ຕອນບ່າຍວັນທີ 15 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານຮອງ ນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານ Marco Della Seta ເອກອັກຄະລັດຖະທູດ ອີຕາລີ ປະຈຳ ຫວຽດນາມ ແລະ ບັນດາການນຳຂອງກຸ່ມບໍລິສັດ Fincantieri ເພື່ອປຶກສາຫາລືບັນດາກາລະໂອກາດຮ່ວມມືລົງທຶນໃນຂົງເຂດກໍ່ສ້າງກຳປັ່ນເຕັກໂນໂລຢີສູງຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ໄດ້ຕີລາຄາສູງບັນດາການເຄື່ອນໄຫວອັນຕັ້ງໜ້າ ແລະ ຮອບດ້ານຂອງສະຖານທູດ ອີຕາລີ ປະຈຳ ຫວຽດນາມ; ເນັ້ນໜັກວ່າ ຫວຽດນາມ ມີຄວາມສາມາດບົ່ມຊ້ອນພັດທະນາຂະແໜງການຕໍ່ກຳປັ່ນ, ພິເສດແມ່ນບັນດາທ້ອງຖິ່ນແຄມທະເລ.
ໂດຍຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ, ດ້ວຍຍຸດທະສາດຟື້ນຟູ ແລະ ພັດທະນາກຳປັ່ນ, ຫວຽດນາມ ພວມມຸ່ງໄປເຖິງບັນດາຜະລິດຕະພັນການເດີນທະເລທີ່ທັນສະໄໝໄດ້ມາດຕະຖານສາກົນ.
ທ່ານຮອງນາຍົກລັດຖະມົນຕີຕີລາຄາວ່າ, ບັນດາຜະລິດຕະພັນກຳປັ່ນເຕັກໂນໂລຊີສູງຂອງກຸ່ມ Fincantieri ບໍ່ພຽງແຕ່ເໝາະສົມກັບຕະຫລາດຫວຽດນາມເທົ່ານັ້ນ, ຫາກຍັງຕອບສະໜອງຄວາມຕ້ອງການຂອງທົ່ວໂລກ.
ລັດຖະບານ ຫວຽດນາມ ໜູນຊ່ວຍບັນດາໂຄງການຮ່ວມມືກໍ່ສ້າງກຳປັ່ນເຕັກນິກສູງ ແລະ ຈະໜູນຊ່ວຍສູງສຸດ, ມີປະສິດທິຜົນ ແລະ ທັນການເພື່ອປະຕິບັດບັນດາໂຄງການຂອງກຸ່ມບໍລິສັດ ກໍ່ຄືບັນດາວິສາຫະກິດຕ່າງປະເທດທີ່ປາດຖະໜາຢາກສົມທົບ ແລະ ພັດທະນາອຸດສາຫະກຳກໍ່ສ້າງກຳປັ່ນເຕັກນິກສູງສີຂຽວ, ສະອາດ, ຍືນຍົງຢູ່ ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ຕີລາຄາສູງບັນດາການວາງແຜນທ້ອງຖິ່ນ, ປົກປັກຮັກສາສິ່ງແວດລ້ອມ ແລະ ຄັດເລືອກທີ່ຕັ້ງທີ່ເໝາະສົມ, ເພື່ອແນໃສ່ພັດທະນາອຸດສາຫະກຳຕໍ່ກຳປັ່ນ ແລະ ບຳລຸງສ້າງການທ່ອງທ່ຽວຂຽວ ແລະ ສະອາດ, ຜ່ານນັ້ນ ເປີດກາລະໂອກາດຮ່ວມມືໄລຍະຍາວລະຫວ່າງວິສາຫະກິດ ອີຕາລີ ແລະ ຫວຽດນາມ ໃນຂົງເຂດກໍ່ສ້າງ ກຳ ປັ່ນເຕັກໂນໂລຊີສູງ.
ຂອບໃຈທ່ານຮອງນາຍົກລັດຖະມົນຕີ ທີ່ໄດ້ສະຫລະເວລາມາພົບປະ, ທ່ານເອກອັກຄະລັດຖະທູດ ອີຕາລີ ແລະ ຜູ້ຕາງໜ້າກຸ່ມບໍລິສັດ Fincantieri ໃຫ້ຮູ້ວ່າ: ວິສາຫະກິດມີພະນັກງານ 20.000 ຄົນ, ດຳເນີນບັນດາຂົງເຂດກໍ່ສ້າງ, ອອກແບບ ແລະ ສ້ອມແປງກຳປັ່ນ.
ຢູ່ຫວຽດນາມ, ກຸ່ມບໍລິສັດ Fincantieri ພວມດຳເນີນການຕໍ່ກຳປັ່ນ VARD Vung Tau, ພິເສດໃນການອອກແບບ ແລະ ກໍ່ສ້າງກຳປັ່ນພິເສດ, ຢູ່ນອກຝັ່ງ.
ຜູ້ນຳກຸ່ມ Fincantieri ປາດຖະໜາຢາກສືບຕໍ່ຂະຫຍາຍກຳລັງການຜະລິດ ແລະ ນຳໃຊ້ເທັກໂນໂລຍີທີ່ທັນສະໄໝເພື່ອສ້າງກຳປັ່ນຮັບໃຊ້ບັນດາຂົງເຂດສຳຄັນເຊັ່ນ: ການກໍ່ສ້າງພະລັງງານລົມນອກຝັ່ງ, ການຕິດຕັ້ງສາຍເຄເບີນໃຕ້ທະເລຂ້າມອາຊຽນ ແລະ ເຮືອສະເພາະສຳລັບອຸດສາຫະກຳນ້ຳມັນ ແລະ ແກັສ...
ເນື່ອງໃນໂອກາດນີ້, ໃນນາມການນຳຂອງກຸ່ມ Fincantieri, ທ່ານເອກອັກຄະລັດຖະທູດ Marco Della Seta ໄດ້ສະເໜີການໜູນຊ່ວຍໃຫ້ບັນດາທ້ອງຖິ່ນທີ່ໄດ້ຮັບຜົນກະທົບຈາກພາຍຸ ແລະ ໄພນ້ຳຖ້ວມ ຜ່ານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ./.
ທີ່ມາ: https://www.vietnamplus.vn/thuc-day-hop-tac-viet-nam-italy-trong-linh-vuc-dong-tau-cong-nghe-cao-post1070505.vnp
(0)