ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ກ່າວຄຳເຫັນທີ່ກອງປະຊຸມ. |
ກປ.ອອນໄລ - ວັນທີ 16 ກໍລະກົດ, ຢູ່ນິວຢອກ - ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ (UNSC) ໄດ້ດຳເນີນການສົນທະນາເປີດຢູ່ລະດັບລັດຖະມົນຕີ ດ້ວຍຫົວຂໍ້ “ການຮ່ວມມືຫຼາຍຝ່າຍເພື່ອຄວາມເປັນລະບຽບຮຽບຮ້ອຍສາກົນຢ່າງສະເໝີພາບ, ປະຊາທິປະໄຕ ແລະຍືນຍົງ”.
ກອງປະຊຸມໄດ້ດຳເນີນໄປໂດຍລັດຖະມົນຕີ ການຕ່າງປະເທດ ລັດເຊຍ (ປະທານ UNSC ໃນເດືອນ 7/2024) Sergey Lavrov ໂດຍມີການເຂົ້າຮ່ວມ ແລະ ກ່າວຄຳປາໄສຂອງຜູ້ຕາງໜ້າຂອງ 50 ກວ່າປະເທດສະມາຊິກ ສປຊ.
ທີ່ການພົບປະ, ບັນດາປະເທດລ້ວນແຕ່ເນັ້ນໜັກເຖິງຄວາມຈຳເປັນຕ້ອງເພີ່ມທະວີການຮ່ວມມືຫຼາຍຝ່າຍ ເພື່ອຕອບສະໜອງບັນດາສິ່ງທ້າທາຍຫຼາຍດ້ານ ແລະ ສັບສົນຂອງໂລກໃນປະຈຸບັນທີ່ບໍ່ມີປະເທດໃດສາມາດແກ້ໄຂດ້ວຍຕົນເອງ; ພ້ອມກັນນັ້ນ, ກໍໄດ້ຍຶດໝັ້ນກົດໝາຍສາກົນ ແລະ ກົດບັດ ສປຊ ເປັນພື້ນຖານອັນໜັກແໜ້ນໃນການສ້າງຄວາມເປັນລະບຽບຮຽບຮ້ອຍ ຂອງໂລກ ທີ່ຍຸດຕິທຳ, ປະຊາທິປະໄຕ ແລະ ຍືນຍົງ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະປະຈຳຫວຽດນາມ ປະຈຳ ສປຊ ເນັ້ນໜັກວ່າ: ການປະຕິບັດກົດໝາຍ ແລະ ກົດບັດ ສປຊ, ພິເສດແມ່ນບັນດາຫຼັກການເຄົາລົບອະທິປະໄຕ, ເອກະລາດດ້ານການເມືອງ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ກຳລັງ, ແກ້ໄຂການພິພາດໂດຍສັນຕິວິທີເພື່ອຮັກສາການຕັດສິນໃຈຢ່າງມີປະສິດທິຜົນ.
ນອກນີ້, ການຮ່ວມມືຫຼາຍຝ່າຍຕ້ອງເອົາໃຈໃສ່ປະຊາຊົນເປັນໃຈກາງ, ເຄົາລົບ ແລະ ສູ້ຊົນປະຕິບັດຄວາມມຸ່ງມາດປາດຖະໜາພື້ນຖານຂອງປະຊາຊົນເພື່ອດຳລົງຊີວິດຢູ່ໃນສັນຕິພາບ, ວັດທະນາຖາວອນ ແລະ ຄວາມກ້າວໜ້າຂອງສັງຄົມ. ນອກຈາກນັ້ນ, ການປະຕິຮູບຢ່າງແຂງແຮງແມ່ນມີຄວາມຈໍາເປັນເພື່ອເສີມຂະຫຍາຍສຽງ, ການສະແດງຂອງບັນດາປະເທດທີ່ກໍາລັງພັດທະນາໃນສະຖາບັນຫຼາຍຝ່າຍທີ່ມີຜົນກະທົບທີ່ສໍາຄັນຕໍ່ສະຖານະການຄວາມຫມັ້ນຄົງ, ເສດຖະກິດແລະສັງຄົມຂອງໂລກ.
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢືນຢັນວ່າ: ຫວຽດນາມ ສະໜັບສະໜູນລັດທິຫຼາຍຝ່າຍ ແລະ ມານະພະຍາຍາມກໍ່ສ້າງລະບົບຫຼາຍຝ່າຍໃນລະດັບພາກພື້ນ ແລະ ສາກົນ ໂດຍຜ່ານການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ຊຸກຍູ້ບັນດາຂໍ້ລິເລີ່ມໃນຂອບເຂດບັນດາອົງການຈັດຕັ້ງພາກພື້ນ ແລະ ສາກົນ ເຊິ່ງຫວຽດນາມ ເປັນສະມາຊິກ, ພິເສດແມ່ນຢູ່ ອາຊຽນ ແລະ ສປຊ.
ຫວຽດນາມ ໄດ້ປະກອບສ່ວນສຳຄັນເຂົ້າໃນການປະຕິບັດບັນດາຄຳໝັ້ນສັນຍາລວມໃນຂົງເຂດສັນຕິພາບ, ຄວາມໝັ້ນຄົງ, ພັດທະນາແບບຍືນຍົງ ແລະ ຊຸກຍູ້ສິດທິມະນຸດ, ກ່ອນອື່ນໝົດແມ່ນເພື່ອແນໃສ່ຊຸກຍູ້ການພັດທະນາໂລກສັນຕິພາບ, ວັດທະນາຖາວອນ ແລະ ຍຸດຕິທຳ.
ທີ່ມາ: https://baoquocte.vn/tang-cuong-hop-tac-da-phuong-can-dat-nguoi-dan-o-vi-tri-trung-tam-278990.html
(0)