ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືອາຊຽນ - ນິວຊີແລນ ຄັ້ງທີ 12. |
ວັນທີ 15 ພຶດສະພານີ້, ທີ່ກອງປະຊຸມຄະນະກຳມະການການຮ່ວມມືອາຊຽນ - ນິວຊີແລນ ຄັ້ງທີ 12 ທີ່ຈັດຂຶ້ນຢູ່ກອງເລຂາອາຊຽນ, 2 ຝ່າຍໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ນິວຊີແລນ ໃຫ້ເລິກເຊິ່ງກ່ວາອີກ.
ນີ້ແມ່ນກອງປະຊຸມປະຈຳປີຂອງທ່ານເອກອັກຄະລັດຖະທູດ ເພື່ອກວດກາ ແລະ ປຶກສາຫາລືບັນດາມາດຕະການຊຸກຍູ້ການຜັນຂະຫຍາຍບັນດາໂຄງການ ແລະ ການຮ່ວມມື ອາຊຽນ - ນິວຊີແລນ. ທ່ານເອກອັກຄະລັດຖະທູດ Ton Thi Ngoc Huong, ຫົວໜ້າຄະນະປະຈຳຫວຽດນາມ ປະຈຳ ອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມ.
ທີ່ກອງປະຊຸມ, ບັນດາປະເທດ ອາຊຽນ ໄດ້ຕີລາຄາສູງຄຳໝັ້ນສັນຍາ, ການປະກອບສ່ວນ ແລະ ໜູນຊ່ວຍຂອງ ນິວຊີແລນ ໃນຊຸມປີມໍ່ໆມານີ້, ສະແດງໃຫ້ເຫັນຜ່ານບັນດາໝາກຜົນທີ່ບັນລຸໄດ້ໃນການປະຕິບັດບັນດາການເຄື່ອນໄຫວຮ່ວມມື, ໃນນັ້ນ 65 ໃນ 69 ເສັ້ນປະຕິບັດງານ (ເທົ່າກັບ 94%) ໄດ້ປະຕິບັດຕາມ 4 ຫົວຂໍ້ຮ່ວມມືຂອງແຜນປະຕິບັດງານ ອາຊຽນ - ນິວ ຊີແລນ ໄລຍະ 2021-2025.
ບັນດາປະເທດອາຊຽນຍິນດີໃຫ້ການສະໜັບສະໜູນນິວຊີແລນຕໍ່ການຄາດຄະເນອາຊຽນກ່ຽວກັບອິນໂດ ປາຊີຟິກ (AOIP) ແລະ ຫວັງວ່າຈະມີການເຄື່ອນໄຫວທີ່ແທດຈິງເພື່ອເພີ່ມທະວີການຮ່ວມມືຕົວຈິງຕາມຖະແຫຼງການຮ່ວມອາຊຽນ - ນິວຊີແລນກ່ຽວກັບການຮ່ວມມື AOIP ທີ່ຈະໄດ້ຮັບການຮັບຮອງເອົາໃນປີ 2023, ເສີມຂະຫຍາຍສະຖາປັດຕະຍະກຳພາກພື້ນກັບອາຊຽນເປັນໃຈກາງ.
ຕີລາຄາສູງບັນດາບາດກ້າວພັດທະນາໃໝ່ໃນການພົວພັນລະຫວ່າງ 2 ຝ່າຍ, ນິວຊີແລນ ຢືນຢັນວ່າ: ລັດຖະບານ ຊຸດໃໝ່ຈະສືບຕໍ່ເອົາໃຈໃສ່ເຖິງການພົວພັນກັບ ອາຊຽນ; ໃຫ້ຄຳໝັ້ນສັນຍາສະໜັບສະໜູນບົດບາດໃຈກາງຂອງອາຊຽນໃນພາກພື້ນ, ແລະ ຕັ້ງໜ້າເຂົ້າຮ່ວມບັນດາກົນໄກພາກພື້ນທີ່ອາຊຽນນຳພາ.
ພ້ອມກັນນັ້ນ, ກໍຢືນຢັນຈະສົມທົບກັບອາຊຽນສ້າງແຜນດຳເນີນງານໃໝ່ໄລຍະ 2026-2030 ໃຫ້ສອດຄ່ອງກັບວິໄສທັດອາຊຽນ 2045, ພ້ອມທັງສຸມໃສ່ເພີ່ມທະວີການຮ່ວມມືໃນຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໂດຍສະເພາະແມ່ນຂົງເຂດທີ່ນິວຊີແລນມີຄວາມເຂັ້ມແຂງ ແລະ ອາຊຽນຍັງໃຫ້ບຸລິມະສິດເຊັ່ນ: ກະສິກຳສະຫຼາດ, ການຫັນເປັນດິຈິຕອລ, ການຕອບໂຕ້ການປ່ຽນແປງຂອງດິນຟ້າອາກາດ, ເຕັກໂນໂລຊີ ແລະ ອື່ນໆ.
ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນການຮ່ວມມືອາຊຽນ - ນິວຊີແລນ ໃນເກືອບ 50 ປີຜ່ານມາ, ທ່ານເອກອັກຄະລັດຖະທູດ Ton Thi Ngoc Huong ໄດ້ຕີລາຄາສູງບັນດາຄຳໝັ້ນສັນຍາອັນໝັ້ນຄົງຂອງ ນິວຊີແລນ ໃນການສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ.
ທ່ານເອກອັກຄະລັດຖະທູດ Ton Thi Ngoc Huong ປາດຖະໜາວ່າ ອາຊຽນ ແລະ ນິວຊີແລນ ຈະມີບັນດາການເຄື່ອນໄຫວແທດຈິງກ່ວາອີກ ເພື່ອຍົກສູງຄວາມຮັບຮູ້ໃຫ້ປະຊາຊົນ ແລະ ບັນດາວິສາຫະກິດ 2 ຝ່າຍນຳໃຊ້ບັນດາກາລະໂອກາດຮ່ວມມືດ້ານທຸລະກິດລະຫວ່າງ 2 ຝ່າຍ.
ຂອບໃຈ ບຣູໄນ ທີ່ໄດ້ປະຕິບັດສໍາເລັດໜ້າທີ່ປະຈຸບັນເປັນຜູ້ປະສານງານການພົວພັນ ອາຊຽນ - ນິວຊີແລນ, ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ໃນຖານະຜູ້ປະສານງານຕໍ່ໄປ, ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບ ນິວຊີແລນ ເພີ່ມທະວີການພົວພັນສອງຝ່າຍ, ພິເສດແມ່ນເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ນິວຊີແລນ.
ທີ່ມາ
(0)