ທ່ານເລຂາທິການໃຫຍ່ ພັກກອມມູນິດປອກຕຸຍການ ຢືນຢັນວ່າ: ຈະສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງພັກ, ສອງປະເທດ ແລະ ປະຊາຊົນ ຫວຽດນາມ - ປອກຕຸຍການ.

ZaloFacebookTwitterPrint Copy link
ຕອນເຊົ້າວັນທີ 16 ສິງຫາ, ຢູ່ຮ່າໂນ້ຍ, ກຳມະ ການກົມການເມືອງ , ກຳມະການປະຈຳການຄະນະເລຂາທິການ ເລືອງເກື່ອງ, ຕາງໜ້າການນຳພັກ ແລະລັດ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພັກກອມມູນິດ ປອກຕຸຍການ ໂດຍທ່ານເລຂາທິການໃຫຍ່ Paulo Raimundo ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ: ການຢ້ຽມຢາມຈະຊ່ວຍເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ລັດ ແລະ ປະຊາຊົນ ຫວຽດນາມ ແລະ ປອກຕຸຍການ ເພື່ອແນໃສ່ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ທາງການທູດ ລະຫວ່າງສອງປະເທດໃນປີ 2025.
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຂອບອົກຂອບໃຈພັກກອມມູນິດ ປອກຕຸຍການ ໄດ້ໃຫ້ຄວາມເອົາໃຈໃສ່, ສະໜັບສະໜູນ ແລະ ຄວາມສາມັກຄີແບບພິເສດເຖິງພັກກອມມູນິດຫວຽດນາມ ໃນຫຼາຍປີຜ່ານມາ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດປອກຕຸຍການຊາບກ່ຽວກັບບັນດາໝາກຜົນອັນພົ້ນເດັ່ນ ແລະ ບົດຮຽນໃນເກືອບ 40 ປີແຫ່ງການປັບປຸງ; ຢືນຢັນວ່າພັກກອມມູນິດຫວຽດນາມ ເດັດດ່ຽວໜຽວແໜ້ນໃນລັດທິມາກ-ເລນິນ ແລະແນວຄິດໂຮ່ຈີມິນ, ມຸ່ງໄປເຖິງເປົ້າໝາຍຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ທີ່ວາງອອກຄື: ຮອດປີ 2030, ຫວຽດນາມ ຈະກາຍເປັນປະເທດພັດທະນາທີ່ມີອຸດສາຫະກຳທັນສະໄໝ ແລະ ມີລາຍຮັບສະເລ່ຍສູງ ແລະ ຮອດປີ 2045 ຈະກາຍເປັນປະເທດພັດທະນາທີ່ມີລາຍໄດ້ສູງ; ແລະ ກໍ່ສ້າງພັກປອດໃສ ແລະ ໝັ້ນຄົງ.
ທ່ານເລຂາທິການໃຫຍ່ພັກກອມມູນິດ ປອກຕຸຍການ Paulo Raimundo ມີຄວາມປິຕິຊົມຊື່ນທີ່ໄດ້ມາຢ້ຽມຢາມຫວຽດນາມ ເປັນຄັ້ງທຳອິດ, ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານອັນສຳຄັນໃນການພັດທະນາເສດຖະກິດ, ສັງຄົມທີ່ຫວຽດນາມ ບັນລຸໄດ້ນັບແຕ່ຂະບວນການ Doi Moi ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ.
ທ່ານເລຂາທິການໃຫຍ່ພັກກອມມູນິດ ປອກຕຸຍການ ຢືນຢັນວ່າ: ບັນດາໝາກຜົນ ແລະ ບົດຮຽນຂອງ ຫວຽດນາມ ໃນວິວັດການປະດິດສ້າງ ແລະ ກໍ່ສ້າງສັງຄົມນິຍົມແມ່ນບັນດາປະສົບການອັນລ້ຳຄ່າ, ມີຄຸນຄ່າອ້າງອີງສູງສຳລັບພັກກອມມູນິດ ປອກຕຸຍການ ໃນການຕໍ່ສູ້ເພື່ອປະຊາທິປະໄຕ, ກ້າວໜ້າ ແລະ ສັງຄົມນິຍົມຢູ່ ປອກຕຸຍການ.
ເນັ້ນໜັກວ່າ ພັກກອມມູນິດ ປອກຕຸຍການ ຍາມໃດກໍ່ຖືເປັນສຳຄັນການພົວພັນສາມັກຄີແບບດັ້ງເດີມກັບພັກກອມມູນິດຫວຽດນາມ, ທ່ານເລຂາທິການໃຫຍ່ພັກກອມມູນິດ ປອກຕຸຍການ ຢືນຢັນຄວາມປາດຖະໜາຢາກສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືອັນດີງາມລະຫວ່າງ 2 ພັກ, 2 ປະເທດ ແລະ ປະຊາຊົນ ຫວຽດນາມ ແລະ ປອກຕຸຍການ, ກໍ່ຄືການເຂົ້າຮ່ວມຂອງພັກກອມມູນິດ ຫວຽດນາມ ແລະ ປະຊາຄົມສາກົນ.
ທີ່ມາ
(0)