ທ່ານ​ເລຂາທິການ​ໃຫຍ່ To Lam ​ໄດ້​ຕີ​ລາຄາ​ສູງ​ທ່ານ​ປະທານ​ປະ​ເທດ Lee Jae Myung ທີ່​ໄດ້​ສົ່ງ​ທູດ​ພິ​ເສດ​ປະຈຳ ຫວຽດນາມ ​ໄປ​ຖະ​ແຫຼ​ງຂ່າວ​ພາຍຫຼັງ​ຂຶ້ນ​ຮັບ​ຕຳ​ແໜ່​ງ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ກັບ​ຫວຽດນາມ ​ເວົ້າ​ສະ​ເພາະ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສ.​ເກົາຫຼີ ​ເວົ້າ​ລວມ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ To Lam ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ​ປະ​ທານ​ປະ​ເທດ Lee Jae Myung, ສ.​ເກົາຫຼີ ຈະ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ຟົດ​ຟື້ນ, ປະ​ຊາ​ຊົນ​ຈະ​ມີ​ຄວາມ​ຜາ​ສຸກ, ພາ​ລະ​ບົດ​ບາດ ແລະ ທີ່​ຕັ້ງ​ສາ​ກົນ​ນັບ​ມື້​ນັບ​ດີ​ຂຶ້ນ.

ຜູ້ຕາງໜ້າພິເສດຂອງປະທານາທິບໍດີ ສ.ເກົາຫຼີ 3.jpg
ທ່ານ​ເລຂາທິການ​ໃຫຍ່ To Lam ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Park Chang Dal ທູດ​ພິ​ເສດ​ຂອງ​ປະທານາທິບໍດີ ສ.​ເກົາຫຼີ. ພາບ: ທອງວັນ

ທູດພິເສດ Park Chang Dal ໄດ້ສະແດງຄວາມເຄົາລົບນັບຖືອັນອົບອຸ່ນຂອງທ່ານປະທານາທິບໍດີ Lee Jae Myung ມາຍັງທ່ານເລຂາທິການໃຫຍ່ To Lam ແລະ ຕີລາຄາສູງການພັດທະນາຢ່າງແຂງແຮງຂອງການພົວພັນຫວຽດນາມ - ສ.ເກົາຫຼີ ໃນທຸກຂົງເຂດ, ພິເສດແມ່ນນັບແຕ່ການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ທ່ານ Park Chang Dal ​ເນັ້ນ​ໜັກ​ວ່າ, ທ່ານ​ປະທານ​ປະ​ເທດ Lee Jae Myung ຍາມ​ໃດ​ກໍ່​ຖື ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ແຖວ​ໜ້າ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ໃນ​ພາກ​ພື້ນ; ຫວັງ​ວ່າ 2 ຝ່າຍ​ຈະ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ ​ແລະ ການ​ພົວພັນ​ຂັ້ນ​ສູງ​ຕື່ມ​ອີກ; ຊຸກ​ຍູ້​ການ​ຮ່ວມ​ມື ​ດ້ານ​ເສດ​ຖະ​ກິດ , ການ​ຄ້າ ແລະ ການ​ລົງ​ທຶນ​ພັດ​ທະ​ນາ​ຢ່າງ​ຫຼວງ​ຫຼາຍ, ປະ​ສິດ​ທິ​ຜົນ ແລະ ຍືນ​ຍົງ.

ສະ​ເໜີ​ໃຫ້ ຫວຽດນາມ ​ເອົາ​ໃຈ​ໃສ່ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ສ.​ເກົາຫຼີ ດຳ​ເນີນ​ທຸລະ​ກິດ ​ແລະ ​ເປີດ​ກວ້າງ​ການ​ລົງທຶນ​ຢູ່ ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ພະລັງງານ​ນິວ​ເຄຼຍ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ຕອບ​ສະໜອງ​ການ​ປ່ຽນ​ແປງ​ຂອງ​ສະພາບ​ແວດ​ລ້ອມ​ເສດຖະກິດ​ການ​ຄ້າ​ສາກົນ.

ທ່ານ​ເລຂາທິການ​ໃຫຍ່ To Lam ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ທ່ານ​ທູດ​ພິ​ເສດ Park Chang Dal ​ແລະ ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ ​ແລະ ລັດ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ນຳ​ການ​ພົວພັນ​ຮ່ວມ​ມື​ກັບ ສ.​ເກົາຫຼີ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ​ແທດ​ຈິງ, ມີ​ປະສິດທິ​ຜົນ ​ແລະ ຍາວ​ນານ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ເໜີ​ໃຫ້​ສອງ​ປະ​ເທດ​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ປະ​ເທດ​ຢ່າງ​ເລິກ​ເຊິ່ງ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ໂດຍ​ອີງ​ໃສ່​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ການ​ພົວ​ພັນ​ສະ​ໜິດ​ສະ​ໜົມ​ລະ​ຫວ່າງ​ວິ​ສາ​ຫະ​ກິດ, ທ້ອງ​ຖິ່ນ ແລະ ປະ​ຊາ​ຊົນ 2 ປະ​ເທດ. ຄຽງ​ຄູ່​ກັບ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ແບບ​ດັ້ງ​ເດີມ, 2 ຝ່າຍ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ ​ເພື່ອ​ສ້າງ​ກຳລັງ​ແຮງ​ໃໝ່​ໃນ​ການ​ພົວພັນ​ສອງ​ປະ​ເທດ; ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ປັນຍາ​ປະດິດ (AI)...

ໂດຍອ້າງອີງໃສ່ບັນດາບັນຫາສາກົນ ແລະພາກພື້ນ, ທ່ານເລຂາທິການໃຫຍ່ To Lam ສະເໜີ 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນຫຼາຍຝ່າຍ, ເໝາະສົມກັບຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ທ່ານ​ທູດ​ພິ​ເສດ Park Chang Dal ຢືນຢັນ​ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ຫວຽດນາມ ​ເພື່ອ​ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ APEC 2025 ຢູ່ ສ.​ເກົາຫຼີ ​ແລະ APEC 2027 ຢູ່ ຫວຽດນາມ ຢ່າງ​ສຳ​ເລັດ​ຜົນ.

​ໂດຍ​ໄດ້​ໃຫ້ການ​ຕ້ອນຮັບ​ທູດ​ພິ​ເສດ Park Chang Dal, ທ່ານ​ນາຍົກລັດຖະມົນຕີ Pham Minh Chinh ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຕີ​ລາຄາ​ສູງ​ການ​ພົວພັນ​ກັບ ສ.​ເກົາຫຼີ ​ແລະ ປາດ​ຖະໜາ​ວ່າ ການ​ຮ່ວມ​ມື 2 ຝ່າຍ​ສືບ​ຕໍ່​ພັດທະນາ​ຢ່າງ​ແທດ​ຈິງ, ​ແທດ​ຈິງ, ອຸດົມສົມບູນ ​ແລະ ໝັ້ນຄົງ​ໃນ​ໄລຍະ​ຈະ​ມາ​ເຖິງ.

img8227 17538045482271479956596.jpg
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Park Chang Dal, ທູດ​ພິ​ເສດ​ຂອງ​ປະທານາທິບໍດີ ສ.​ເກົາຫຼີ. ພາບ: ເນດບັກ

ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາໝາກຜົນທີ່ສອງປະເທດບັນລຸໄດ້ພາຍຫຼັງກວ່າ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ພິເສດແມ່ນພາຍຫຼັງ 2 ປະເທດຍົກລະດັບການພົວພັນ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ; ສອງ​ປະ​ເທດ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ຂອງ​ກັນ​ແລະ​ກັນ​ໃນ​ຫຼາຍ​ຂົງ​ເຂດ.

ທ່ານນາຍົກລັດຖະມົນຕີ ຕີລາຄາວ່າ ການພົວພັນຮ່ວມມືລະຫວ່າງ 2 ປະເທດຍັງມີຫຼາຍຊ່ອງຫວ່າງເພື່ອພັດທະນາ ແລະ ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການພົວພັນດ້ານການເມືອງຢ່າງເລິກເຊິ່ງ; ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ປະຊາຊົນ ​ແລະ ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ; ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ແລະ​ການ​ຫັນ​ເປັນ​ດິ​ຈິ​ຕອນ.

ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີ ສ.ເກົາຫຼີ ສືບຕໍ່ໜູນຊ່ວຍ ຫວຽດນາມ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງໃນບັນດາຂົງເຂດ semiconductors, ປັນຍາປະດິດ, cloud computing, ປະສົບການບໍລິຫານ.

ທ່ານ​ທູດ​ພິ​ເສດ Park Chang Dal ​ເນັ້ນ​ໜັກ​ວ່າ, ສ.​ເກົາຫຼີ ຍາມ​ໃດ​ກໍ່​ຖື ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ໃນ​ພາກ​ພື້ນ; ​ແລະ ປາດ​ຖະໜາ​ຢາກ​ພ້ອມ​ກັບ​ຫວຽດນາມ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ.

ປາດ​ຖະໜາ​ວ່າ ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ພົນລະ​ເມືອງ ສ.​ເກົາຫຼີ ທີ່​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ.

ທີ່ມາ: https://vietnamnet.vn/tong-bi-thu-va-thu-tuong-tiep-dac-phai-vien-cua-tong-thong-han-quoc-2426831.html