ທ່ານນາຍົກລັດຖະມົນຕີ ມອບໃຫ້ບັນດາປະທານຄະນະກຳມາທິການປະຊາຊົນບັນດາແຂວງ, ນະຄອນສູນກາງຈັດຕັ້ງຜັນຂະຫຍາຍການວາງແຜນການຜະລິດເຂົ້າ, ຊີ້ນຳການສະໜອງວັດສະດຸ, ໂຄງປະກອບແນວພັນ, ປະຕິບັດເຕັກນິກການປູກຝັງ, ປັບປຸງຄຸນນະພາບເຂົ້າສານໃຫ້ແທດເໝາະກັບຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ສົ່ງອອກ.
ພ້ອມກັນນັ້ນ, ຕິດຕາມກວດກາຢ່າງແໜ້ນແຟ້ນໃນການເຄື່ອນໄຫວຂອງບັນດານັກຄ້າສົ່ງອອກເຂົ້າ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ສາຂາ, ສະມາຄົມອາຫານຫວຽດນາມ ແລະ ບັນດານັກຄ້າສົ່ງອອກເຂົ້າເພື່ອຕັ້ງໜ້າແກ້ໄຂບັນດາຄວາມຫຍຸ້ງຍາກ ແລະ ສິ່ງກີດຂວາງໃນການສົ່ງອອກເຂົ້າສານ; ໃຫ້ລາຍງານຢ່າງທັນການ ແລະ ສະເໜີການແກ້ໄຂບັນຫາທີ່ເກີດຂຶ້ນນອກເໜືອສິດອຳນາດ.
ທ້ອງຖິ່ນຕັ້ງໜ້າຊອກຫາຂໍ້ມູນຂ່າວສານ, ເອກະສານຊີ້ນຳ ແລະ ໃບສະເໜີແນະຂອງກະຊວງ, ຂະແໜງການ ເພື່ອຈັດຕັ້ງການເຄື່ອນໄຫວໂຄສະນາ, ວາງທິດທາງຕະຫຼາດ; ໜູນຊ່ວຍຊາວກະສິກອນໃນການຮັບປະກັນຄຸນນະພາບ, ຕິດຕາມແຫຼ່ງກຳເນີດ, ແລະ ປັບປຸງຄວາມສາມາດແກ່ງແຍ້ງຂອງຜະລິດຕະພັນ.
ທີ່ມາ: https://baodanang.vn/tang-cuong-cac-giai-phap-on-dinh-thi-truong-gao-3301530.html






(0)