ໃນຂອບເຂດກອງປະຊຸມຄັ້ງທີ 7 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອັງໂກລາ ໄດ້ຈັດຂຶ້ນຢູ່ Luanda (ອັງໂກລາ), ແຕ່ວັນທີ 26 – 27 ມີນາ, ທ່ານ ຫງວຽນກິມເຊີນ, ລັດຖະມົນຕີກະຊວງ ສຶກສາ ແລະ ບຳລຸງສ້າງ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງການນຳ ອັງໂກລາ ແລະ ຢ້ຽມຢາມ ແລະ ເຮັດວຽກຢູ່ມະຫາວິທະຍາໄລ Agostinho Neto.
ທີ່ການພົບປະ ແລະ ເຮັດວຽກ, ບັນດາຜູ້ແທນພັກກຳອຳນາດ, ສະພາແຫ່ງຊາດ ແລະ ລັດຖະບານ ອັງໂກລາ ລ້ວນແຕ່ໃຫ້ຄຳເຫັນວ່າ: ການຢ້ຽມຢາມ ແລະ ເຮັດວຽກຢູ່ Angola ຂອງທ່ານລັດຖະມົນຕີ ຫງວຽນກິມເຊີນ ແມ່ນການສະແດງໃຫ້ເຫັນສາຍພົວພັນອັນດີງາມລະຫວ່າງ 2 ປະເທດ, ເປັນຂີດໝາຍສຳຄັນ ແລະ ມີຄວາມໝາຍໃນການຊຸກຍູ້ການຮ່ວມມືລະຫວ່າງ 2 ຝ່າຍ.
ທ່ານລັດຖະມົນຕີ ຫງວຽນກິມເຊີນ ໄດ້ໃຫ້ການຕ້ອນຮັບທ່ານນາງ Luísa Damião, ຮອງປະທານພັກຂະບວນການປົດປ່ອຍປະຊາຊົນ (MPLA).
ອັງໂກລາ ປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍຈາກ ຫວຽດນາມ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ແບ່ງປັນປະສົບການໃນການຄຸ້ມຄອງ ການສຶກສາ , ຕອບສະໜອງການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນຄວາມທຸກຍາກ.
ກ່ຽວກັບການຮ່ວມມືດ້ານການລົງທຶນ, ອັງໂກລາ ຢືນຢັນວ່າ ຍາມໃດກໍ່ຍິນດີສະໜອງຂໍ້ມູນຂ່າວສານຢ່າງຄົບຖ້ວນ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນຫວຽດນາມ ມາລົງທຶນຢູ່ Angola.
ທີ່ການພົບປະ ແລະ ເຮັດວຽກກັບບັນດາເຈົ້າໜ້າທີ່ ອັງໂກລາ, ທ່ານລັດຖະມົນຕີ ຫງວຽນກິມເຊີນ ໄດ້ແຈ້ງໃຫ້ຊາບກ່ຽວກັບບາງຜົນງານອັນພົ້ນເດັ່ນຂອງຫວຽດນາມ ພາຍຫຼັງເກືອບ 40 ປີແຫ່ງການຜັນຂະຫຍາຍ, ໃນການນຳພາຂອງພັກກອມມູນິດຫວຽດນາມ.
ພ້ອມກັນນັ້ນ, ທ່ານຍັງຢືນຢັນວ່າ ຫວຽດນາມ ແລະ ອັງໂກລາ ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ຕ້ອງຮັດແໜ້ນ ແລະ ເພີ່ມທະວີໃນຫຼາຍຂົງເຂດໃນໄລຍະຈະມາເຖິງ, ພິເສດແມ່ນໃນຂົງເຂດເສດຖະກິດ, ການລົງທຶນ, ກະສິກຳ, ສຶກສາ ແລະ ສາທາລະນະສຸກ.
ທ່ານລັດຖະມົນຕີ ຫງວຽນກິມເຊີນ ໄດ້ເຮັດວຽກກັບທ່ານນາງ Silvia Lutucuta.
ກ່ຽວກັບບັນດາຂໍ້ສະເໜີໜູນຊ່ວຍກ່ຽວກັບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ການສະໜອງນັກຊ່ຽວຊານ, ທ່ານລັດຖະມົນຕີ ຫງວຽນກິມເຊີນ ປາດຖະໜາວ່າ ອຳນາດການປົກຄອງ ອັງໂກລາ ຄວນຄິດໄລ່ໂດຍໄວ ແລະ ມີຄວາມຮຽກຮ້ອງຕ້ອງການສະເພາະກ່ວາອີກ ເພື່ອລາຍງານໃຫ້ບັນດາການນຳລັດຖະບານ ຫວຽດນາມ ພິຈາລະນາ ແລະ ຕັດສິນໃຈ. ພ້ອມທັງໃຫ້ຄຳໝັ້ນສັນຍາຈະແຈ້ງໃຫ້ປະຊາຄົມວິສາຫະກິດ ຫວຽດນາມ ໂດຍໄວ ກ່ຽວກັບກາລະໂອກາດລົງທຶນທີ່ມີທ່າແຮງຢູ່ Angola.
ເນື່ອງໃນໂອກາດນີ້, ຕາງໜ້າໃຫ້ລັດຖະບານຫວຽດນາມ, ທ່ານລັດຖະມົນຕີ ຫງວຽນກິມເຊີນ ໄດ້ຂອບໃຈພັກກຳອຳນາດ ແລະ ລັດຖະບານ ອັງໂກລາ ທີ່ໄດ້ໜູນຊ່ວຍ ຫວຽດນາມ ໃນການສ້າງຕັ້ງການພົວພັນກັບສະຫະພັນອາຟຼິກາຢ່າງເປັນທາງການ, ແລະ ປາດຖະໜາວ່າ ຫວຽດນາມ ຈະແມ່ນຂົວເຊື່ອມຕໍ່ລະຫວ່າງ Angola ກັບບັນດາປະເທດ ອາຟຼິກາ.
ທ່ານນາງ Maria do Rosário Bragança, ລັດຖະມົນຕີວ່າການສຶກສາຊັ້ນສູງ, ວິທະຍາສາດ ແລະ ນະວັດຕະກໍາອັງໂກລາ.
ໃນຖານະເປັນປະທານຮ່ວມຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອັງໂກລາ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ກໍ່ຫວັງວ່າ ກອງປະຊຸມຄະນະກຳມະການລະຫວ່າງລັດຖະບານທີ່ດຳເນີນໄປໃນວັນທີ 28/3 ຈະແມ່ນໂອກາດເພື່ອໃຫ້ສອງຝ່າຍຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນໃນຫຼາຍຂົງເຂດໃນໄລຍະຈະມາເຖິງ.
ທີ່ມາ






(0)