ໃນບົດບາດເປັນ “ຜູ້ບັນຍາຍ”, ທ່ານເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ Shawn Steil ໄດ້ຕີລາຄາສູງບັນດາຜົນງານທີ່ພົ້ນເດັ່ນໃນໄລຍະ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ການາດາ.
ເຄິ່ງສັດຕະວັດກ່ອນ, ພຽງເດືອນຫຼັງຈາກສັນຍາປາຣີໄດ້ລົງນາມ, ການາດາ ແລະ ຫວຽດນາມ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ, ປະຕິບັດຕາມດ້ວຍການເປີດສະຖານທູດຢູ່ ຮ່າໂນ້ຍ ໃນປີ 1994 ແລະ ຫຼັງຈາກນັ້ນບໍ່ດົນ, ສະຖານກົງສຸນໃຫຍ່ນະຄອນໂຮ່ຈີມິນ ໃນປີ 1995.
ປີ 2017, ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມ APEC (ການຮ່ວມມືເສດຖະກິດອາຊີ - ປາຊີຟິກ ). ດ້ວຍການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ Justin Trudeau, ການນຳ ການາດາ ແລະ ຫວຽດນາມ ໄດ້ປະກາດການພົວພັນຄູ່ຮ່ວມມືຮອບດ້ານ, ບົນພື້ນຖານ 5 ບຸລິມະສິດຂອງການພົວພັນທີ່ເລິກເຊິ່ງກວ່າຄື: ການເຈລະຈາດ້ານການເມືອງ ແລະ ການທູດ; ການຄ້າ ແລະການລົງທຶນ; ປ້ອງກັນປະເທດແລະຄວາມປອດໄພ; ການພັດທະນາ, ການແລກປ່ຽນວັດທະນະທໍາແລະທາງວິຊາການ; ແລະວິທະຍາສາດ, ເຕັກໂນໂລຊີ, ແລະນະວັດກໍາ.
| ຂ່າວທີ່ກ່ຽວຂ້ອງ | |
| ທ່ານເອກອັກຄະລັດຖະທູດ ຟ້າມບິງກວາງ: ມີຊ່ອງຫວ່າງຫຼາຍຢ່າງໃຫ້ແກ່ການຮ່ວມມື 2 ຝ່າຍລະຫວ່າງ ຫວຽດນາມ ແລະ ການາດາ. | |
ໃນປີ 2022, ການເຈລະຈາສອງຝ່າຍສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງແຂງແຮງ, ຕາມການພົບປະຄັ້ງຫຼ້າສຸດທີ່ກອງປະຊຸມສຸດຍອດອາຊຽນລະຫວ່າງທ່ານນາຍົກລັດຖະມົນຕີ Justin Trudeau ແລະ ທ່ານນາຍົກລັດຖະມົນຕີ Pham Minh Chinh.
2 ປະເທດພວມເຫັນດີເຫັນພ້ອມກັບການເຕີບໂຕດ້ານການຄ້າ, ການປ້ອງກັນປະເທດ, ການຊ່ວຍເຫຼືອພັດທະນາ, ການແລກປ່ຽນປະຊາຊົນ.
ໃນດ້ານການຄ້າ, ການຄ້າສອງຝ່າຍໄດ້ບັນລຸລະດັບສູງໃໝ່ໃນແຕ່ລະປີ. ປີ 2022, ວົງເງິນການຄ້າສອງສົ້ນລະຫວ່າງການາດາ ແລະ ຫວຽດນາມ ບັນລຸ 13,8 ຕື້ USD, ເພີ່ມຂຶ້ນຈາກ 10,5 ຕື້ USD ໃນປີ 2021. ການເຕີບໂຕອັນຕັ້ງໜ້ານີ້ ໄດ້ເຮັດໃຫ້ການາດາ ເປັນຜູ້ຊື້ສິນຄ້າສົ່ງອອກໃຫຍ່ອັນດັບ 10 ໃນທົ່ວໂລກ. ປະຈຸບັນ ຫວຽດນາມແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງການາດາໃນອາຊຽນ.
ການພົບປະແລກປ່ຽນປະຊາຊົນສືບຕໍ່ນັບມື້ນັບພັດທະນາຍ້ອນປະຊາຄົມຊາວຫວຽດນາມ - ການາດາ ທີ່ມີຊີວິດຊີວາ, ໄວໜຸ່ມຫວຽດນາມ ພວມຮ່ຳຮຽນຢູ່ ການາດາ ເພີ່ມຂຶ້ນ, ແລະ ເພີ່ມທະວີຈຳນວນນັກທ່ອງທ່ຽວການາດາ ມາທ່ອງທ່ຽວທຳມະຊາດ, ວັດທະນະທຳທີ່ຫຼາກຫຼາຍຂອງຫວຽດນາມ.
ທ່ານເອກອັກຄະລັດຖະທູດ Shawn Steil ແບ່ງປັນວ່າ: “ການາດາ ແມ່ນຄູ່ຮ່ວມມືພັດທະນາທີ່ໄວ້ເນື້ອເຊື່ອໃຈຂອງຫວຽດນາມ ມາເປັນເວລາ 30 ປີ.
ທ່ານເອກອັກຄະລັດຖະທູດ Shawn Steil ເນັ້ນໜັກວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ພວກຂ້າພະເຈົ້າຂໍຢ້ຳຄືນຄຳໝັ້ນສັນຍາຂອງພວກເຮົາໃນການເພີ່ມທະວີການພົວພັນກັບຫວຽດນາມ ເພື່ອສະໜັບສະໜູນພາກພື້ນອິນໂດປາຊີຟິກທີ່ຈະເລີນຮຸ່ງເຮືອງ ແລະ ໝັ້ນຄົງ.
ທີ່ມາ










(0)