ທີ່​ການ​ພົບ​ປະ​ກັບ​ນັກ​ຂ່າວ​ໃນ​ຕອນ​ບ່າຍ​ວັນ​ທີ 3/10, ທ່ານ​ເອກ​ອັກຄະ​ລັດຖະທູດ ຝະລັ່ງ Olivier Brochet ​ໄດ້​ສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ຈະ​ມາ​ດຳລົງ​ຕຳ​ແໜ່​ງຢູ່ ຫວຽດນາມ ​ໃນ​ປີ 2023 - ​ແມ່ນ​ປີ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ ​ທາງ​ການ​ທູດ ​ແລະ 10 ປີ​ແຫ່ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ.

ເອກອັກຄະລັດຖະທູດຝຣັ່ງ.jpg
ທ່ານ Olivier Brochet ເອກ​ອັກຄະ​ລັດຖະທູດ ຝຣັ່ງ ປະຈຳ ຫວຽດນາມ. ພາບ: ຮຽນອານ

ທ່ານ​ເອກ​ອັກຄະ​ລັດຖະທູດ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ ຝລັ່ງ ​ແມ່ນ​ປະ​ເທດ EU ​ໃຫຍ່​ອັນ​ດັບ 2 ​ໃນ​ດ້ານ​ການ​ລົງທຶນ​ຢູ່ ຫວຽດນາມ, ສ້າງ​ວຽກ​ເຮັດ​ງານ​ທຳ 50.000 ຄົນ. 30 ປີ​ທີ່​ຜ່ານ​ມາ, ມີ​ນັກ​ສຶກ​ສາ​ຫວຽດ​ນາມ​ນັບ​ໝື່ນ​ຄົນ​ໄປ​ຮຽນ​ຢູ່​ຝ​ລັ່ງ. ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ, ຝລັ່ງ ​ໄດ້​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ບຳລຸງ​ສ້າງ​ທ່ານ​ໝໍ 3.000 ຄົນ. ບັນດາ​ສະ​ຖາ​ບັນ​ຄົ້ນຄວ້າ​ຝລັ່ງ ກໍ່​ມີ​ຫຼາຍ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ຫວຽດນາມ ​ໃນ​ຂົງ​ເຂດ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ, ກະສິກຳ ​ແລະ ສາທາລະນະ​ສຸກ.

ທ່ານ Brochet ​ໃຫ້​ຮູ້​ວ່າ: ບັນດາ​ການ​ເຄື່ອນ​ໄຫວ​ນີ້​ປະກອບສ່ວນ​ສ້າງ​ຄວາມ​ສະໜິດ​ຕິດ​ພັນ​ລະຫວ່າງ​ຊາວ ຝະລັ່ງ ​ແລະ ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນກ່ວາ​ອີກ.

​ໃນ​ໄລຍະ​ເວລາ 3 ປີ​ຂອງ​ຕົນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ໄດ້​ວາງ​ບຸລິມະສິດ​ສີ່​ຢ່າງ. ທີ​ໜຶ່ງ, ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ຕອບ​ສະໜອງ​ບັນດາ​ສິ່ງ​ທ້າ​ທາຍ​ໃນ​ທົ່ວ​ໂລກ, ສຸມ​ໃສ່​ແກ້​ໄຂ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ບັນລຸ​ໄດ້​ບັນດາ​ການ​ປ່ອຍ​ອາຍ​ພິດ​ສຸດ​ທິ​ຮອດ​ປີ 2050 ຕາມ​ຄຳ​ໝັ້ນ​ສັນຍາ​ທີ່​ກອງ​ປະຊຸມ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ (COP). ໜຶ່ງໃນບັນດາກົນໄກທີ່ສະແດງໃຫ້ເຫັນຄຳໝັ້ນສັນຍານີ້ແມ່ນໂຄງການຄູ່ຮ່ວມມືຫັນປ່ຽນພະລັງງານສະເໝີພາບ (JETP), ໃນນັ້ນ ຝະລັ່ງ ໜູນຊ່ວຍຫວຽດນາມ ບົນພື້ນຖານແຫຼ່ງທຶນປະມານ 500 ລ້ານເອີໂຣ.

ທີ​ສອງ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຊີ້​ແຈ້ງວ່າ ​ແມ່ນ​ຈຸດໝາຍ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ພັດທະນາ ​ເສດຖະກິດ ​ແລະ ບັນລຸ​ມາດຖານ​ສັງຄົມ, ກົດໝາຍ ​ແລະ ສິ່ງ​ແວດ​ລ້ອມ, ບົນ​ພື້ນຖານ​ນັ້ນ​ຍາດ​ແຍ່ງ​ເອົາ​ບັນດາ​ຂອບ​ເຂດ​ການ​ຮ່ວມ​ມື​ໃໝ່​ຄື: ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - EU (EVFTA), ໜູນ​ຊ່ວຍ ຫວຽດນາມ ພັດທະນາ​ບັນດາ​ຜະລິດ​ຕະພັນ​ທີ່​ໄດ້​ຕາມ​ລະບົບ​ມາດຖານ​ທີ່​ເຂັ້ມ​ງວດ​ຂອງ ​ເອີ​ລົບ...

ທີ​ສາມ, ພັດທະນາ​ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ​ຝະລັ່ງ ​ແລະ ຫວຽດນາມ, ຊຸກຍູ້​ບັນດາ​ຜະລິດ​ຕະພັນ​ທີ່​ເຂັ້ມ​ແຂງ​ຂອງ ຝະລັ່ງ ມາ​ຫວຽດນາມ ​ເຊັ່ນ: ການບິນ, ການ​ຢາ, ກະສິກຳ...

ທີ​ສີ່, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ເວທີ​ສາກົນ​ໂດຍ​ຜ່ານ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ຫຼາຍ​ຝ່າຍ ​ເພື່ອ​ແບ່ງປັນ​ບັນດາ​ຄຸນຄ່າ​ຄື: ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ອະທິປະ​ໄຕ​ຂອງ​ຊາດ.

ທ່ານ​ເອກ​ອັກຄະ​ລັດຖະທູດ Olivier Brochet ຢືນຢັນ​ວ່າ: ກອງ​ປະຊຸມ​ສຸດ​ຍອດ​ພາສາ​ຝະລັ່ງ​ຄັ້ງ​ທີ 19 ​ໃນ​ປີ 2024 ຈະ​ແມ່ນ​ໜຶ່ງ​ໃນ​ບັນດາ​ໂອກາດ​ເພື່ອ​ໃຫ້ 2 ຝ່າຍ​ມີ​ການ​ແລກປ່ຽນ​ຢ່າງ​ເລິກ​ເຊິ່ງ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ຈຸດໝາຍ​ລວມນີ້.