ກປ.ອອນໄລ - ວັນທີ 30 ກັນຍາ ແລະ ວັນທີ 1 ຕຸລາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ສົມທົບກັບຄະນະພົວພັນຕ່າງປະເທດນະຄອນ Saint Petersburg (ລັດເຊຍ), ສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ, ສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ ແລະ ກອງທຶນສົ່ງເສີມການຮ່ວມມື ລັດເຊຍ - ຫວຽດນາມ ຈັດຕັ້ງໃນວັນທີ 30 ກັນຍາ ແລະ ວັນທີ 1 ຕຸລາ.
ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ
ພາບ: TTXVN
ທີ່ການພົບປະ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ Do Van Chien ໄດ້ຕີລາຄາສູງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ສົມທົບກັບບັນດາຄູ່ຮ່ວມມື Saint Petersburg ເພື່ອຈັດຕັ້ງເວທີປາໄສປະຊາຊົນ ຫວຽດນາມ - ລັດເຊຍ ຄັ້ງທຳອິດ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດ, ປະກອບສ່ວນຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ ແລະ ສະເໜີຫຼາຍທິດທາງ ການທູດ ໃໝ່ຂອງປະຊາຊົນ.
ທ່ານ ດ່າວວັນຈຽນ ກ່າວຕື່ມວ່າ: ຕາມຮູບແບບການຈັດຕັ້ງໃໝ່, ຫວຽດນາມ ໄດ້ສຳເລັດການຈັດ ຕັ້ງລະບົບ ການເມືອງ ຕາມ 2 ຂັ້ນທ້ອງຖິ່ນ, ພ້ອມດຽວກັນນັ້ນ ໄດ້ຈັດຕັ້ງບັນດາການເຄື່ອນໄຫວຂອງແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ອົງການຈັດຕັ້ງມະຫາຊົນຕາມການມອບໝາຍຂອງພັກ ແລະ ລັດ. ຍ້ອນເຫດນັ້ນ, ບັນດາອົງການນີ້ສາມາດເສີມຂະຫຍາຍບົດບາດຕັ້ງໜ້າ, ເຊື່ອມໂຍງ, ສະເໜີ, ສ້າງເງື່ອນໄຂສະດວກໃຫ້ແກ່ການຊຸກຍູ້ການຮ່ວມມືຍຸດທະສາດ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ; ໃນນັ້ນມີສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ປະຕິບັດໜ້າທີ່ຂອງແນວໂຮມປະເທດຊາດ ຫວຽດນາມ . ທ່ານ Do Van Chien ເຊື່ອໝັ້ນວ່າ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຈະເສີມຂະຫຍາຍບົດບາດ, ພາລະກິດເຊື່ອມໂຍງ ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືລະຫວ່າງປະຊາຊົນ 2 ປະເທດ ແລະ ບັນດາອົງການສັງຄົມຂອງ 2 ປະເທດ.
ທີ່ມາ: https://thanhnien.vn/that-chat-tinh-cam-nhan-dan-viet-nam-nga-185251001230923628.htm
(0)