ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ສົ່ງສານຂອງນະຄອນເຖິງບັນດານັກລົງທຶນສາກົນ - ຮູບພາບ: HK
ນີ້ແມ່ນປີທຳອິດທີ່ງານລ້ຽງໄດ້ຈັດຂຶ້ນຢູ່ຫວຽດນາມ ພາຍຫຼັງບັນດາເຫດການປະສົບຜົນສຳເລັດຢູ່ສິງກະໂປ ແລະ ອິນໂດເນເຊຍໃນຊຸມປີກ່ອນ.
ດ້ວຍຫົວຂໍ້ “ອາຊຽນ: ເສັ້ນທາງເຊື່ອມໂຍງເຂົ້າກັບ ເສດຖະກິດ ໂລກ”, ງານມະໂຫລານປີນີ້ໄດ້ເຕົ້າໂຮມແຂກທີ່ມີນັກຊ່ຽວຊານ, ການນຳວິສາຫະກິດ, ຄູ່ຮ່ວມມືດ້ານການຄ້າຈາກບັນດາປະເທດ ອາຊຽນ, ຈີນ, ຮົງກົງ ແລະ ຜູ້ຕາງໜ້າບັນດາອົງການລັດຖະບານຫວຽດນາມ.
ນະຄອນໂຮ່ຈີມິນຈັບມືກັບທ່າອ່ຽງຕົວແບບພັດທະນາໃໝ່
ສົ່ງຂໍ້ຄວາມຈາກນະຄອນໂຮ່ຈິມິນ ເຖິງບັນດານັກລົງທຶນ, ນັກທຸລະກິດສາກົນ, ທ່ານ ຟານວັນໄມ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຢືນຢັນວ່າ ນະຄອນ ຍາມໃດກໍ່ມຸ່ງໄປເຖິງທ່າອ່ຽງສັນຕິພາບ, ການເຊື່ອມໂຍງ ແລະ ພັດທະນາກັບບັນດາຄູ່ຮ່ວມມື ແມ້ແຕ່ຢູ່ໃນສະພາບການທີ່ມີການປ່ຽນແປງຫຼາຍຢ່າງ ໃນໂລກ .
ທ່ານ ມາຍ ໃຫ້ຮູ້ວ່າ: ຫວຽດນາມ ມີອັດຕາການເຕີບໂຕທາງດ້ານເສດຖະກິດສູງໃນພາກພື້ນ ແລະ ການເຕີບໂຕຂອງອາຊຽນ ແລະ ຫວຽດນາມ ຈະສືບຕໍ່ສູງໃນປີ 2024. UOB ຍັງຄາດຄະເນການເຕີບໂຕທາງບວກຂອງ ຫວຽດນາມ ຢູ່ 6% ໃນປີ 2024, ຟື້ນຕົວຈາກ 5% ໃນປີ 2023, ເຮັດໃຫ້ ຫວຽດນາມ ເປັນໜຶ່ງໃນກຸ່ມເສດຖະກິດທີ່ເຕີບໂຕໄວທີ່ສຸດໃນອາຊຽນ.
ຫວ່າງມໍ່ໆມານີ້, ຮູບພາບ ພູມສາດການເມືອງ ຂອງໂລກໄດ້ມີການຜັນແປຫຼາຍຢ່າງທີ່ພາໃຫ້ການສ້າງໂຄງປະກອບຕ່ອງໂສ້ການສະໜອງຂອງໂລກຄືນໃໝ່. ຄຽງຄູ່ກັບນັ້ນ, ຮູບແບບການດຳເນີນທຸລະກິດທົ່ວໂລກຍັງມີການປ່ຽນແປງຢ່າງໃຫຍ່ຫຼວງດ້ວຍພຶດຕິກຳການບໍລິໂພກໃໝ່, ການທ່ອງທ່ຽວສີຂຽວຕິດພັນກັບຈຸດໝາຍປາຍທາງທີ່ປອດໄພ ແລະ ເປັນມິດ.
ເສດຖະກິດດີຈີຕອນ, ເສດຖະກິດວົງຈອນ, ເສດຖະກິດສີຂຽວແມ່ນຮູບແບບການພັດທະນາຂອງຫຼາຍປະເທດ. ນີ້ແມ່ນທັງກາລະໂອກາດ ແລະ ສິ່ງທ້າທາຍຂອງບັນດາພື້ນຖານເສດຖະກິດພວມພັດທະນາ.
ທ່ານ ມາຍ ຢືນຢັນວ່າ: “ນະຄອນໂຮ່ຈິມິນ ດ້ວຍຮີດຄອງປະເພນີທີ່ຂະຫຍັນຂັນເຄື່ອນ ແລະ ມີຫົວຄິດປະດິດສ້າງ, ພວມມານະພະຍາຍາມຮັກສາທ່າອ່ຽງ ແລະ ໝັ້ນໃຈທີ່ຕັ້ງເປັນສູນກາງເສດຖະກິດ - ວັດທະນະທຳ - ສັງຄົມ, ເປັນຫົວຈັກເສດຖະກິດ ແລະ ເປັນເສົາຄ້ຳແຫ່ງການເຕີບໂຕຂອງພາກພື້ນຕາເວັນອອກສ່ຽງໃຕ້ ກໍ່ຄືທົ່ວປະເທດ.
ເມື່ອຖືກຖາມວ່າ “ບັນດາຄູ່ຮ່ວມມືມານະຄອນ ໂຮ່ຈີມິນ ຫຼື ພາກພື້ນຕາເວັນອອກສ່ຽງໃຕ້ຕ້ອງການຫຍັງ?”, ການນຳນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ສະພາບແວດລ້ອມແຫ່ງການລົງທຶນ, ທ່າແຮງຂອງຕະຫຼາດ, ຄວາມສາມາດໃນການເຂົ້າຮ່ວມລະບົບຕ່ອງໂສ້ການຂົນສົ່ງ ກໍ່ຄືການປັບຕົວຂອງສະພາບແວດລ້ອມແຫ່ງການລົງທຶນຈະເປັນປັດໃຈສຳຄັນ.
ນະຄອນໂຮ່ຈິມິນ ປະກອບສ່ວນເຂົ້າເຖິງ 16% GDP ຂອງປະເທດ ແລະ 26% ງົບປະມານແຫ່ງຊາດ. ດ້ວຍບົດບາດດັ່ງກ່າວ, ນະຄອນມີບັນດາກົນໄກນະໂຍບາຍທີ່ດີເດັ່ນກວ່າລະດັບສະຖາບັນແຫ່ງຊາດ, ສະດວກສະບາຍເພື່ອດຶງດູດບັນດານັກລົງທຶນຍຸດທະສາດໃນຫຼາຍຂົງເຂດປະດິດສ້າງ, ເຕັກໂນໂລຊີ ແລະ ອື່ນໆ.
ບັນດານັກທຸລະກິດ ແລະ ນັກລົງທຶນໃນພາກພື້ນ ພວມມີໜ້າຢູ່ນະຄອນ ໂຮ່ຈີມິນ ເຂົ້າຮ່ວມກອງປະຊຸມ, ເປັນຄັ້ງທຳອິດທີ່ຈັດຂຶ້ນຢູ່ ຫວຽດນາມ - ພາບ: HK
ນັກລົງທຶນຫັນໄປຫວຽດນາມ
ທີ່ກອງປະຊຸມ, ທ່ານ Victor Ngo, ຜູ້ອຳນວຍການໃຫຍ່ UOB ຫວຽດນາມ ໄດ້ແບ່ງປັນບັນດາຄຳໝັ້ນສັນຍາຂອງສະຖາບັນການເງິນນີ້ຢູ່ຕະຫຼາດ ຫວຽດນາມ. ນັ້ນແມ່ນສ້າງລະບົບໜູນຊ່ວຍ, ເຊື່ອມຕໍ່ລັດຖະບານ, ສ້າງລະບົບນິເວດເພື່ອໜູນຊ່ວຍຫວຽດນາມ ແລະ ອາຊຽນ ໃນການພັດທະນາທຸລະກິດ, ຍົກສູງວິໄສທັດກໍ່ຄືການລົງທຶນໂດຍກົງຈາກຕ່າງປະເທດເຂົ້າໃນພາກພື້ນ.
ທ່ານ Victor Ngo ກ່າວວ່າ: “ເມື່ອບັນດາວິສາຫະກິດນັບມື້ນັບເພີ່ມທະວີການຮ່ວມມືອາຊີຕາເວັນອອກສ່ຽງໃຕ້ ແລະ ຫວຽດນາມ, ມັນເປັນສິ່ງສຳຄັນທີ່ຈະຮັບປະກັນໃຫ້ພາກພື້ນຂອງພວກເຮົາມີຄວາມສະດວກ ແລະ ມີການແຂ່ງຂັນກັບສາກົນ.
ທ່ານ Wee Ee Cheong, ຮອງປະທານ ແລະ CEO ຂອງທະນາຄານ UOB ສິງກະໂປ ກ່າວວ່າ 3 ປັດໃຈທີ່ກໍາລັງຊຸກຍູ້ໃຫ້ພາກພື້ນມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ໃນນັ້ນລວມມີ: ນະໂຍບາຍຂອງລັດຖະບານທີ່ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວທຸລະກິດຂ້າມຊາຍແດນ; ທ່າອ່ຽງຂອງການຈັດແບ່ງລະບົບຕ່ອງໂສ້ການສະໜອງທີ່ຊ່ວຍສົ່ງເສີມການຄ້າ; ແລະອຸດສາຫະກໍາທີ່ສົ່ງເສີມເສດຖະກິດສີຂຽວ.
ສິງກະໂປແມ່ນນັກລົງທຶນແຖວໜ້າຢູ່ນະຄອນໂຮ່ຈິມິນ.
ຕາມທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ, ທ່ານ Phan Van Mai, ປະຈຸບັນ, ນະຄອນ ໂຮ່ຈິມິນ ມີ 125 ປະເທດລົງທຶນເຂົ້າໃນ 13.000 ໂຄງການ ດ້ວຍຍອດຈຳນວນເງິນລົງທຶນ 90 ຕື້ USD, ໃນນັ້ນ ສິງກະໂປ ເປັນນັກລົງທຶນໃຫຍ່ ດ້ວຍກວ່າ 2.000 ໂຄງການ. ຜ່ານເຫດການດັ່ງກ່າວ, ນະຄອນໂຮ່ຈິມິນ ກໍ່ຄືພາກພື້ນຕາເວັນອອກສ່ຽງໃຕ້ໄດ້ຕ້ອນຮັບນັກລົງທຶນ. ຄາດວ່າ, ນະຄອນໂຮ່ຈິມິນ ຈະລົງນາມໃນສັນຍາຮ່ວມມືຍຸດທະສາດກັບ UOB, ເຊິ່ງຈະກາຍເປັນຊ່ອງທາງທີ່ດຶງດູດທຶນການລົງທຶນສາກົນເຂົ້າຫວຽດນາມ ກໍ່ຄືນະຄອນໂຮ່ຈິມິນ.
ທີ່ມາ: https://tuoitre.vn/tp-hcm-tu-tin-bat-kip-cac-mo-hinh-kinh-doanh-moi-cua-toan-cau-20240906104324272.htm






(0)