ຕາມສຳນັກຂ່າວສານຫວຽດນາມແລ້ວ, ໃນຂອບເຂດການຢ້ຽມຢາມອັງກິດຢ່າງເປັນທາງການຢູ່ອັງກິດ ແລະ ໄອແລນເໜືອ, ຕອນບ່າຍວັນທີ 29/10, ຢູ່ລອນດອນ, ທ່ານເລຂາທິການໃຫຍ່ To Lam ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ພັກກອມມູນິດອັງກິດ Robert Griffiths.
ທີ່ການພົບປະ, ທ່ານເລຂາທິການໃຫຍ່ To Lam ໄດ້ສະແດງຄວາມຍິນດີທີ່ໄດ້ພົບປະກັບທ່ານເລຂາທິການໃຫຍ່ Robert Griffiths ແລະ ບັນດາການນຳຂອງພັກກອມມູນິດອັງກິດ ໃນໂອກາດເດີນທາງມາຢ້ຽມຢາມ ອັງກິດ ຢ່າງເປັນທາງການ; ແລະ ຂອບໃຈຢ່າງຈິງໃຈທ່ານເລຂາທິການໃຫຍ່ ແລະ ບັນດາສະຫາຍທີ່ມາ ຫວຽດນາມ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ເຂົ້າຮ່ວມດ້ວຍບັນຍາກາດຟົດຟື້ນ ແລະ ພາກພູມໃຈຂອງປະຊາຊົນຫວຽດນາມ.
ທ່ານເລຂາທິການໃຫຍ່ To Lam ຖືວ່າ, ການຢ້ຽມຢາມຄັ້ງນີ້ໄດ້ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ປະເທດ. ຫວຽດນາມ ປາດຖະໜາຢາກຮໍ່າຮຽນເອົາບັນດາປະສົບການຂອງ ອັງກິດ ເພື່ອຊ່ວຍສ້າງບັນດານະໂຍບາຍ, ທິດທາງສຳຄັນໃຫ້ແກ່ການພັດທະນາປະເທດຊາດໃນໄລຍະໃໝ່.
ທ່ານເລຂາທິການໃຫຍ່ພັກກອມມູນິດອັງກິດ Robert Griffiths ໄດ້ຊົມເຊີຍ ແລະ ເນັ້ນໜັກເຖິງຄວາມໝາຍສຳຄັນຂອງການຢ້ຽມຢາມຢ່າງເປັນທາງການຄັ້ງນີ້ຂອງທ່ານເລຂາທິການໃຫຍ່ To Lam ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ, ແມ່ນຂີດໝາຍສຳຄັນໃນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ.
ທ່ານເລຂາທິການໃຫຍ່ພັກກອມມູນິດອັງກິດ Robert Griffiths ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທ່ານເລຂາທິການໃຫຍ່ To Lam ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ທີ່ໄດ້ສະຫລະເວລາໃຫ້ການຕ້ອນຮັບ; ຂອບໃຈເພື່ອນມິດຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນໄລຍະທີ່ທ່ານມາຢ້ຽມຢາມ ເພື່ອເຂົ້າຮ່ວມສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ; ແລະ ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ - ສັງຄົມ ທີ່ ຫວຽດນາມ ບັນລຸໄດ້ໃນຊຸມປີມໍ່ໆມານີ້ ພາຍໃຕ້ການນຳພາຂອງ ພັກກອມມູນິດຫວຽດນາມ .
ຕີລາຄາສູງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານລະຫວ່າງສອງປະເທດ, ທ່ານເລຂາທິການໃຫຍ່ Robert Griffiths ຢືນຢັນວ່າ ພັກກອມມູນິດ ອັງກິດ ຍາມໃດກໍ່ສະໜັບສະໜູນການເພີ່ມທະວີການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອັງກິດ; ແລະ ປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມື ແລະ ຄວາມສາມັກຄີລະຫວ່າງສອງປະເທດ.

ແຈ້ງໃຫ້ຊາບກ່ຽວກັບສະພາບການຢູ່ ຫວຽດນາມ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ, ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈຳ ແລະ ຕີລາຄາສູງຄວາມສາມັກຄີ, ສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລ້ຳຄ່າທີ່ພັກກອມມູນິດ ແລະ ປະຊາຊົນ ລາຊະອານາຈັກ ອັງກິດ ມອບໃຫ້ປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ, ກໍ່ຄືໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດສັງຄົມນິຍົມໃນປະຈຸບັນ.
ທ່ານເລຂາທິການໃຫຍ່ To Lam ເນັ້ນໜັກວ່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນຮ່ວມມືກັບ ອັງກິດ ແລະ ປາດຖະໜາວ່າ 2 ຝ່າຍຈະຊຸກຍູ້ບັນດາໝາກຜົນການຮ່ວມມືທີ່ບັນລຸໄດ້, ສືບຕໍ່ຊຸກຍູ້ຂະບວນການພັດທະນາຢ່າງຕັ້ງໜ້າຂອງການພົວພັນລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະ ບັນດາຈຸດໝາຍພັດທະນາຂອງແຕ່ລະປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບຂອງໂລກ.
ເພື່ອສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ພັກ, ທ່ານເລຂາທິການໃຫຍ່ To Lam ສະເໜີ 2 ຝ່າຍພິຈາລະນາຄວາມເປັນໄປໄດ້ໃນການປະຕິບັດບັນດາການເຄື່ອນໄຫວແລກປ່ຽນທິດສະດີ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບການ, ທັດສະນະຂອງແຕ່ລະຝ່າຍກ່ຽວກັບບັນດາບັນຫາພາກພື້ນ ແລະ ໂລກ ແລະ ບັນດາຫົວຂໍ້ທີ່ມີຄວາມສົນໃຈຮ່ວມກັນຄື: ການປົກປ້ອງສິດຂອງຜູ້ອອກແຮງງານ ຫຼື ການພັດທະນາແບບຍືນຍົງ; ແລະ ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສຂອງພັກການເມືອງ, ພິເສດແມ່ນກອງປະຊຸມສາກົນຂອງພັກກອມມູນິດ ແລະ ບັນດາພັກແຮງງານ.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ To Lam ໄດ້ເຊື້ອເຊີນທ່ານເລຂາທິການໃຫຍ່ Robert Griffiths ມາຢ້ຽມຢາມ ຫວຽດນາມ ໂດຍໄວ. 2 ຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຖ່າຍທອດຂໍ້ມູນຂ່າວສານກ່ຽວກັບສະພາບການ ແລະ ຂ່າວສານຕ່າງປະເທດຂອງຫວຽດນາມ ເຖິງບັນດາສະມາຊິກພັກກອມມູນິດ ອັງກິດ ແລະ ປະຊາຊົນອັງກິດ ເພື່ອສ້າງຄວາມເຂົ້າໃຈ, ຕັ້ງໜ້າໜູນຊ່ວຍ ຫວຽດນາມ ແລະ ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ພັກ ແລະ 2 ປະເທດ.
ທ່ານເລຂາທິການໃຫຍ່ To Lam ປາດຖະໜາວ່າ ພັກກອມມູນິດອັງກິດ ຈະໜູນຊ່ວຍ ແລະ ສົມທົບກັນກວດກາຄືນ ແລະ ເກັບກຳຮ່ອງຮອຍຂອງປະທານ ໂຮ່ຈີມິນ ໃນໄລຍະດຳລົງຊີວິດຢູ່ ອັງກິດ, ໃນນັ້ນມີບັນດາເອກະສານກ່ຽວກັບການສ້າງຕັ້ງພັກກອມມູນິດຫວຽດນາມ.
ທ່ານເລຂາທິການໃຫຍ່ພັກກອມມູນິດ ອັງກິດ Robert Griffiths ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາການເຄື່ອນໄຫວສົມທົບກັນຢ່າງຕັ້ງໜ້າຂອງພັກກອມມູນິດ ອັງກິດ ແລະ ສະມາຄົມມິດຕະພາບ ອັງກິດ - ຫວຽດນາມ ເພື່ອປະກອບສ່ວນຊຸກຍູ້ປະເທດຊາດ ແລະ ປະຊາຊົນ ຫວຽດນາມ ຢູ່ປະເທດເຈົ້າພາບ, ພ້ອມທັງຈັດຕັ້ງບັນດາການເຄື່ອນໄຫວຮັກສາເອກະລັກວັດທະນະທຳ, ພາສາຫວຽດນາມ ໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ ອັງກິດ; ຢືນຢັນວ່າ ພັກກອມມູນິດອັງກິດ ຍາມໃດກໍ່ສະໜັບສະໜູນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ອັງກິດ ເປັນຕົ້ນແມ່ນການພົວພັນລະຫວ່າງປະຊາຊົນສອງປະເທດ.
ການນຳສອງທ່ານໄດ້ເຫັນດີເປັນເອກະສັນກັນເພີ່ມທະວີການຮ່ວມມື ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ - ອັງກິດ ເພື່ອຜົນປະໂຫຍດອັນຍາວນານຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງຢູ່ພາກພື້ນ ແລະ ໂລກ./.
ທີ່ມາ: https://www.vietnamplus.vn/tong-bi-thu-to-lam-tiep-tong-bi-thu-dang-cong-san-anh-robert-griffiths-post1073670.vnp






(0)