ພ້ອມກັບຄະນະມີກຳມະການ ກົມການເມືອງ , ເລຂາຄະນະພັກນະຄອນໂຮ່ຈິມິນ ຫງວຽນວັນເຍີນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ເລຮ່ວາຍຈູງ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ທ່ານ Phan Van Mai.
ກປ.ອອນໄລ - ວັນທີ 12 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍຄະນະ ໄດ້ມີການເຄື່ອນໄຫວຫຼາຍຢ່າງຢູ່ນະຄອນ ໂຮ່ຈີມິນ ເພື່ອແນໃສ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ຢູ່ຂັ້ນທ້ອງຖິ່ນ, ນະຄອນ ໂຮ່ຈີມິນ ໄດ້ສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ 3 ທ້ອງຖິ່ນຂອງລາວ, ໃນນັ້ນມີນະຄອນຫຼວງວຽງຈັນ, ແຂວງຈຳປາສັກ ແລະ ແຂວງສະຫວັນນະເຂດ.
ການຢ້ຽມຢາມຂອງ ທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ໄດ້ຢືນຢັນເຖິງສາຍພົວພັນ ທາງການທູດ ອັນເລິກເຊິ່ງລະຫວ່າງສອງປະເທດ ແລະ ເປັນຂີດໝາຍອັນໃຫຍ່ຫຼວງໃຫ້ແກ່ສາຍພົວພັນສາມັກຄີ ຫວຽດນາມ-ລາວ ພັດທະນາຢ່າງບໍ່ຢຸດຢັ້ງ.
ທີ່ມາ: https://kinhtedothi.vn/tong-bi-thu-chu-tich-nuoc-lao-thongloun-sisoulith-tham-ben-nha-rong.html
(0)