້ຍົກອອກບັນດາບັນຫາວິສາຫະກິດພວມປະສົບກັບຄວາມຫຍຸ້ງຍາກອັນໃຫຍ່ຫຼວງ, ສະນັ້ນ, ໃນບົດລາຍງານ ກໍ່ຄືໃນທິດທາງ, ລັດຖະບານຈະສືບຕໍ່ຍົກເວັ້ນ ແລະ ຫຼຸດຜ່ອນພາສີ, ຄ່າທຳນຽມ, ຄ່າບໍລິການ, ຄ່ານຳໃຊ້ທີ່ດິນເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາການເຄື່ອນໄຫວຜະລິດວິສາຫະກິດ, ຍົກສູງຄວາມສາມາດສະໜອງສິນເຊື່ອຂອງປະຊາຊົນ ແລະວິສາຫະກິດ.
“ໃນ 6 ເດືອນທ້າຍປີ, ລັດຖະບານພວມຍື່ນສະເໜີຕໍ່ສະພາແຫ່ງຊາດວ່າ: ຖ້າອະນຸມັດການຫຼຸດຜ່ອນພາສີ 2%, ຂະໜາດການຫຼຸດຜ່ອນຈະປະມານ 24.000 ຕື້ດົ່ງ ແລະ ຕະຫຼອດປີສາມາດຫຼຸດ ຫຼື ຍົກເວັ້ນໄດ້ປະມານ 190.000 ຕື້ດົ່ງ, ໃນນັ້ນ ຫຼຸດພາສີແມ່ນປະມານ 92.000 ຕື້ດົ່ງ, ຜ່ອນໄດ້ປະມານ 90.000 ຕື້ດົ່ງ ແລະ ຜ່ອນຜັນໄດ້ປະມານ 90.000 ຕື້ດົ່ງ. ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າ.
ກ່ຽວກັບການຕີລາຄາຂອງຜູ້ແທນກ່ຽວກັບໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ, ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ນອກຈາກບັນດາໝາກຜົນທີ່ບັນລຸໄດ້ແລ້ວ, ຍັງມີ 2 ບັນຫາທີ່ຕ້ອງໄດ້ເອົາໃຈໃສ່. ທີໜຶ່ງແມ່ນ 40.000 ຕື້ດົ່ງໜູນຊ່ວຍ 2% ໃຫ້ບັນດາວິສາຫະກິດ, ສະຫະກອນ ແລະ ປະຊາຊົນເຂົ້າເຖິງແຫຼ່ງທຶນສິນເຊື່ອ.
ສຳລັບບັນດາຊຸດທີ່ຕິດພັນກັບການລົງທຶນຂອງລັດ, ລັດຖະບານຈະສືບຕໍ່ຈັດຕັ້ງປະຕິບັດ ແລະ ຍັງໄດ້ຮັບອະນຸຍາດຈາກສະພາແຫ່ງຊາດ ເພື່ອຊຸກຍູ້ການເບີກຈ່າຍໃຫ້ມີປະສິດທິຜົນ. ເຖິງວ່າໂຄງການນີ້ຍັງປະສົບກັບຄວາມຫຍຸ້ງຍາກບາງຢ່າງມາຮອດປະຈຸບັນ, ແຕ່ການຕີລາຄາລວມຍັງຄົງສາມາດບັນລຸຜົນສຳເລັດໄດ້, ປະກອບສ່ວນເພີ່ມ GDP ໃນປີ 2023 ຂຶ້ນເປັນ 5,05% ແລະ ໃນໄຕມາດທີ 1 ປີ 2024 ແມ່ນ 5,66%.
“ໃນ 2 ປີຜ່ານມາ, ສາມາດເວົ້າໄດ້ວ່າ ດ້ວຍທິດຊີ້ນຳຂອງລັດຖະບານ, ທ່ານນາຍົກລັດຖະມົນຕີ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ການປະຕິບັດບັນດາມາດຕະການແກ້ໄຂການເບີກຈ່າຍກໍ່ໄດ້ຮັບໝາກຜົນຢ່າງຕັ້ງໜ້າ. ບັນດາຜູ້ແທນສະພາແຫ່ງຊາດໄດ້ສະແດງໃຫ້ເຫັນວ່າ ການລົງທຶນຂອງເອກະຊົນໃນທ້າຍປີ 2023 ແລະ ຕົ້ນປີ 2024 ຍັງບໍ່ທັນບັນລຸຕາມຄາດໝາຍ.
ທ່ານຮອງນາຍົກລັດຖະມົນຕີ ກໍ່ໃຫ້ຮູ້ວ່າ: ການເຄື່ອນໄຫວ ແລະ ຊີ້ນຳການລົງທຶນຂອງພາກເອກະຊົນຍັງມີສັນຍານດີ, ພິເສດແມ່ນບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ.
ນອກຈາກນັ້ນ, ລັດຖະບານສືບຕໍ່ຊຸກຍູ້ວິວັດທະນາການຜັນຂະຫຍາຍການຄ້າ, ເພີ່ມທະວີການສົ່ງອອກ, ເຈລະຈາ ແລະ ລົງນາມໃນສັນຍາ FTA… ພ້ອມດຽວກັນນັ້ນ, ລົງທຶນໃນຫຼາຍຂົງເຂດຕາມທ່າອ່ຽງໃໝ່ຂອງການເຕີບໂຕສີຂຽວ, ການເຕີບໂຕດີຈີຕອນ, ເສດຖະກິດດີຈີຕອນ, ເສດຖະກິດວົງວຽນ.
ສະຫລຸບການພົບປະພາຍຫຼັງການຊີ້ນຳຂອງ 5 ສະມາຊິກລັດຖະບານ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ໃຫ້ຮູ້ວ່າ: ໂດຍອີງໃສ່ສະພາບເສດຖະກິດ - ສັງຄົມໃນເດືອນທຳອິດຂອງປີ 2024, ບັນດາຜູ້ແທນໄດ້ສະເໜີບັນດາການເຄື່ອນໄຫວພັດທະນາເສດຖະກິດການເມືອງຢູ່ພາຍໃນປະເທດ ແລະ ໃນໂລກຢ່າງທັນການ. ຍູ້ແຮງການເຕີບໂຕເສດຖະກິດຢ່າງວ່ອງໄວ ແລະ ຍືນຍົງ, ຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ, ຮັບປະກັນຄວາມດຸ່ນດ່ຽງຕົ້ນຕໍຂອງເສດຖະກິດ, ຄວບຄຸມໄພເງິນເຟີ້, ສະກັດກັ້ນບໍ່ໃຫ້ເກີດການກະທົບເຖິງຊີວິດຂອງປະຊາຊົນ.
ບັນດາຜູ້ແທນສະພາແຫ່ງຊາດຍັງຊີ້ອອກບັນດາຂໍ້ບົກຜ່ອງ ແລະ ຂໍ້ຈຳກັດ ແລະ ສະເໜີກຳນົດບັນດາສິ່ງທ້າທາຍຢ່າງຈະແຈ້ງກວ່າອີກ ເພື່ອມີທິດທາງ ແລະ ຄຸ້ມຄອງທີ່ເໝາະສົມ, ປະກອບສ່ວນປະຕິບັດສຳເລັດບັນດາຄາດໝາຍເຕີບໂຕ ແລະ ຄາດໝາຍເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດໃນປີ 2024...
ທີ່ມາ: https://vov.vn/chinh-tri/pho-thu-tuong-le-minh-khai-se-tiep-tuc-mien-giam-thue-phi-le-phi-tien-su-dung-dat-post1098295.vov
(0)