ຄະນະຜູ້ແທນຢ່າງເປັນທາງການທີ່ເຂົ້າຮ່ວມການເຮັດວຽກກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ແລະ ພັນລະຍາ ລວມມີ: ທ່ານລັດຖະມົນຕີ, ຫົວໜ້າ ຫ້ອງວ່າການລັດຖະບານ ເຈີ່ນວັນເຊີນ; ທ່ານລັດຖະມົນຕີການຕ່າງປະເທດ Bui Thanh Son; ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໋ຢຸງ; ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງດ້ຽນ; ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ Le Minh Hoan; ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫງວຽນກິມເຊີນ; ທ່ານລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ Huynh Thanh Dat; ທ່ານລັດຖະມົນຕີກະຊວງສາທາລະນະສຸກ Dao Hong Lan; ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ຫງວຽນທິຮົ່ງ (ເຂົ້າຮ່ວມຄະນະຢູ່ອົດສະຕາລີ); ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮ່ວາງຊວນເຊີນ; ທ່ານຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລືອງຕ໋າມກວາງ; ທ່ານຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ເຈືອງກວາງຫາຍນາມ; ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມຫວຽດນາມ ປະຈໍາ ອົດສະຕາລີ Pham Hung Tam (ເຂົ້າຮ່ວມຄະນະຢູ່ອົດສະຕາລີ); ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳ ອາຊຽນ ຫງວຽນຫາຍບັງ (ເຂົ້າຮ່ວມຄະນະຜູ້ແທນຢູ່ ອົດສະຕາລີ); ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນິວຊີແລນ ຫງວຽນວັນຈູງ (ເຂົ້າຮ່ວມຄະນະຜູ້ແທນຢູ່ ນິວຊີແລນ). ນອກນີ້, ຍັງມີການນຳຂອງຫຼາຍກະຊວງ, ສາຂາ ແລະ ທ້ອງຖິ່ນເຂົ້າຮ່ວມໃນການຢ້ຽມຢາມເຮັດວຽກ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ພັນລະຍາ ໄດ້ອອກຈາກຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ອົດສະຕາລີ, ຢ້ຽມຢາມ ອົດສະຕາລີ ແລະ ຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການ. ພາບ: ເຢືອງ/VNA
ກອງປະຊຸມສຸດຍອດພິເສດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນອາຊຽນ - ອົດສະຕາລີ ດ້ວຍຫົວຂໍ້ “ຄູ່ຮ່ວມມືເພື່ອອະນາຄົດ” ໄດ້ຖືກຈັດຂຶ້ນໃນສະພາບການຮ່ວມມືຢ່າງຕັ້ງໜ້າລະຫວ່າງ ອາຊຽນ ແລະ ອົດສະຕາລີ ໃນຫຼາຍຂົງເຂດ. ກອງປະຊຸມແມ່ນໂອກາດເພື່ອໃຫ້ 2 ຝ່າຍກວດກາຄືນການພົວພັນໃນ 50 ປີຜ່ານມາ ແລະ ປຶກສາຫາລືບັນດາມາດຕະການຊຸກຍູ້ການພັດທະນາການພົວພັນຢ່າງແທດຈິງ ແລະ ມີປະສິດທິຜົນ, ສອດຄ່ອງກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໄດ້ວາງອອກໃນປີ 2021.
ພ້ອມກັນນັ້ນ, ໃນຂອບເຂດການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຈະໄປຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການ. ນີ້ແມ່ນການຢ້ຽມຢາມອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ, ແລະ ເປັນການຢ້ຽມຢາມຄັ້ງທຳອິດຂອງນາຍົກລັດຖະມົນຕີ 2 ປະເທດໃນຮອບ 7 ປີກວ່າ.
ການຢ້ຽມຢາມໄດ້ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ລົງເລິກການຮ່ວມມືຫຼາຍດ້ານ, ເຮັດໃຫ້ການພົວພັນສອງຝ່າຍ ຫວຽດນາມ - ອົດສະຕາລີ ແລະ ຫວຽດນາມ - ນິວຊີແລນ ເຂົ້າສູ່ລວງເລິກ ແລະ ແທດຈິງກວ່າອີກໃນບັນດາຂົງເຂດການເມືອງ, ການທູດ, ຄວາມໝັ້ນຄົງ, ການປ້ອງກັນຊາດ, ເສດຖະກິດ, ການຄ້າ, ການລົງທຶນ, ODA, ການສຶກສາ - ບຳລຸງສ້າງ, ວັດທະນະທຳ - ທ່ອງທ່ຽວ, ແຮງງານ ແລະ ອື່ນໆ.
ການຢ້ຽມຢາມ ອົດສະຕຣາລີ ແລະ ນິວຊີແລນ ຂອງທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ສືບຕໍ່ປະຕິບັດນະໂຍບາຍການຕ່າງປະເທດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 13 ຂອງພັກ, ມະຕິ 59-KL/TW ຂອງກົມການເມືອງ ກ່ຽວກັບການກຳນົດທິດການເຂົ້າຮ່ວມອາຊຽນ ຮອດປີ 2030 ແລະ ຄຳສັ່ງ 25-CT/TW ຂອງຄະນະເລຂາທິການກ່ຽວກັບການຊຸກຍູ້ຫຼາຍຝ່າຍ ແລະ ຍົກສູງບົດບາດການທູດ.
ຕາມໜັງສືພິມ VNA/Tin Tuc
ທີ່ມາ






(0)