ຕອນເຊົ້າວັນທີ 8 ສິງຫາ, ທີ່ກອງປະຊຸມຄັ້ງທີ 45 ຂອງ ຄະນະກຳມະການກວດກາສູນກາງ , ສະຫາຍ ເຈີ່ນກ່າມຕື, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກຳມະການກວດກາສູນກາງໄດ້ສະເໜີມະຕິຂອງກົມການເມືອງຮັບຮອງເອົາຕຳແໜ່ງຮອງປະທານຄະນະກຳມະການກວດກາສູນກາງຊຸດທີ 13 ໃຫ້ສະຫາຍ ຫວູຮົ່ງວັນ, ກຳມະການກວດກາສູນກາງ.

ທ່ານພົນໂທ ວູຮົ່ງວັນ ດຳລົງຕຳແໜ່ງດັ່ງນີ້: ຮອງກົມການເມືອງ, ຮອງຜູ້ບັນຊາການຕຳຫຼວດເຄື່ອນທີ່, ກະຊວງຕຳຫຼວດ ; ຫົວໜ້າກອງບັນຊາການ ປກສ ແຂວງ ດັກລັກ; ຫົວໜ້າກອງບັນຊາການ ປກສ ແຂວງ ດົ່ງນາຍ; ຫົວໜ້າກົມ ການເມືອງ-ການປົກຄອງ ກະຊວງ ປທສ.
ທີ່ກອງປະຊຸມສູນກາງຄັ້ງທີ 8 ສະໄໝທີ 13, ທ່ານພົນໂທ ວູຮົ່ງວັນ ໄດ້ຮັບເລືອກຕັ້ງຈາກຄະນະບໍລິຫານງານສູນກາງເປັນສະມາຊິກຄະນະກຳມະການກວດກາສູນກາງ. ຄະນະເລຂາທິການໄດ້ຕົກລົງຍົກຍ້າຍພົນຕີ ຫວູຮົ່ງວັນ, ກຳມະການກວດກາສູນກາງ, ຫົວໜ້າກົມປ້ອງກັນ ຄວາມ ສະຫງົບພາຍໃນ - ກະຊວງຕຳຫຼວດ ໄປເຮັດວຽກຢູ່ຄະນະກວດກາສູນກາງ.
ທີ່ມາ






(0)