ຕອນບ່າຍວັນທີ 24/10, ຢູ່ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ To Lam ໄດ້ໃຫ້ການຕ້ອນຮັບທ່ານ Tan Sri Dato' Johari bin Abdul ປະທານສະພາຜູ້ແທນລາຊະດອນ ມາເລເຊຍ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊົມເຊີຍທ່ານ Tan Sri Dato' Johari bin Abdul ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນສະພາບການທີ່ການພົວພັນ 2 ຝ່າຍພັດທະນາຢ່າງດີງາມ, ສອງປະເທດ ຫາກໍ່ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ທາງການທູດ ແລະ ມຸ່ງໄປເຖິງການສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ 20025; ທ່ານເຊື່ອໝັ້ນວ່າ, ການຢ້ຽມຢາມຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດຕື່ມອີກ.
ທ່ານປະທານສະພາຕ່ຳ Tan Sri Dato' Johari bin Abdul ຂອບໃຈທ່ານເລຂາທິການໃຫຍ່ To Lam ທີ່ໄດ້ສະຫລະເວລາມາຕ້ອນຮັບຄະນະ; ແບ່ງປັນຄວາມປະທັບໃຈອັນດີງາມຂອງປະເທດຊາດ ແລະປະຊາຊົນຫວຽດນາມ; ແລະ ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງຂອງຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມ ແລະ ຕ້ານການສໍ້ລາດບັງຫຼວງ.
ທ່ານປະທານສະພາຜູ້ແທນລາຊະດອນມາເລເຊຍກ່າວວ່າ, ໃນຖານະເປັນປະທານອາຊຽນໃນປີ 2025, ມາເລເຊຍຈະມານະພະຍາຍາມປະກອບສ່ວນສ້າງປະຊາຄົມອາຊຽນທີ່ຈະເລີນຮຸ່ງເຮືອງ; ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ, ສັນຕິພາບ, ສະຖຽນລະພາບ, ເສລີພາບຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ເພີ່ມທະວີທີ່ຕັ້ງ ແລະ ບົດບາດຂອງອາຊຽນ ຢູ່ພາກພື້ນ.
ທ່ານເລຂາທິການໃຫຍ່ To Lam ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຫວຽດນາມ ແລະ ມາເລເຊຍ; ເນັ້ນໜັກວ່າ 2 ປະເທດມີຄວາມເຫັນຮ່ວມກັນຫຼາຍຢ່າງກ່ຽວກັບບັນຫາພາກພື້ນ ແລະ ສາກົນ.
ທ່ານເລຂາທິການໃຫຍ່ໄດ້ຊົມເຊີຍໝາກຜົນແຫ່ງການເຈລະຈາລະຫວ່າງປະທານສະພາຜູ້ແທນລາຊະດອນ ມາເລເຊຍ ແລະ ທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ເປັນຕົ້ນແມ່ນການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສະພາແຫ່ງຊາດ 2 ປະເທດໃນຂົງເຂດສ້າງກົດໝາຍ, ບັງຄັບໃຊ້ ແລະ ກວດກາ; ແລະ ເຊື່ອໝັ້ນວ່າ, ໃນຖານະເປັນປະທານອາຊຽນ 2025, ມາເລເຊຍຈະຮ່ວມມືກັບບັນດາປະເທດອາຊຽນ ເພື່ອສ້າງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາອາຊີຕາເວັນອອກສ່ຽງໃຕ້.
ທ່ານເລຂາທິການໃຫຍ່ To Lam ເນັ້ນໜັກວ່າ: ການກໍ່ສ້າງສາຍພົວພັນຮ່ວມມືຢ່າງມີປະສິດທິຜົນລະຫວ່າງ 2 ປະເທດແມ່ນສຳຄັນທີ່ສຸດໃນສະພາບການໂລກທີ່ສັບສົນໃນປະຈຸບັນ; ສະເໜີໃຫ້ສອງປະເທດເພີ່ມທະວີການແລກປ່ຽນ ແລະ ການພົວພັນຮ່ວມມືໃນລະດັບສູງ ແລະ ທຸກຂັ້ນ ເພື່ອຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສົມທົບກັນໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ສູ້ຊົນຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 18 ຕື້ USD ໃຫ້ບັນລຸຄວາມດຸ່ນດ່ຽງໃນປີ 2025.
ທ່ານເລຂາທິການໃຫຍ່ ຢືນຢັນວ່າ ຫວຽດນາມ ຈະສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນມາເລເຊຍ ກໍ່ຄືຊຸກຍູ້ບັນດາວິສາຫະກິດຫວຽດນາມ ລົງທຶນຢູ່ມາເລເຊຍ, ພິເສດແມ່ນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື: ເຕັກໂນໂລຢີໃໝ່, ການຫັນເປັນດີຈີຕອນ, ພະລັງງານສະອາດ; ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະກັດກັ້ນ ແລະ ຕ້ານອາດຊະຍາກຳ, ຊຸກຍູ້ການຮ່ວມມືທາງທະເລ, ຍົກສູງບົດບາດ ແລະຄວາມຮັບຜິດຊອບລວມ ໃນການຮັບປະກັນສະພາບແວດລ້ອມສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ, ໃນນັ້ນມີທະເລຕາເວັນອອກ; ຂອບໃຈ ແລະ ຮຽກຮ້ອງມາເລເຊຍ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ອາໄສ, ຮ່ຳຮຽນ ແລະ ເຮັດວຽກຢູ່ ມາເລເຊຍ.
ທ່ານປະທານສະພາຕ່ຳ ມາເລເຊຍ ຕີລາຄາສູງ ແລະ ຮັບຮູ້ຄຳເຫັນຂອງທ່ານເລຂາທິການໃຫຍ່ To Lam, ຢືນຢັນວ່າ ມາເລເຊຍ ຈະມານະພະຍາຍາມສົມທົບກັບ ຫວຽດນາມ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ ເປັນຕົ້ນແມ່ນການກໍ່ສ້າງປະຊາຄົມ ອາຊຽນ ໃຫ້ນັບມື້ນັບພັດທະນາ.
ທີ່ມາ






(0)