20
ແຂວງ ເງ້ອານ ມີ 20 ຫົວໜ່ວຍບໍລິຫານ, ລວມມີ: 1 ນະຄອນວິງ ແລະ 2 ນະຄອນຄື: ແຄວ້ນ, ໄທຮວາ. ແຂວງດັ່ງກ່າວມີ 17 ເມືອງຄື: ກວາງລູ້, ດ້ຽນໂຈ່ວ, ງິລົກ, ອຽນແທ່ງ, ຮຸງງວຽນ, ງາດານ, ກີຮັອບ, ກວយເຈົາ, ເກຟ່ອງ, ເຕີນກີ, ດ່າວລູງ, ອານເຊີນ, ໂກງເກີນ, ຕຸ່ງເຢືອງ, ກີເຊີນ, ນາມດານ, ແທງຈູງ.
ໂດຍຕັ້ງຢູ່ເຂດຕາເວັນອອກສຽງເໜືອຂອງເຂດ ເຈື່ອງເຊີນ, ແຂວງ ເງ້ອານ ມີພູມສັນຖານທີ່ຫຼາກຫຼາຍ, ແບ່ງອອກດ້ວຍສາຍພູ, ແມ່ນ້ຳ ແລະ ສາຍນ້ຳ. ພູມສັນຖານມີທ່າອຽງໃນທິດຕາເວັນຕົກສ່ຽງເໜືອ - ຕາເວັນອອກສ່ຽງໃຕ້, ມີ 3 ເຂດນິເວດທີ່ແຕກຕ່າງຄື: ເຂດພູດອຍ, ກາງດິນ, ທົ່ງພຽງແຄມທະເລ. ໃນນັ້ນ, ເຂດພູດອຍກວມ 83% ຂອງດິນແດນ. ຫຼາຍກວ່າ 38% ຂອງເນື້ອທີ່ດິນຂອງແຂວງມີຄວາມຄ້ອຍສູງກວ່າ 25%. ລະບົບແມ່ນ້ຳຂອງມີຄວາມຄ້ອຍສູງ, ມີນ້ຳຕົກຕາດຂະໜາດໃຫຍ່ ແລະ ນ້ອຍ 117 ແຫ່ງ.
ຈຸດທີ່ສູງສຸດແມ່ນພູ Pulaieng (2.711 m) ຢູ່ເມືອງ Ky Son, ຕ່ຳສຸດແມ່ນເຂດທົ່ງພຽງ Quynh Luu, Dien Chau, Yen Thanh, Hoang Mai, ບາງບ່ອນສູງຈາກໜ້ານ້ຳທະເລ 0,2 m (ຕາແສງ Quynh Thanh, Quynh Luu).
ທີ່ມາ






(0)