ງານວາງສະແດງ ແລະ ຈຳໜ່າຍເຄື່ອງຫັດຖະກຳຂອງນັກຮຽນສູນອາຊີວະ ສຶກສາ ຄົນພິການ ແລະ ເດັກກຳພ້ານະຄອນໂຮ່ຈິມິນ. ບັນດາຜະລິດຕະພັນນັບແຕ່ສີນ້ຳມັນ, ເຄື່ອງນຸ່ງຫົ່ມໄປຮອດເຄື່ອງທີ່ລະນຶກອື່ນໆ. ລາຍຮັບທັງໝົດຈາກງານວາງສະແດງດັ່ງກ່າວ ມອບໃຫ້ສູນເພື່ອສະໜັບສະໜູນການຝຶກອົບຮົມວິຊາຊີບ ແລະ ລ້ຽງຊີບໃຫ້ແກ່ນັກຮຽນ.
![]() |
![]() |
| ງານວາງສະແດງໄດ້ດຶງດູດຊາວໜຸ່ມເປັນຈຳນວນຫຼວງຫຼາຍມາຢ້ຽມຢາມ ແລະ ຊື້ເຄື່ອງເພື່ອສະໜັບສະໜູນການກຸສົນ. |
ຕາມທ່ານນາງ ວູທິແທ່ງຮຽນ, ຜູ້ອຳນວຍການໂຮງແຮມ Kim Do ແລ້ວ, ກິດຈະກຳນີ້ແມ່ນສ່ວນໜຶ່ງຂອງໂຄງການການກຸສົນຂອງໜ່ວຍງານ, ເພື່ອແນໃສ່ເຊື່ອມຕໍ່ບັນດາອົງການສັງຄົມ ແລະ ປະຊາຄົມວິສາຫະກິດໃນການໜູນຊ່ວຍຜູ້ດ້ອຍໂອກາດ. ການຈັດງານວາງສະແດງສິດຢູ່ໂຮງແຮມ (ຕາແສງ ໄຊງ່ອນ, ນະຄອນ ໂຮ່ຈີມິນ ) ຢູ່ໃຈກາງນະຄອນ ບໍ່ພຽງແຕ່ສ້າງເງື່ອນໄຂໃຫ້ລູກຄ້າ ແລະ ບັນດາຄູ່ຮ່ວມມືເຂົ້າເຖິງບັນດາຜະລິດຕະພັນຫັດຖະກຳເທົ່ານັ້ນ, ຫາກຍັງຊ່ວຍໃຫ້ສູນການສຶກສາວິຊາຊີບຄົນພິການ ແລະ ເດັກກຳພ້ານະຄອນ ໂຮ່ຈີມິນ ໂຄສະນາພາບພົດ ແລະ ຂະຫຍາຍບັນດາຜະລິດຕະພັນຂອງນັກຮຽນ.
![]() |
| ນັກທ່ອງທ່ຽວສາກົນມາຢ້ຽມຢາມ ແລະ ຊື້ສິນຄ້າຢູ່ງານວາງສະແດງ. |
ຜູ້ຕາງໜ້າສູນອາຊີວະສຶກສາຄົນພິການ ແລະ ເດັກກຳພ້ານະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ການຮ່ວມມືກັບໂຮງແຮມ Kim Do ຊ່ວຍຊຸກຍູ້ຈິດໃຈຂອງນັກຮຽນເມື່ອບັນດາຜະລິດຕະພັນໄດ້ຮັບການຮັບຮູ້ ແລະ ສະໜັບສະໜູນ. ງານວາງສະແດງການກຸສົນຢູ່ໂຮງແຮມ Kim Do ໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຕໍ່ສັງຄົມຂອງວິສາຫະກິດຕໍ່ຊຸມຊົນ ແລະ ຢືນຢັນບົດບາດຂອງການຮ່ວມມືລະຫວ່າງບັນດາຫົວໜ່ວຍໃນການໜູນຊ່ວຍຜູ້ດ້ອຍໂອກາດເພື່ອເຊື່ອມໂຍງ ແລະ ປັບປຸງຊີວິດການເປັນຢູ່.
ຂ່າວ ແລະ ພາບ: KHÁNH GIANG
ທີ່ມາ: https://www.qdnd.vn/van-hoa/doi-song/tp-ho-chi-minh-trien-lam-tu-thien-gay-quy-ho-tro-hoc-vien-khuet-tat-907545









(0)