ເຂົ້າຮ່ວມກອງປະຊຸມມີບັນດາຄະນະປະຕິບັດງານຂອງສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ການນຳຄະນະກຳມະການສະພາແຫ່ງຊາດຫວຽດນາມ ແລະ ຄະນະຜູ້ແທນສະພາແຫ່ງຊາດນະຄອນ ດ່ານັ້ງ .
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດລາວ ຖືວ່າ: ພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນ ລາວ ບັນລຸໄດ້ບັນດາຜົນງານອັນສຳຄັນໃນທຸກຂົງເຂດ, ຄວາມສະຫງົບ ແລະ ສະຖຽນລະພາບທາງ ດ້ານການເມືອງ ໄດ້ຮັບການຮັກສາ; ເສດຖະກິດມີທ່າອ່ຽງເຕີບໂຕທີ່ດີ, GDP ໃນ 6 ເດືອນຕົ້ນປີບັນລຸ 4,7%.
ພິເສດ, ລັດຖະບານ ແລະ ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ ແລະ ຜັນຂະຫຍາຍຫຼາຍນະໂຍບາຍເພື່ອປະຕິບັດບັນດາເປົ້າໝາຍໃນວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ, ການເງິນ, ເປັນຕົ້ນແມ່ນການແກ້ໄຂບັນດາມາດຕະການຄວບຄຸມໄພເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະໜີ້ສິນຕ່າງປະເທດ ແລະ ອື່ນໆ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 11 ຂອງພັກ ແລະ ແຜນພັດທະນາສັງຄົມ 5 ປີ 2015 – 2015 ຄັ້ງທີ 9; ສ້າງສາປະເທດລາວ ໃຫ້ມີສັນຕິພາບ , ເປັນເອກະລາດ, ກຸ້ມຕົນເອງ ແລະຈະເລີນຮຸ່ງເຮືອງ.
ການຢ້ຽມຢາມ ແລະ ເຮັດວຽກ ໃນລະຫວ່າງວັນທີ 3-8 ກັນຍາ ຂອງຄະນະຜູ້ແທນສະພາແຫ່ງຊາດລາວ ເຖິງສູນກາງຫວຽດນາມ ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ສຳຄັນໃນຂອບເຂດໂຄງການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລາວ.
ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ໄດ້ມອບຂອງທີ່ລະນຶກໃຫ້ສະຫາຍ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດ ສປປ ລາວ. |
ປະຈຸບັນ, ລາວ ພວມສຸມໃສ່ພັດທະນາເສດຖະກິດ, ຊອກຫາບັນດານັກລົງທຶນ, ຍາມໃດກໍ່ໃຫ້ບຸລິມະສິດ ແລະ ສ້າງເງື່ອນໄຂດີທີ່ສຸດໃຫ້ບັນດານັກລົງທຶນ ຫວຽດນາມ. ຈຸດປະສົງຂອງການຢ້ຽມຢາມແມ່ນເພື່ອແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ໃນການປະຕິບັດບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ, ພິເສດແມ່ນການຕິດຕາມກວດກາ ແລະ ຊຸກຍູ້ການພັດທະນາ. ສະພາແຫ່ງຊາດລາວ ກໍ່ພວມກະກຽມເນື້ອໃນປັບປຸງລັດຖະທຳມະນູນ, ແມ່ນຕ້ອງການປະສົບການ ແລະ ຄວາມເຂົ້າໃຈຂອງສະພາແຫ່ງຊາດ ແລະ ບັນດາຜູ້ແທນສະພາແຫ່ງຊາດ ຫວຽດນາມ ເພື່ອປະຕິບັດໜ້າທີ່ຂອງຕົນໃຫ້ດີ.
ບັນດາຜູ້ແທນທີ່ເຂົ້າຮ່ວມການເຈລະຈາໄດ້ແລກປ່ຽນ ແລະ ປຶກສາຫາລືກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ບັນດາຜູ້ແທນສະພາແຫ່ງຊາດ 2 ປະເທດ, ການພົວພັນຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ, ປະສົບການໃນວຽກງານນິຕິບັນຍັດ, ກວດກາ, ຮັກສາການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ, ແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບລະຫວ່າງສອງປະເທດ, ສະພາແຫ່ງຊາດ ແລະ ລັດຖະບານ. ກົນໄກຮ່ວມມືລະຫວ່າງຜູ້ແທນສະພາແຫ່ງຊາດໜຸ່ມ ແລະ ຜູ້ແທນສະພາແຫ່ງຊາດຍິງຂອງສອງປະເທດ;
ກົນໄກຮ່ວມມືປະຈຳປີລະຫວ່າງກຳມາທິການ, ສອງຫ້ອງການ, ສະພາແຫ່ງຊາດ/ກອງເລຂາຂອງສອງສະພາແຫ່ງຊາດ; ຮັກສາການຮ່ວມມືຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສລະຫວ່າງສະພາແຫ່ງຊາດພາກພື້ນ ແລະ ສາກົນຄື AIPA, IPU, APPEF, ASEEP, APF... ສ້າງປື້ມກ່ຽວກັບ 50 ປີແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງສະພາແຫ່ງຊາດ. ເພີ່ມທະວີການແລກປ່ຽນບົດຮຽນດ້ານນະໂຍບາຍ ແລະ ກົດໝາຍໃນການຄຸ້ມຄອງມະຫາພາກ ແລະ ການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ...
ກ່າວຄຳເຫັນທີ່ສິ້ນສຸດການພົບປະ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ແບ່ງປັນບັນດາສິ່ງທ້າທາຍທີ່ລາວພວມປະເຊີນໜ້າ, ພິເສດແມ່ນຄວາມຫຍຸ້ງຍາກດ້ານເສດຖະກິດ, ການເງິນ. ເຊື່ອໝັ້ນຕໍ່ການນຳພາຂອງພັກປະຊາຊົນ ປະຕິວັດລາວ, ການບໍລິຫານຂອງລັດຖະບານ, ການສະໜັບສະໜູນ ແລະ ກວດກາຂອງສະພາແຫ່ງຊາດ, ຄວາມມານະພະຍາຍາມຂອງປະຊາຊົນ ແລະ ວິສາຫະກິດ, ລາວ ຈະປະຕິບັດບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ; ຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ, ຟື້ນຟູເສດຖະກິດ-ສັງຄົມ; ໄດ້ຮັບໝາກຜົນອັນໃຫຍ່ຫຼວງກວ່າເກົ່າ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແລະ ແຜນການພັດທະນາເສດຖະກິດ - ສັງຄົມ 5 ປີຄັ້ງທີ 9 (2021-2025).
ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ລັດ ແລະ ປະຊາຊົນສອງຊາດໃນໄລຍະທີ່ຜ່ານມາ ໄດ້ສືບຕໍ່ພັດທະນາຢ່າງດີ, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ. ຫວຽດນາມ ມີ ແລະ ຈະສືບຕໍ່ຕັ້ງໜ້າໜູນຊ່ວຍ ແລະ ໜູນຊ່ວຍລາວ ປະສົບຜົນສຳເລັດໃນການປະຕິບັດບົດບາດສຳຄັນສາກົນໃນປີ 2024 ເຊັ່ນ: ປະທານອາຊຽນ/AIPA 2024, ປະທານກອງປະຊຸມໃຫຍ່ AIPA ຄັ້ງທີ 45;
ນ້ຳໃຈມິດຕະພາບແບບພິເສດຫວຽດນາມ - ລາວ ຍາມໃດກໍ່ສຸມໃສ່ເພີ່ມທະວີ ແລະ ບຳລຸງສ້າງ. |
ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບສືບຕໍ່ໄດ້ຮັບການເພີ່ມທະວີ; ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນແບບພິເສດ ຫວຽດນາມ - ລາວ; ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນສືບຕໍ່ບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຢູ່ແຕ່ລະປະເທດ.
ການຮ່ວມມືດ້ານການສຶກສາ, ບຳລຸງສ້າງ ແລະ ວັດທະນະທຳລະຫວ່າງສອງປະເທດສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ໄດ້ຮັບການຊຸກຍູ້, ແລະ ບັນລຸໄດ້ໝາກຜົນອັນຕັ້ງໜ້າ; ຜ່ານນັ້ນ ເພີ່ມທະວີການສຶກສາ ແລະ ໂຄສະນາອຸດົມຄະຕິກ່ຽວກັບສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃນສະພາບການໃໝ່; ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ໂດຍສະເພາະແມ່ນບັນດາທ້ອງຖິ່ນແບ່ງປັນຊາຍແດນ, ສືບຕໍ່ເພີ່ມທະວີ, ຮັດກຸມ, ເລິກເຊິ່ງ, ກວ້າງຂວາງ, ແທດຈິງໃນທຸກຂົງເຂດ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພຢູ່ເຂດຊາຍແດນຂອງສອງປະເທດ.
ສະຫາຍ ຫງວຽນດຶກຫາຍ ຢືນຢັນວ່າ: ຂ້າພະເຈົ້າເຊື່ອໝັ້ນວ່າ ຄວາມມານະພະຍາຍາມ ແລະ ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ 2 ສະພາແຫ່ງຊາດ ຈະປະກອບສ່ວນຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ ຂຽວສົດງົດງາມຕະຫຼອດໄປ.
(0)