ໄອແລນ ເປັນທີ່ຕັ້ງຂອງ 1.800 ວິສາຫະກິດຫຼາຍປະເທດ, ໃນນັ້ນມີບັນດາບໍລິສັດທີ່ມີຊື່ສຽງຄື Google, Apple, Meta, Microsoft, Pfizer, Johnson & Johnson, Citi Bank... ສະນັ້ນ ສະພາບແວດລ້ອມແຫ່ງການຮຽນຮູ້ໃນປະເທດນີ້ຖືວ່າມີ “ຜົນຜະລິດດີ” ເມື່ອທຽບໃສ່ຫຼາຍປະເທດສຳລັບນັກສຶກສາຕ່າງປະເທດຫວຽດນາມ.
ບໍ່ພຽງແຕ່ເທົ່ານັ້ນ, ໃນຖານະທີ່ເປັນປະເທດໜຶ່ງໃນ 20 ອັນດັບໜຶ່ງໃນໂລກໃນດ້ານ ການສຶກສາ , ປະເທດໄອແລນໄດ້ຍຶດໝັ້ນທ່າອ່ຽງການປ່ຽນແປງດ້ານການສຶກສາຢ່າງວ່ອງໄວໃຫ້ເໝາະສົມກັບຕະຫຼາດແຮງງານທີ່ມີຄຸນນະພາບສູງ.

ຕາມນັ້ນແລ້ວ, ບັນດານັກສຶກສາໄດ້ຮັບການຜັນຂະຫຍາຍຈາກບັນດາຂົງເຂດ ເສດຖະກິດ ດັ້ງເດີມ ໄປຍັງບັນດາຂົງເຂດຮັກສາຄວາມປອດໄພທາງອິນເຕີແນັດ, ເຕັກໂນໂລຢີ, ວິສະວະກຳ, ການແພດ, ເຕັກໂນໂລຊີການເງິນ ແລະ ວິທະຍາສາດສາກົນ...
ທີ່ງານວາງສະແດງ, ບັນດາຜູ້ເຂົ້າຮ່ວມນະຄອນ ໂຮ່ຈີມິນ ໄດ້ແນະນຳຢ່າງລະອຽດກ່ຽວກັບການໃຫ້ທຶນສຶກສາ 100% ໂດຍລັດຖະບານ ແລະ ສະຖານທູດໄອແລນ ໃຫ້ແກ່ນັກສຶກສາ ຫວຽດນາມ. ບັນດາຜູ້ຊ່ຽວຊານສາກົນຍັງໄດ້ປຶກສາຫາລື ແລະ ຕອບຄຳຖາມກ່ຽວກັບການກຳນົດທິດອາຊີບ ເມື່ອເລືອກເອົາວິຊາໃຫຍ່. ບັນຫາທີ່ກ່ຽວຂ້ອງກັບການເຮັດວຽກນອກເວລາໃນຂະນະທີ່ຮຽນຢູ່ຕ່າງປະເທດທີ່ນັກຮຽນຫຼາຍຄົນສົນໃຈກໍໄດ້ຮັບຄຳຕອບຢ່າງຈະແຈ້ງ.

ຜູ້ຕາງໜ້າຈາກປະເທດໄອແລນ ທ່ານ ນາງ ຈາຢັນທິ ເທລາຈາວາ ຫົວໜ້າຂະແໜງສຶກສາປະເທດໄອແລນ ພາກພື້ນອາຊຽນ ໃຫ້ຮູ້ວ່າ: ລັດຖະບານໄອແລນ ຍັງອອກນະໂຍບາຍສະໜັບສະໜູນທີ່ໜ້າສົນໃຈຫຼາຍດ້ານ, ລວມທັງວີຊາເຂົ້າພັກ ແລະ ເຮັດວຽກພາຍຫຼັງຮຽນຈົບຄື: ນັກສຶກສາປະລິນຍາໂທ ແລະ ປະລິນຍາເອກ ອະນຸຍາດໃຫ້ຢູ່ໄດ້ 2 ປີ, ນັກສຶກສາລະດັບປະລິນຍາຕີແມ່ນອະນຸຍາດໃຫ້ຢູ່ໄດ້ 1 ປີ.
ຕາມທ່ານນາງ Vo Hang Nga, ຜູ້ອຳນວຍການບໍລິສັດຫຸ້ນສ່ວນທີ່ປຶກສາ ແລະ ບຳລຸງສ້າງ SmartA, ເປັນຄູ່ຮ່ວມມືຂອງບັນດາມະຫາວິທະຍາໄລ ໄອແລນ ແລ້ວ, ດ້ວຍງານວາງສະແດງການສຶກສາຄັ້ງນີ້, ໄອແລນ ຫວັງດຶງດູດນັກສຶກສາ ຫວຽດນາມ ເຂົ້າຮ່ວມ “ເຂດ Silicon Valley ເອີລົບ”. ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດານັກສຶກສາ ຫວຽດນາມ ໄດ້ເຂົ້າເຖິງໜຶ່ງໃນບັນດາສະພາບແວດລ້ອມດ້ານການສຶກສາ - ເສດຖະກິດແຖວໜ້າຢູ່ ເອີລົບ, ສະສົມປະສົບການສາກົນ, ແລ້ວກັບຄືນເມືອປະກອບສ່ວນປະຕິບັດຕົວຈິງໃຫ້ແກ່ການພັດທະນາປະເທດຊາດ.
ທີ່ມາ: https://nhandan.vn/thanh-pho-ho-chi-minh-gioi-thieu-co-hoi-du-hoc-tai-noi-nhieu-tap-doan-hang-dau-dong-tru-so-post910960.html
(0)