ແກງ​ເຝີ​ຊີ້ນ​ງົວ ​ເຫ້ວ ​ໄດ້​ຮັບ​ການ​ຮັບ​ຮູ້​ວ່າ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ.

ສະ​ເພາະ​ແມ່ນ​ບຸນ​ເຕັດ​ຮາ​ໂຣ​ຕອມ (​ສະ​ເຫຼີມ​ສະ​ຫຼອງ​ເຂົ້າ​ໃໝ່) ຂອງ​ຊາວ​ເຜົ່າ​ກຶມ​ມຸ ຢູ່​ຕາ​ແສງ ນາມ​ດົງ, ລອງ​ກວາງ, ກ່າ​ເລີ ຢູ່​ນະ​ຄອນ ເຫ້ວ ແລະ​ບັນ​ດາ​ຄວາມ​ຮູ້​ພື້ນ​ຖານ​ກ່ຽວ​ກັບ​ກະ​ດູກ​ຊີ້ນ​ງົວ​ເຫ້ວ.

ນີ້​ແມ່ນ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຕິດ​ພັນ​ກັບ​ຊີວິດ​ປະຈຳ​ວັນ, ຄວາມ​ເຊື່ອ​ຖື ​ແລະ ອາຫານ ​ພື້ນ​ເມືອງ​ຂອງ​ຊາວ​ທ້ອງ​ຖິ່ນ. ການ​ຖືກ​ຈັດ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ບໍ່​ພຽງ​ແຕ່​ປະກອບສ່ວນ​ຢັ້ງຢືນ​ຄຸນຄ່າ​ວັດທະນະທຳ​ພື້ນ​ເມືອງ​ຂອງ​ເຫ້ວ​ເທົ່າ​ນັ້ນ, ຫາກ​ຍັງ​ເປີດ​ກາລະ​ໂອກາດ​ປົກ​ປັກ​ຮັກສາ, ຊຸກຍູ້ ​ແລະ ​ໂຄສະນາ​ບັນດາ​ມໍລະດົກ​ອັນ​ລ້ຳ​ຄ່າ​ນີ້​ໃຫ້​ແກ່​ປະຊາ​ຄົມ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ໃນ​ມະຕິ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໄດ້​ມອບ​ໃຫ້​ປະທານ​ຄະນະ​ກຳມະການ​ປະຊາຊົນ​ທຸກ​ຂັ້ນ​ຢູ່​ບັນດາ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ທີ່​ໄດ້​ຮັບ​ການ​ປະກາດ​ໃໝ່, ​ໃນ​ຂອບ​ເຂດ​ໜ້າ​ທີ່ ​ແລະ ສິດ​ອຳນາດ​ຂອງ​ຕົນ, ປະຕິບັດ​ການ​ຄຸ້ມ​ຄອງ​ລັດ​ຕາມ​ກົດໝາຍ​ວ່າ​ດ້ວຍ​ມໍລະດົກ​ວັດທະນະທຳ.

ນ. ມິນ

ທີ່ມາ: https://huengaynay.vn/van-hoa-nghe-thuat/thong-tin-van-hoa/them-2-di-san-van-hoa-phi-vat-the-duoc-ghi-danh-155369.html