
ຄະນະຜູ້ແທນລວມມີ: ທ່ານ ນາງ ວັນດາລາ ສີພັນດອນ, ພັນລະຍາຂອງທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ; ພົນໂທ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ; ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ; ທ່ານ ຄຳຈັນ ວົງໂພສີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ; ອາລຸນໄຊ ສຸນັນທາ ລັດຖະມົນຕີ ແລະ ຫົວໜ້າຫ້ອງວ່າການນາຍົກລັດຖະມົນຕີ; ທ່ານ ມາໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານ ສຸນສະຫວັນ ວິລະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ; ລັດຖະມົນຕີກະຊວງການເງິນ ສັນຕິສຸກ ພົມວິຫານ; ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ ແລະ ສື່ສານ, ປະທານສູນກາງສະມາຄົມມິດຕະພາບ ລາວ-ຫວຽດນາມ; ທ່ານ ບຸນເລີດ ສິນໄຊຍະວົງ ຜູ້ວ່າການທະນາຄານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ທ່ານ ງາພົງ ວົງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ; ທ່ານພົນໂທ ກົງທອງ ພົງວິຈິດ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ; ທ່ານເອກອັກຄະລັດຖະທູດ ສປປ ລາວ ປະຈຳຫວຽດນາມ ຄຳປາວ ເອີນທະວັນ.
ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເກີດວັນທີ 26 ມັງກອນ 1966; ສັນຊາດ: ລາວ; ລະດັບວິຊາຊີບ: ປະລິນຍາໂທ (ບໍລິຫານທຸລະກິດ).
ປະຈຸບັນ, ເປັນກຳມະການກົມ ການເມືອງ ສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ທ່ານ ສອນໄຊ ສີພັນດອນ ມີຕຳແໜ່ງດັ່ງນີ້: ເປັນພະນັກງານພະແນກປະຕິບັດງານ, ພະນັກງານທົ່ວໄປ (1987 - 2000); ຄະນະພັກແຂວງ, ຫົວໜ້າຫ້ອງວ່າການແຂວງຈຳປາສັກ (2000 - 2005); ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆຈໍາປາສັກ (2005); ກໍາມະການສູນກາງພັກ ຊຸດທີ 8, ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆຈໍາປາສັກ (2006 - 2010); ກໍາມະການສູນກາງພັກ ຊຸດທີ 9, ເລຂາຄະນະພັກແຂວງ, ເຈົ້າແຂວງໆຈໍາປາສັກ (2011 - 2014); ກໍາມະການສູນກາງພັກ ຊຸດທີ 9, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ (2014 - 2016); ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ຊຸດທີ 10 (2016 - 2019); ກຳມະການກົມການເມືອງຊຸດທີ 10, ຮອງນາຍົກລັດຖະມົນຕີ, ພ້ອມກັນກັບລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ (ເດືອນຕຸລາ 2019 – 2021); ກຳມະການກົມການເມືອງຊຸດທີ 11, ຮອງນາຍົກລັດຖະມົນຕີ (2021 – ທັນວາ 2022); ກຳມະການກົມການເມືອງຊຸດທີ 11, ນາຍົກລັດຖະມົນຕີ (30 ທັນວາ 2022 – ປະຈຸບັນ).
ນີ້ແມ່ນການຢ້ຽມຢາມຫວຽດນາມຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ໃນຖານະຕຳແໜ່ງໃໝ່. ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ Sonexay Siphandone ຈະເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ແລະ ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ່ນ. ນາຍົກລັດຖະມົນຕີ 2 ທ່ານຈະເປັນປະທານຮ່ວມກອງປະຊຸມຄັ້ງທີ 46 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ. ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ຈະມີການພົບປະກັບບັນດາການນຳຫວຽດນາມ ແລະ ບັນດາການເຄື່ອນໄຫວອື່ນໆຈຳນວນໜຶ່ງຢູ່ຮ່າໂນ້ຍ.
ທີ່ມາ
(0)