
ພາບບັນຍາກາດ “ກອງປະຊຸມສົ່ງເສີມການລົງທຶນແຂວງ ໄຕນິງ ຢູ່ເຂດ Kansai”.
ກປ.ອອນໄລ - ຕອນເຊົ້າວັນທີ 17 ພະຈິກ, ທີ່ສໍານັກງານ ໃຫຍ່ກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາ Osaka , ໂດຍການເຂົ້າຮ່ວມຂອງທ່ານ ໂງທິນິງຮ່າ - ກົງສຸນໃຫຍ່ ຫວຽດນາມ ປະຈໍາ Osaka; ທ່ານ ຟ້າມເຕີນຮ່ວາ - ຮອງປະທານຄະນະກຳມະການປະຊາຊົນແຂວງ ໄຕນິງ; ການນຳຂອງບັນດາພະແນກ, ສາຂາ ແລະ ຂະແໜງການຂອງແຂວງ ແລະ ການເຂົ້າຮ່ວມຂອງວິສາຫະກິດ ຍີ່ປຸ່ນ ແລະ ຫວຽດນາມ ກ່ວາ 150 ທ່ານ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມເຕິນຮ່ວາ - ຮອງປະທານຄະນະກຳມະການປະຊາຊົນແຂວງ ໄຕນິງ ເນັ້ນໜັກວ່າ: ຍີ່ປຸ່ນ ຍາມໃດກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງແຂວງ. ປະຈຸບັນ, ແຂວງ ໄຕນິງ ມີ 176 ໂຄງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຂອງວິສາຫະກິດ ຍີ່ປຸ່ນ, ດ້ວຍຍອດຈຳນວນເງິນລົງທຶນກວ່າ 1,26 ຕື້ USD, ຢືນອັນດັບທີ 4 ໃນ 40 ປະເທດ ແລະ ເຂດແຄ້ວນ ດ້ວຍບັນດາໂຄງການລົງທຶນຢູ່ ໄຕນິງ.

ພິທີລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງທ່າກຳປັ່ນສາກົນ ລອງອານ ແລະ ທ່າກຳປັ່ນ Kobe.
ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ໄຕນິງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ບັນດາການເຄື່ອນໄຫວຮ່ວມມື, ການຄ້າ ແລະ ການລົງທຶນຈະສືບຕໍ່ໄດ້ຮັບການເພີ່ມທະວີ, ພິເສດແມ່ນບັນດາຂົງເຂດບຸລິມະສິດຄື: ອຸດສາຫະກຳເຕັກໂນໂລຢີສູງ, ພະລັງງານ, Logistics, ການຫັນເປັນດີຈີຕອນ, ພະລັງງານທົດແທນ ແລະ ພັດທະນາຕົວເມືອງສະຫຼາດ. ໄຕນິງໃຫ້ຄຳໝັ້ນສັນຍາວ່າຈະເປັນຈຸດໝາຍປາຍທາງທີ່ປອດໄພ, ດຶງດູດ ແລະ ຍືນຍົງຂອງບັນດານັກລົງທຶນຍີ່ປຸ່ນ, ພິເສດແມ່ນບັນດາວິສາຫະກິດ ແລະ ວິສາຫະກິດຈາກພາກພື້ນ Kansai.
ທີ່ກອງປະຊຸມ, ກົງສຸນໃຫຍ່ຫວຽດນາມ ປະຈໍາ Osaka Ngo Trinh Ha ໃຫ້ຮູ້ວ່າ: Kansai ແມ່ນເຂດພັດທະນາ ເສດຖະກິດ , ອຸດສາຫະກຳແຖວໜ້າຂອງ ຍີ່ປຸ່ນ, ເຕົ້າໂຮມບັນດາວິສາຫະກິດໃຫຍ່, ວິສາຫະກິດເຕັກໂນໂລຢີສູງຫຼາຍແຫ່ງ. ສະນັ້ນ, ການຜັນຂະຫຍາຍການຮ່ວມມືຢູ່ທີ່ນີ້ຂອງ Tay Ninh ຈະເປີດກາລະໂອກາດລົງທຶນໃໝ່ຫຼາຍຢ່າງ. ທ່ານ ໂງທິນິງຮ່າ ຢືນຢັນວ່າ, ສະຖານກົງສຸນໃຫຍ່ຈະສືບຕໍ່ພ້ອມກັບ ແລະ ໜູນຊ່ວຍແຂວງໃນການເຊື່ອມຕໍ່, ຊຸກຍູ້ ແລະ ຜັນຂະຫຍາຍບັນດາໂຄງການຮ່ວມມືຢ່າງມີປະສິດທິຜົນລະຫວ່າງ 2 ຝ່າຍ.

ສະມາຄົມສົ່ງເສີມການຮ່ວມມືເສດຖະກິດ ຫວຽດນາມ - ຍີ່ປຸ່ນ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ໄຕນິງ ໄດ້ລົງນາມໃນສັນຍາຮ່ວມມືເພື່ອຊຸກຍູ້ການພົວພັນລົງທຶນ, ການຄ້າ ແລະ ໜູນຊ່ວຍວິສາຫະກິດຂອງສອງປະເທດ.
ໃນຂອບເຂດກອງປະຊຸມ, ສະມາຄົມສົ່ງເສີມການຮ່ວມມືດ້ານເສດຖະກິດຫວຽດນາມ - ຍີ່ປຸ່ນ ແລະ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄຕນິງ ໄດ້ລົງນາມໃນສັນຍາຮ່ວມມືຊຸກຍູ້ການພົວພັນລົງທຶນ ແລະ ການຄ້າ ແລະ ໜູນຊ່ວຍວິສາຫະກິດຂອງ 2 ປະເທດ. ສັນຍາດັ່ງກ່າວຈະສ້າງຄວາມສະດວກໃຫ້ແກ່ນັກລົງທຶນຍີ່ປຸ່ນໃນການສຳຫຼວດສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຊຸກຍູ້ໂຄງການໃໝ່ ແລະ ຂະຫຍາຍການຮ່ວມມືໃນຕ່ອງໂສ້ການສະໜອງອຸດສາຫະກຳ.
ໃນຂອບເຂດງານວາງສະແດງ, ທ່າກຳປັ່ນ Kobe ແລະ ທ່າກຳປັ່ນສາກົນ Long An ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື, ເພື່ອແນໃສ່ຍົກສູງກຳລັງການຂົນສົ່ງ, ເປີດກວ້າງເສັ້ນທາງຂົນສົ່ງ ແລະ ເສີມຂະຫຍາຍຕ່ອງໂສ້ການສະໜອງລະຫວ່າງສອງປະເທດ.

ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ໄຕນິງ ຟ້າມເຕີນຮ່ວາ ມອບ “ຕູ້ປື້ມຊຸມຊົນ” ໃຫ້ໂຮງຮຽນພາສາຫວຽດ Cay Tre.
ນອກຈາກເນື້ອໃນເສດຖະກິດ - ການຄ້າ - ການລົງທຶນ, ຄະນະກຳມະການປະຊາຊົນແຂວງ ໄຕນິງ ກໍ່ເອົາໃຈໃສ່ເປັນພິເສດເຖິງປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ. ທີ່ພິທີ, ແຂວງໄດ້ມອບ “ຫໍປື້ມຫວຽດ” ໃຫ້ຊາວຫວຽດນາມ ຢູ່ Kansai, ປະກອບສ່ວນປົກປັກຮັກສາພາສາແມ່, ເຜີຍແຜ່ວັດທະນະທຳຫວຽດນາມ ແລະ ເພີ່ມທະວີການພົວພັນລະຫວ່າງທ້ອງຖິ່ນ ແລະ ຊາວຫວຽດນາມ ຢູ່ຕ່າງປະເທດ.
ເພງ ອຈ
ທີ່ມາ: https://nhandan.vn/tang-cuong-hop-tac-giua-tinh-tay-ninh-va-cac-doanh-nghiep-vung-kansai-nhat-ban-post923878.html






(0)