ຫວ່າງມໍ່ໆມານີ້, ພະແນກວິທະຍາສາດ ແລະ ເຕັກໂນໂລຊີນະຄອນໂຮ່ຈີມິນ ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ກ່າເມົາ ໄດ້ດຳເນີນກອງປະຊຸມ ແລະ ຕົກລົງຈັດຕັ້ງປະຕິບັດແຜນງານຮ່ວມມືໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ ໄລຍະ 2024-2025.
ຕາມນັ້ນແລ້ວ, 2 ຝ່າຍຈະສົມທົບກັນຜັນຂະຫຍາຍບັນດາເນື້ອໃນຄື: ແບ່ງປັນປະສົບການໜູນຊ່ວຍການພັດທະນາລະບົບນິເວດ Startup ແບບມີຫົວຄິດປະດິດສ້າງຂອງນະຄອນ ໂຮ່ຈີມິນ ກັບແຂວງ ກ່າເມົາ; ສຸມໃສ່ເຂົ້າໃນຂົງເຂດສິ່ງແວດລ້ອມ, ພະລັງງານຂຽວ, ການຫັນເປັນດິຈິຕອນ ແລະ ການກະສິກຳ ປັບປ່ຽນດິນຟ້າອາກາດ. 2 ຝ່າຍກໍ່ສົມທົບກັນຜັນຂະຫຍາຍການກໍ່ສ້າງສູນແລກປ່ຽນເຕັກໂນໂລຢີ, ເຊື່ອມຕໍ່ຂໍ້ມູນຂ່າວສານຂອງການແລກປ່ຽນເຕັກໂນໂລຢີລະຫວ່າງນະຄອນ ໂຮ່ຈີມິນ ແລະ ແຂວງ ກາເມົາ.
ນອກນີ້, ສອງຝ່າຍຍັງໄດ້ຮ່ວມມືສະໜັບສະໜູນການຄົ້ນຄວ້າ ແລະ ພັດທະນາຮູບແບບ ເສດຖະກິດ ວົງເງິນ ແລະ ເສດຖະກິດສີຂຽວ. ຕາມທ່ານ ຫງວຽນວຽດຢຸງ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນ ໂຮ່ຈີມິນ ແລ້ວ, ນະຄອນ ປາດຖະໜາຢາກແບ່ງປັນ ແລະ ໜູນຊ່ວຍບັນດາທ້ອງຖິ່ນໃນການແກ້ໄຂບັນດາບັນຫາເຕັກໂນໂລຢີຢ່າງສະເພາະ ແລະ ແທດຈິງ. ກົມຈະໜູນຊ່ວຍ ແລະ ເຊື່ອມໂຍງກັບບັນດາກຸ່ມຄົ້ນຄວ້າ ແລະ ສະໜອງເຕັກໂນໂລຢີຕາມຄວາມຕ້ອງການຂອງແຂວງ ກ່າເມົາ.
Kim ThanH
ທີ່ມາ
(0)