ຜ່ານງານວາງສະແດງຮູບພາບ “ຮ່ວາງຊາ-ເຈື່ອງຊາ ຢູ່ໃຈກາງແຂວງ ກວາງນາມ , ຄະນະຈັດຕັ້ງຫວັງວ່າຈະປະກອບສ່ວນຍົກສູງຄວາມເຂົ້າໃຈ ແລະ ຄວາມຮັບຮູ້ຂອງທຸກຊັ້ນຄົນ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບທະເລ ແລະ ໝູ່ເກາະຂອງຫວຽດນາມ.
ຕອນເຊົ້າວັນທີ 19/8, ຢູ່ສວນສະໜາມກາງນະຄອນ ກວາງຫງາຍ, ກອງບັນຊາການທະຫານເຮືອ 3 ໄດ້ສົມທົບກັບສະມາຄົມວັນນະຄະດີ ແລະ ສິລະປະແຂວງ ກວາງຫງາຍ ໄດ້ຈັດຕັ້ງງານວາງສະແດງຮູບພາບດ້ວຍຫົວຂໍ້ “ຮ່ວາງຊາ - ເຈື່ອງຊາ ຢູ່ໃຈກາງແຂວງ ກວາງນາມ”.
ນີ້ແມ່ນງານວາງສະແດງຮູບພາບກ່ຽວກັບຮ່ວາງຊາ - ເຈື່ອງຊາຄັ້ງທຳອິດຂອງແຂວງ ກວາງຫງາຍ.
ງານວາງສະແດງໄດ້ວາງສະແດງ 110 ຜົນງານ, ໃນນັ້ນມີ 60 ຜົນງານຂອງ 3 ສະມາຊິກສະມາຄົມວັນນະຄະດີ ແລະສິລະປະແຂວງ ກວາງຫງາຍ, ກ່ຽວກັບຊີວິດການເປັນຢູ່ຂອງພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ 2 ໝູ່ເກາະ ເຈື່ອງຊາ ແລະ ຮູບພາບຂອງຄະນະປະຕິບັດງານໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເກາະ ແລະ ເວທີ DK.
ງານວາງສະແດງຍັງລວມມີ 20 ຜົນງານຂອງກອງບັນຊາການທະຫານເຮືອເຂດ 3, ສ່ອງແສງເຖິງບັນດາການເຄື່ອນໄຫວຝຶກຊ້ອມ, ກຽມພ້ອມສູ້ຮົບ, ການຕໍ່ສູ້ປ້ອງກັນຢູ່ເຂດທະເລຫວຽດນາມ, ໜູນຊ່ວຍ, ກູ້ຊີບຊາວປະມົງຂຸດຄົ້ນແຫຼ່ງນ້ຳຢູ່ເຂດທະເລຮວ່າງຊາ; ຮູບພາບເອກະສານ 30 ແຜ່ນຂອງ ຮ່ວາງຊາ ແມ່ນບັນດາຮູບພາບໂດຍກົມໂຄສະນາສູນກາງຈັດໃຫ້ເພື່ອໂຄສະນາຮ່ວາງຊາຂອງຫວຽດນາມ.
[ ຮ່ານາມ : ສຶກສາໃຫ້ເດັກນ້ອຍກ່ຽວກັບຫຼັກຖານປະຫວັດສາດຂອງຮ່ວາງຊາ ແລະ ເຈື່ອງຊາ]
ຜ່ານງານວາງສະແດງ, ຄະນະຈັດຕັ້ງຫວັງວ່າຈະປະກອບສ່ວນຍົກສູງຄວາມເຂົ້າໃຈ ແລະ ຄວາມຮັບຮູ້ຂອງທຸກຊັ້ນຄົນ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບທະເລ, ໝູ່ເກາະຂອງ ຫວຽດນາມ, ພິເສດແມ່ນທີ່ຕັ້ງ ແລະ ບົດບາດຂອງທະເລ, ໝູ່ເກາະໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ງານວາງສະແດງກໍ່ເພື່ອແນໃສ່ປຸກລະດົມນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ, ຈິດໃຈປົກປັກຮັກສາ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ເວົ້າສະເພາະ, ພ້ອມທັງແນະນຳ ແລະ ຊຸກຍູ້ບັນດາຜົນງານຮູບພາບຂອງນັກປະພັນວັນນະຄະດີ ແລະ ສິລະປະແຂວງ ກວາງຫງາຍ.
ງານວາງສະແດງຈະດຳເນີນແຕ່ວັນທີ 19-23 ສິງຫາ./.
ທີ່ມາ
(0)